ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
26 ມັງກອນ 2023, ນະຄອນຫຼວງວຽງຈັນ, ສປປ ລາວ – ສະຫະພັນຜະດຸງຄັນສາກົນ ຫຼື International Confederation of Midwives (ICM) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ມີພາລະບົດບາດຮັບຮອງມາດຕະຖານສາກົນ ແລະ ທັງເປັນຕົວແທນຕາງໜ້າໃຫ້ແກ່ວຽກງານຜະດຸງຄັນໃນທົ່ວໂລກ ໄດ້ປະກາດຢ່າງເປັນທາງການຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວ ໃນວັນທີ 07 ມັງກອນ 2023 ທີ່ຜ່ານມາ.
ອົງການດັ່ງກ່າວໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອປະເມີນສະຖາບັນທັງ 3 ແຫ່ງຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ, ຫຼວງພະບາງ ແລະ ຊຽງຂວາງ ໃນຊ່ວງທ້າຍປີ 2022. ເຊິ່ງຜົນການປະເມີນທີ່ອອກມາແມ່ນສາມາດບັນລຸເກນມາດຕະຖານຂອງ ICM ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາດຕະຖານ, ໂດຍທີ່ສອງມາດຕະຖານທີ່ຍັງເຫຼືອສາມາດບັນລຸໄດ້ບາງສ່ວນ. ດັ່ງນັ້ນ ການຖືກຮັບຮອງມາດຕະຖານສາກົນດັ່ງກ່າວນີ້ ຈຶ່ງເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງວິທະຍາໄລທັງສາມແຫ່ງກໍ່ຄື ສປປ ລາວ.
ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງ ICM (MEAP) ແມ່ນການຮັບຮອງທີ່ອີງໃສ່ຫຼັກການປະຕິບັດທີ່ດີທີ່ສຸດຂອງສາກົນ. ເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນເພື່ອປະເມີນຫຼັກສູດການສຶກສາຜະດຸງຄັນກ່ອນການໃຫ້ບໍລິການ ໂດຍອີງໃສ່ມາດຕະຖານສາກົນຂອງ ICM. ນອກນີ້ MEAP ຍັງເປັນຕົວຊີ້ວັດສໍາຄັນໃຫ້ແກ່ວຽກງານການສຶກສາຜະດຸງຄັນ ໃນການກ້າວໄປສູ່ລະດັບສາກົນ ແລະ ສປປ ລາວ ຍັງເປັນປະເທດທຳອິດໃນອາຊຽນທີ່ຖືກຮັບຮອງ.
ທ່ານ ປອ. ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຊົມເຊີຍຍິນດີຕໍ່ກັບວິທະຍາໄລທັງ 3 ແຫ່ງທີ່ໄດ້ສູ້ຊົນພັດທະນາຕົນຈົນສາມາດຜ່ານເກນການຮັບຮອງໃນລະດັບສາກົນ. ດຣ ບຸນແຟງ ກ່າວວ່າ “ວິທະຍາໄລທັງສາມແຫ່ງ ໄດ້ຜ່ານການຮັບຮອງມາດຕະຖານລະດັບຊາດໃນປີທີ່ຜ່ານມາ ແລະ ໃນຕົ້ນປີນີ້ເອງກໍ່ສາມາດບັນລຸມາດຕະຖານສາກົນ MEAP ໄດ້ທັນທີ. ສຳລັບ ສປປ ລາວ, MEAP ຈະຊ່ວຍຮັບປະກັນໃຫ້ຫຼັກສູດການສຶກສາຜະດຸງຄັນມີຄວາມແທດເໝາະສາມາດໝູນໃຊ້ຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ ພ້ອມທັງປິດຊ່ອງວ່າງຕ່າງໆ ເພື່ອໃຫ້ສາມາດສຸມໃສ່ພັດທະນາ ແລະ ຍົກສູງຄຸນະພາບການສຶກສາຜະດຸງຄັນໃຫ້ມີປະສິດທິພາບ ແລະ ຍືນຍົງ.”
ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ອົງການ UNFPA ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ຢ່າງໃກ້ຊິດໃນການສະໜັບສະໜູນວຽກງານຜະດຸງຄັນຂອງ ສປປ ລາວ. ການຊຸກຍູ້ໃຫ້ສູນການສຶກສາຜະດຸງຄັນທີ່ມີທ່າອ່ຽງໃຫ້ຖືກຮັບຮອງຈາກສາກົນ ກໍ່ແມ່ນສ່ວນໜຶ່ງຂອງການສະໜັບສະໜູນທີ່ສໍາຄັນຈາກ ອົງການ UNFPA.
ທ່ານ ຮ.ສ. ປ.ອ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃຫ້ຄໍາເຫັນວ່າ: “ສະຖາບັນການສຶກສາຜະດຸງຄັນທັງສາມແຫ່ງໄດ້ມີຄວາມມານະພະຍາຍາມເປັນຢ່າງຍິ່ງໃນການຍົກລະດັບສະຖາບັນໃຫ້ຜ່ານການປະເມີນຜົນຢ່າງຮອບດ້ານຄື: ດ້ານການບໍລິຫານ, ໂຄງສ້າງນັກສຶກສາ, ໂຄງສ້າງນິສິດເກົ່າ, ບຸກຄະລາກອນປະຈໍາຄະນະ, ການປະເມີນກວດກາ ແລະ ສອບເສັງ, ອຸປະກອນ, ສິ່ງອໍານວຍຄວາມສະດວກໃນການສິດສອນ ແລະ ສະຖານທີ່ອົບຮົມດ້ານຄຣີນິກ. ການຮັບຮອງມາດຕະຖານການສິດສອນຜະດຸງຄັນໃນ ສປປ ລາວ ທີ່ມີຄວາມໝາຍນີ້ ນອກຈາກເປັນຂີດໝາຍສໍາຄັນຕໍ່ກັບຄຸນະພາບການສຶກສາແລ້ວ ຍັງຖືເປັນການຮັບປະກັນຄຸນະພາບຂອງນັກສຶກສາຜະດຸງຄັນທີ່ໄດ້ສໍາເລັດການສຶກສານໍາອີກ.”
ທ່ານ ນາງ ມາຣຽມ ຄານ, ຜູ້ຕາງໜ້າຂອງອົງການ UNFPA ປະຈໍາ ສປປ ລາວ, ກ່າວວ່າ, “ບັນດາຜະດຸງຄັນຂອງພວກເຮົາມີຄວາມພາກພູມໃຈຫຼາຍ ເພາະການຮັບຮອງດັ່ງກ່າວແມ່ນໝາກຜົນສໍາຄັນຈາກການເຮັດວຽກຢ່າງໜັກ ໂດຍສະເພາະໃນໄລຍະທີ່ຕ້ອງປະເຊີນກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ໃນສອງສາມປີທີ່ຜ່ານມາ. ໄລຍະເວລາຂອງການຮັບຮອງແມ່ນຈະມີຜົນເປັນເວລາສາມປີ ແຕ່ຜະດຸງຄັນຂອງເຮົາກໍ່ໄດ້ລິເລີ່ມວາງແຜນ ເພື່ອຮັກສາສະຖານະພາບ MEAP ໄວ້ນັບຕັ້ງແຕ່ຕອນນີ້ໄປ! ອົງການ UNFPA ຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນຜົນສຳເລັດອັນສໍາຄັນນີ້ແກ່ການສຶກສາຜະດຸງຄັນໃນ ສປປ ລາວ!
ຂໍ້ມູນການຄົ້ນຄວ້າສຶກສາຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ ຜະດຸງຄັນ ທີ່ຜ່ານການຝຶກອົບຮົມເປັນຢ່າງດີ, ມີອຸປະກອນທີ່ຈໍາເປັນ ແລະ ມີເຄືອຂ່າຍການບໍລິການທີ່ເຂົ້າເຖິງໄດ້ ຈະສາມາດຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງແມ່ໄດ້ເຖິງ 80%. ຜະດຸງຄັນ ມີບົດບາດສໍາຄັນເປັນຢ່າງຍິ່ງໃນການຫຼຸດຜ່ອນການເສຍຊີວິດຂອງແມ່ໃນ ສປປ ລາວ.