ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ເປັນປະເທດທີ່ມີທ່າແຮງໃນການພັດທະນາດ້ານພະລັງງານສະອາດ.

Sep 27, 2024

ສປປ ລາວ ເປັນປະເທດທີ່ມີທ່າແຮງໃນການພັດທະນາດ້ານພະລັງງານສະອາດ.
ສປປ ລາວມີຄວາມມຸ່ງຫວັງຈະນໍາໃຊ້ພະລັງງານສະອາດເຂົ້າໃນການພັດທະນາອຸດສາຫະກໍາ, ອຸດສາຫະກຳປຸງແຕ່ງ, ການດໍາລົງຊີວິດຊຸກດັນພະລັງງານສະອາດເຂົ້າໃນບັນດາອາຊຽນເພື່ອໃຫ້ບັນລຸເປົ້າໝາຍດຽວກັນຄືການໃຊ້ພະລັງງານສະອາດຮ່ວມກັນ.
ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ສປປ ລາວໄດ້ໃຫ້ສໍາພາດກ່ຽວກັບກອງປະຊຸມອາຊຽນດ້ານທຸລະກິດພະລັງງານຄັ້ງທີ່ 24 ວ່າ: ສປປ ລາວເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດດ້ານພະລັງງານກັບປະເທດໃກ້ຄຽງ ແລະ ພາກພື້ນ, ສປປ ລາວ ເປັນປະເທດທີ່ມີທ່າແຮງໃນການພັດທະນາດ້ານພະລັງງານສະອາດຢ່າງຫຼວງຫຼາຍເປັນຕົ້ນແຫຼ່ງຜະລິດພະລັງຈາກເຂື່ອນໄຟຟ້ານໍ້າຕົກ, ໄຟຟ້າແສງຕາເວັນ ແລະ ພະລັງງານລົມ 90% ຂອງການນໍາໃຊ້ໄຟຟ້າຂອງ ສປປ ລາວ ແມ່ນມາຈາກພະລັງສະອາດ ແລະ ຍັງສົ່ງພະລັງງານສະອາດ 80% ຍັງສົ່ງໄປບັນດາປະເທດໃກ້ຄຽງລວມທັງພາກພື້ນມີການເຊື່ອມໂຍງສາຍສົ່ງຈາກ ສປປ ລາວໄປປະເທດໄທ, ມາເລເຊຍ ແລະ ສິງກາໂປ ການຈັດເວທີເສວະນາໃນຄັ້ງນີ້ເປັນໂອກາດອັນດີ ທີ່ ສປປ ລາວຈະໄດ້ມີການສົ່ງເສີມພະລັງງານສະອາດທີ່ເປັນຈຸດໃຈກາງໃນການກ້າວໄປສູ່ການຫັນປ່ຽນພະລັງງານໃນອານາຄົດ, ປັດຈຸບັນນີ້ບັນດາປະເທດໃນໂລກໃຫ້ຄວາມສໍາຄັນກັບການເປັນມິດກັບສິ່ງແວດລ້ອມ ແລະ ການຫັນໄປສູ່ທາງເລືອກໃໝ່ກໍຄືພະລັງງານສະອາດເຊັ່ນ: ດ້້ານຄົມມະນາຄົມຂົນສົ່ງ, ດ້ານການໃຊ້ໄຟຟ້າອຸດສາຫະກຳ, ການໃຊ້ຊີວິດ ທຸກສິ່ງຢ່າງທີ່ປິ່ນອ້ອມໃນຊີວິດພວກເຮົາລ້ວນແຕ່ມຸ່ງສູ່ພະລັງງານສະອາດທີ່ວ່າເປັນມິດກັບສິ່ງແວດລ້ອມ, ຄວາມພະຍາຍາມ ແລະ ເປົ້າໝາຍຈະເກີດຂຶ້ນ ແລະ ຈະປະສົບຜົນສຳເລັດບໍ່ໄດ້ຖ້າພວກເຮົາບໍ່ຮ່ວມມືກັນເລີ່ມຈາກຈຸດນ້ອຍໆ ກໍຄືການຮ່ວມມືກັບບັນດາປະເທດໃກ້ຄຽງຈົນເຖິງພາກພື້ນຢ່າງເຊັ່ນອາຊຽນຂອງພວກເຮົາ ທີ່ມີເປົ້າໝາຍດຽວກັນກໍຄືການບັນລຸເປົ້າໝາຍການພັດທະນາພະລັງງານອາຊຽນ ຫຼື ການເຊື່ອມໂຍງພະລັງງານອາຊຽນ, ການທີ່ບັນລຸເປົ້າໝາຍໄດ້ບັນດາປະເທດອາຊຽນຕ້ອງຮ່ວມແຮງຮ່ວມໃຈກັນເປັນໜຶ່ງດຽວ ແລະ ມີເປົ້າໝາຍດຽວກັນໃນການໄປສູ່ການພັດທະນາພະລັງອາຊຽນຮ່ວມກັນ, ສໍາລັບ ສປປ ລາວ ມີຄວາມມຸ່ງຫວັງຈະນຳໃຊ້ພະລັງງານສະອາດເຂົ້າໃນການພັດທະນາອຸດສາຫະກຳ, ອຸດສາຫະກຳປຸງແຕ່ງ, ການດໍາລົງຊີວິດຊຸກດັນພະລັງງານສະອາດເຂົ້າໃນບັນດາອາຊຽນເພື່ອໃຫ້ບັນລຸເປົ້າໝາຍດຽວກັນຄືການໃຊ້ພະລັງງານສະອາດຮ່ວມກັນ.
ທ່ານ ສຸກວິສັນ ຄິນສະໝອນ ໄດ້ກ່າວຕື່ມວ່າ: ການນຳພາ ສປປ ລາວໃນກອງປະຊຸມເສດເວທີປືກສາຫາລືດ້ານທຸລະກິດ AEBF – 24 ເປັນເວທີໜຶ່ງທີ່ພວກເຮົາຈະໄດ້ເຊີນຊວນບັນດາຄູ່ຮ່ວມພັດທະນາພະລັງງານເຊັ່ນ: ສະຖາບັນການສຶກ, ສາສາດສະດາຈານຈາກມະໄລທີ່ມີຊື່ສຽງ, ບັນດາຊ່ຽວຊານ ແລະ ບັນດາຜູ້ປະກອບການດ້ານພະລັງງານມາເປັນເວທີປຶກສາຫາລື, ສ່ວນຜົນປະໂຫຍດ ຂອງ ສປປ ລາວ ທີ່ຈະໄດ້ຮັບໃນເວທີປືກສາຫາລືດ້ານທຸລະກິດ AEBF – 24 ຄັ້ງນີ້, ພວກເຮົາຈະໄດ້ແລກປ່ຽນນະໂຍບາຍ ແລະ ນະວັດຕະກຳໃໝ່ຈາກບັນດາຜູ້ຊ່ຽວຊານດ້ານຕ່າງໆ ຈະເປັນປະໂຫຍດອັນດີທີ່ສຸດ ທີ່ສປປ ລາວ ໃນການຈະນຳເອົາບັນດານະໂຍບາຍ ແລະ ແຜນງານຕ່າງໆລວມທັງຄວາມຄິດເຫັນຂອງບັນດາຊ່ຽວຊານສາກົນລ້ວນແລ້ວແຕ່ຜູ້ທີ່ມີຊົງຄຸນນະວຸດໃນການຈະໃຫ້ຄວາມຮູ້ແກ່ ສປປ ລາວ ໃນການວາງນະໂຍບາຍເຊື່ອມໂຍງ, ເຊື່ຶຶອມຈອດ ດ້ານພະລັງງານກັບອາຊຽນລວມທັງການຄ້າຂາຍພະລັງງານຂ້າມແດນ ແລະ ເປັນຜົນປະໂຫຍດຕໍ່ການປະກອບສ່ວນຕໍ່ແຜນງານ ຫຼື ແຜນຍຸດທະສາດດ້ານພະລັງງານໃນສັງຄົມລາວໃນອານາຄົດ, ຊຶ່ງປັດຈຸບັນເຮົາກຳລັງຢູ່ໃນທ້າຍສະໄໝ່ ໃນການຈັດຕັ້ງປະຕິບັດແຜນງານຂອງແຜນພັດທະນາດ້ານພະລັງງານ 5 ປີ ແລະ ກຳລັງຮ່າງແຜນພັດທະນາດ້ານພະລັງງານ 5 ປີ ໃນຕໍ່ໜ້າ, ຊຶ່ງປັດຈຸບັນພວກເຮົາກໍໄດ້ຮັບຄໍາເຫັນປືກສາ ແລະ ຊີ້ນຳຈາກຊ່ຽວຊານພາຍໃນ ແລະ ຕ່າງປະເທດເພື່ອການພັດທະນາພະລັງງານຂອງ ສປປ ລາວ ໃຫ້ເຊື່ອມຈອດກັບປະເທດອາຊຽນ ແລະ ພາກພື້ນໃຫ້ລາວກາຍເປັນປະເທດເຊື່ອມຈອດດ້ານພະລັງງານກັບພາກພື້ນ ແລະ ສາກົນ.