ໃນຕອນວັນທີ 15 ທັນວາ 2025 ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານອຸປະທູດ ແລະ ຄະນະ ພ້ອມທັງໄດ້ຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດອຸທົກກະໄພນໍ້າຖ້ວມຢູ່ 9 ແຂວງພາກໃຕ້ຂອງໄທ ໃນໄລຍະທ້າຍເດືອນພະຈິກທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນວົງກວ້າງ. ສປປ ລາວ ໃນຖານະປະເທດເພື່ອນບ້ານໃກ້ຄຽງທີ່ມີຄວາມຜູກພັນທາງດ້ານຍາດພີ່ນ້ອງ ແລະ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ລັດຖະບານ ແລະ ປະຊາຊົນລາວ, ຈຶ່ງໄດ້ປະກອບສ່ວນຊ່ວຍເຫຼືອເງິນ ຈໍານວນ 200.000 ໂດລາ ໃຫ້ແກ່ລັດຖະບານໄທ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຕໍ່ເຫດອຸທົກກະໄພໃນຄັ້ງນີ້ ຕາງໜ້າຝ່າຍລາວມອບເງິນ ຈໍານວນດັ່ງກ່າວ ໂດຍທ່ານ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ, ກະຊວງການຕ່າງປະເທດລາວ ແລະ ຕາງໜ້າຝ່າຍໄທ ຮັບໂດຍ ທ່ານນາງ ຈິຣັດ ສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ. ນອກຈາກນີ້, ການນໍາລາວ ຍັງໄດ້ສົ່ງສານສະແດງຄວາມເຫັນໃຈເຖິງການນໍາໄທອີກດ້ວຍ.

ໃນໂອກາດກຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ນີ້, ເຊິ່ງເປັນໜຶ່ງໃນໂຄງການຮ່ວມການຮ່ວມມືທີ່ເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ກໍຄື ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນທັນວາ 2025, ທັງປະກອບສ່ວນຊ່ວຍອໍານວຍຄວາມສະດວກໃຫ້ແກ່ການໄປ-ມາຫາສູ່ຂອງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດ ລະ ຫວ່າງສອງປະເທດເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ກໍຄືເຮັດຄົມ ມະນາຄົມຂົນສົ່ງ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ມີຄວາມສະດວກ ແລະ ວ່ອງ ໄວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.
ໃນຂະນະດຽວກັນ, ທ່ານ ນາງ ຈິຣັດ ສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ຈະນໍາໃຊ້ເງິນຈໍານວນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ແກ່ຜູ້ທີ່ໄດ້ປະສົບເຄາະຮ້າຍໃນເຫດອຸທົກກະໄພໃນຄັ້ງນີ້ ເພື່ອຟື້ນຟູຈິດໃຈ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ກັບຄືນມາສູ່ສະພາບປົກກະຕິໂດຍໄວ.


