ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ – ສ.ອາເມຣິກາ ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ

Sep 20, 2024

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ນາງ ຊາຣາ ແອວເລີມາ (Sarah Ellerma) ຜູ້ຊ່ວຍຜູ້ຕາງໜ້າການຄ້າ ສ.ອາເມຣິກາ ປະຈຳອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ພ້ອມດ້ວຍຄະນະ ໃນວັນທີ 18 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ- ສ.ອາເມຣິກາ ແລະ ກອງປະຊຸມປິ່ນອ້ອມຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.
ທ່ານ ມະໂນທອງ ວົງໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ນ.ຊາຣາ ແອວເລີມາ ພ້ອມດ້ວຍຄະນະ ໃນການພົບປະສອງຝ່າຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສະຫະລັດອາເມຣິກາ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ສ່ວນ ທ່ານນາງ ຊາຣາ ແອວເລີມາ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024.
ສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຄ້າສອງຝ່າຍ ຊຶ່ງໃນນັ້ນກວມເອົາມາດຕະຖານເຄື່ອງຍົນຂອງ ສ.ອາເມຣິກາ ຊຶ່ງໄລຍະຜ່ານມາໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຜ່ານໂຄງການທີ່ສໍາຄັນຕ່າງໆ ທັງໃນຂອບຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ຂອບອາຊຽນ – ສ.ອາເມຣິກາ. ພ້ອມນີ້, ລັດຖະບານ ສ.ອາເມຣິກາ ຍັງສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໂດຍສະເພາະ ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.