ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ສະເໜີ ອົງການສຸຂະພາບສັດສາກົນ ໃຫ້ການສະໜັບສະໜູນ 4 ວຽກງານຕົ້ນຕໍ

Jun 3, 2025

ລະຫວ່າງວັນທີ 25-29 ພຶດສະພາ 2025 ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມໃຫຍ່ຄະນະຜູ້ແທນ ຂອງອົງການສຸຂະພາບສັດສາກົນ ຄັ້ງທີ 92 ແລະ ກອງປະຊຸມ ລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມາຊິກອົງການສຸຂະພາບສັດສາກົນ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
ໃນກອງປະຊຸມ ທ່ານ ລິນຄຳ ດວງສະຫວັນ ໄດ້ຮັບກຽດຂຶ້ນກ່າວຄໍາປາໄສ ໃນພິທີເປີດກອງປະຊຸມໃຫຍ່ຄະນະຜູ້ແທນ ຄັ້ງທີ 92 ເຊິ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອົງການສຸຂະພາບສັດສາກົນ ທີ່ໄດ້ປະຕິບັດພາລະບົດບາດ ເປັນຜູ້ນຳໃນຄວາມພະຍາຍາມຂອງໂລກ ໃນການປັບປຸງວຽກງານສຸຂະພາບສັດ ແລະ ສະຫວັດດີພາບສັດໃນທົ່ວໂລກ ໃນໄລຍະທີ່ຜ່ານມາ ອັນໄດ້ສະທ້ອນໃຫ້ເຫັນຄວາມພະຍາຍາມ ແລະ ຄວາມມຸ້ງໝັ້ນ ຂອງ ສປປ ລາວ ໃນຖານະປະເທດສະມາຊິກປະເທດໜຶ່ງ ໃນການສ້າງຄວາມເຂັ້ມ ແຂງໃຫ້ລະບົບການບໍລິການດ້ານສັດຕະວະແພດ ຍົກລະດັບມາດຕະຖານ ແລະ ປັບປຸງວິທີປະຕິບັດ ຢູ່ໃນປະເທດຂອງຕົນ ເຊິ່ງກໍໄດ້ສະແດງຄວາມຂອບໃຈ ຕໍ່ອົງການສຸຂະພາບສັດສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ການສະໜັບສະໜູນ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການດ້ານສັດຕະວະແພດ ສັດຕະວະແພດບ້ານ ການເຝິກອົບຮົມ ປັບປຸງຫ້ອງວິໄຈພະຍາດສັດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ຂອງການລະບາດຂອງພະຍາດສັດ ຢູ່ພາກພື້ນ ແລະ ທົ່ວໂລກ.
ໃນແຕ່ລະໄລຍະ ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ຕ່າງໜ້າລັດຖະບານ ສປປ ລາວ ຍັງໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານ ເພື່ອປະກອບສ່ວນເຂົ້າໃນການປັບປຸງວຽກງານສຸຂະພາບສັດ ສະຫວັດດີພາບສັດ ແລະ ການຄ້າຂາຍສັດທີ່ມີຄວາມປອດໄພ ຢູ່ໃນລະດັບພາກພື້ນ ແລະ ລະດັບໂລກ ພ້ອມນັ້ນ ກໍໄດ້ຮຽກຮ້ອງມາຍັງບັນດາປະເທດສະມາຊິກໃຫ້ການສະໜັບສະໜູນ ແລະ ເພີ່ມທະວີການຮ່ວມມືກັນເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍ ທີ່ວາງໄວ້ຮ່ວມກັນ.
ນອກຈາກເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ສືບຕໍ່ ເຂົ້າຮ່ວມກອງປະຊຸມລະດັບສູງລັດຖະມົນຕີ ຂອງບັນດາປະເທດສະມະຊິກ ເຊິ່ງຈັດຂຶ້ນເປັນຄັ້ງທຳອິດ ນັບແຕ່ມີການສ້າງຕັ້ງອົງການສຸຂະພາບສັດສາກົນ ເປັນຕົ້ນມາ ກອງປະຊຸມດັ່ງກ່າວ ໄດ້ມີລັດຖະມົນຕີ ແລະ ຮອງລັດຖະມົນຕີກະສິກຳ ຂອງປະເທດສະມາຊິກ ຈໍານວນ 23 ປະເທດ ເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ອົງການສຸຂະພາບສັດສາກົນ ມີຈຸດປະສົງຢາກແລກປ່ຽນຄວາມຄິດເຫັນ ກັບການນຳລະດັບສູງ ຂອງບັນດາປະເທດສະມາຊິກ ໂດຍໄດ້ເນັ້ນໃສ່ 2 ບັນຫາຕົ້ນຕໍ ຄື: 1) ຄວາມຄາດຫວັງຂອງປະເທດສະມາຊິກ ຕໍ່ອົງການສຸຂະພາບສັດສາກົນ ແລະ 2) ແນວທາງທີ່ຈະເຮັດໃຫ້ວຽກງານສຸຂະພາບສັດ ກາຍເປັນອົງປະກອບສຳຄັນ ຂອງວຽກງານສຸຂະພາບໂດຍລວມຂອງໂລກ.
ໃນກອງປະຊຸມ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈ້ງໃຫ້ຮູ້ກ່ຽວ ກັບ ຄວາມຄາດຫວັງຂອງ ສປປ ລາວ ໂດຍຢາກໃຫ້ອົງການສຸຂະພາບສັດສາກົນ ຊ່ວຍສະໜັບສະໜູນ ໃນ 4 ວຽກງານຕົ້ນຕໍ ຄື: 1) ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການດ້ານສັດຕະວະແພດ 2) ໃຫ້ຄວາມສໍາຄັນຕໍ່ຄວາມເທົ່າທຽມກັນໃນການເຂົ້າເຖິງຊັບພະຍາກອນ ແລະ ເຕັກໂນໂລຊີ 3) ບັນຈຸເອົາວຽກງານສຸຂະພາບໜຶ່ງດຽວ ເຂົ້າໃນແຜນຍຸດທະສາດ ຄັ້ງທີ 8 ຂອງອົງການສຸຂະພາບສັດສາກົນ ແລະ 4) ໃຫ້ການສະໜັບສະໜູນທາງການເງິນ ແລະ ເຕັກນິກວິຊາການ ແກ່ ສປປ ລາວ ໃນການປັບປຸງລະບົບການເຝົ້າລະວັງພະຍາດສັດ ແລະ ຄວາມສາມາດໃນການບົ່ງມະຕິຂອງຫ້ອງວິໄຈ ໃນການກວດພົບພະຍາດແຕ່ຫົວທີ ແລະ ຕອບໂຕ້ຢ່າງມີປະ ສິດທິພາບ.
ພ້ອມກັນນັ້ນ ທ່ານລັດຖະມົນຕີ ຍັງໄດ້ສະແດງວິໄສທັດ ກ່ຽວກັບແນວທາງທີ່ຈະເຮັດໃຫ້ວຽກງານສຸຂະພາບສັດ ກາຍເປັນອົງປະກອບສຳຄັນ ຂອງວຽກງານສຸຂະພາບໂດຍລວມຂອງໂລກ ໂດຍຍົກໃຫ້ເຫັນ 3 ປະເດັນສໍາຄັນ ຄື: 1) ຕ້ອງໄດ້ສະໜັບສະໜູນ ໃຫ້ເພີ່ມການລົງທຶນໃສ່ໂຄງຮ່າງພື້ນຖານ ແລະ ບຸຄະລາກອນ ດ້ານສັດຕະວະແພດ ຕາມທີ່ໄດ້ກຳນົດໄວ້ ໃນກອບວຽກງານດ້ານສຸຂະພາບສັດ ຂອງພາກພື້ນອາຊຽນ 2) ຕ້ອງໄດ້ສົ່ງເສີມການຮ່ວມມື ລະຫວ່າງພາກລັດ ແລະ ເອກະຊົນ ເພື່ອແກ້ໄຂບັນຫາການເຂົ້າເຖິງຢາວັກຊິນປ້ອງກັນພະຍາດສັດ ແລະ ລະບົບສາງເຢັນໃນການເກັບຮັກສາຢາ ແລະ 3) ຊຸກຍູ້ ໃຫ້ເວທີປະຊຸມຕ່າງໆ ເປັນຕົ້ນແມ່ນ ເວທີປະຊຸມຂອງສະຫະປະຊາຊາດ ວ່າດ້ວຍມາດຕະຖານຄວາມຍືນຍົງ ແລະ ເວທີປະຊຸມລະຫວ່າງພາຄີ (COP) ເພື່ອເນັ້ນໜັກເຖິງບົດບາດ ຂອງວຽກງານສຸຂະພາບສັດ ໃນການຫຼຸດຜ່ອນຄວາມສ່ຽງ ຂອງພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ການສູນເສຍຄວາມຫລາກຫລາຍ ທາງດ້ານຊີວະນາໆພັນ.