ເພື່ອສືບຕໍ່ຂະຫຍາຍສາຍພົວພັນການທູດກັບບັນດາປະເທດເພື່ອນມິດໃນໂລກ ໂດຍສະເພາະ ການສົ່ງເສີມສາຍພົວພັນມິດຕະພາບ ແລະ ຮ່ວມມື ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອູຣູກວາຍ, ໃນຕອນ ບ່າຍຂອງ ວັນທີ 19 ກັນຍາ 2024 ຢູ່ທີ່ ນະຄອນ ນິວຢອກ, ສະຫະລັດ ອາເມລິກາ, ໄດ້ມີພິທີລົງນາມໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອູຣູກວາຍ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສະຫະປະຊາ ຊາດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສາທາລະນະລັດ ອູຣູກວາຍ ແມ່ນ ທ່ານ ຄາໂຣສ ອາໂມຣິນ (Carlos Amorín ), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ອູຣູກວາຍ ປະຈໍາອົງການ ສະຫະປະຊາຊາດ.
ສ. ອູຣູກວາຍ ຕັ້ງຢູ່ໃນທະວີບອາເມລິກາໃຕ້, ມີຊາຍແດນຕິດກັບ ປະເທດ ອາກຊັງຕິນ, ບຣາຊິນ ແລະ ມະຫາສະໝຸດອັກລັງຕິກ, ມີເນື້ອທີ່ທັງຫມົດ 176,215 ກິໂລຕາແມັດ ແລະ ນະຄອນຫຼວງ ຊື່ວ່າ ມົນເຕວິເດໂອ (Montevideo); ມີປະຊາກອນຈໍານວນ 3,425,330 ຄົນ (2023). ປະຊາຊົນ ອູຣູກວາຍ ນໍາໃຊ້ພາສາ ແອສປາຍ ແລະ ນັບຖືສາສາໜາ ໂຣມັນກາໂຕລິກ ເປັນສ່ວນໃຫຍ່. ອູຣູກວາຍ ໄດ້ປະກາດເອກະລາດ ໃນວັນທີ 25 ສິງຫາ 1825 ຈາກ ແອສປາຍ ແລະ ມີລະບົບການເມືອງການປົກຄອງ ໂດຍມີປະທານາທິບໍດີ ເປັນປະມຸກລັດ. ທາງດ້ານເສດຖະກິດ, ອູຣູກວາຍ ເປັນສູນກາງທາງດ້ານການເງິນໃນພາກພື້ນ ແລະ ລາຍໄດ້ສ່ວນໃຫຍ່ໄດ້ມາຈາກ ກະສິກຳ ແລະ ທ່ອງທ່ຽວ ໂດຍສະເພາະແຫຼ່ງທ່ອງທ່ຽວດ້ານປະຫວັດສາດ, ສະຖາປັດຕະຍາກຳ ແລະ ທໍາມະຊາດ. ປັດຈຸບັນ, ອູຣູກວາຍ ມີສາຍພົວພັນການທູດກັບ 174 ປະເທດໃນທົ່ວໂລກ, ເຂົ້າເປັນສະມາຊິກອົງການ ສປຊ ໃນວັນທີ 18 ທັນວາ 1945, ເປັນສະມາຊິກກຸ່ມ ອາເມລິກາ ລາຕິນ ແລະ ກາຣີບຽນ, ກຸ່ມ 77 ແລະ ຈີນ, ລວມທັງ ເຮັດຫນ້າທີ່ເປັນສະມາຊິກໃນຫລາຍອົງກອນສໍາຄັນຂອງ ສປຊ.
ໃນໂອກາດນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນເຈດຕະນາລົມເພື່ອສືບຕໍ່ຄວາມພະ ຍາຍາມຮ່ວມກັນ ໃນການຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆ ໃນຕໍ່ຫນ້າ, ລວມທັງ ການສະຫນັບສະຫນູນເຊິ່ງກັນແລະກັນ ໃນເວທີສາກົນ ໂດຍສະພາະໃນໄລຍະທີ່ ສປປ ລາວ ແລະ ອູຣູກວາຍ ພວມເຮັດຫນ້າທີ່ ເປັນສະມາຊິກ ສະພາເສດຖະ ກິດ-ສັງຄົມ ສປຊ (ECOSOC). ການສ້າງຕັ້ງສາຍພົວພັນການທູດຮ່ວມກັບ ສາທາລະ ນະລັດ ອູຣູກວາຍ ໃນຄັ້ງນີ້ ເປັນການສືບຕໍ່ປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດ ແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດ ກັບ 150 ປະເທດ ໃນທົ່ວໂລກ.




