ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ຮ່ວມສະເຫຼີມສະຫຼອງວັນສັງຄົມສົງເຄາະອາຊຽນ

Mar 27, 2025

ວັນທີ 25 ມີນາ 2025, ທີ່ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ, ນະຄອນຫລວງວຽງຈັນ ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະ ເຫຼີມສະຫຼອງ ວັນສັງຄົມສົງເຄາະ ອາຊຽນ ເພື່ອຍົກສູງບົດບາດອັນສໍາຄັນຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນ ສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ.
ທ່ານ ສາດສະດາຈານ ປະຣິນຍາເອກ ເດຊານູລາດ ແສນດວງເດດ, ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ການສະເຫຼີມສະຫຼອງຄັ້ງນີ້ ເປັນເວທີທີ່ສໍາຄັນເສີມສ້າງ ການຮ່ວມມື, ພັດທະນານະໂຍບາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສັງຄົມສົງເຄາະ ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ສະພາບ ດິນຟ້າອາກາດ
ສປປ ລາວ ກໍາລັງຮ່າງກົດໝາຍວ່າດ້ວຍວຽກງານສັງຄົມສົງເຄາະ, ເຊິ່ງເປັນກົດໝາຍສະບັບທຳ ອິດກ່ຽວກັບວຽກງານສັງຄົມສົງເຄາະຂອງປະເທດ, ຄາດວ່າກົດໝາຍສະບັບນີ້ຈະຖືກຮັບຮອງ ໃນທ້າຍ ປີນີ້. ພາຍໃຕ້ກົດໝາຍດັ່ງກ່າວ ວິຊາຊີບສັງຄົມສົງເຄາະຈະໄດ້ຮັບການພັດທະນາ ແລະ ຮັບປະກັນບໍລິການທີ່ມີຄຸນນະພາບ.
ໃນຂະນະດຽວກັນ, ມະຫາວິທະຍາໄລແຫ່ງຊາດ ກໍ່ໄດ້ປັບປຸງຫຼັກສູດປະລິນຍາຕີພາກວິຊາສັງຄົມສົງເຄາະ ເພື່ອລວມເອົາຫົວຂໍ້ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ສະ ພາບອາກາດເຂົ້າໃນຫຼັກສູດດັ່ງກ່າວ, ເພື່ອກຽມພ້ອມນັກສຶກສາສຳລັບການແກ້ໄຂສິ່ງທ້າທາຍຈາກການປ່ຽນແປງດິນຟ້າອາກາດ ແລະ ຄວາມສ່ຽງທາງດ້ານສັງຄົມ.