ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ເປັນເຈົ້າພາບກອງປະຊຸມສຳມະນາແຜ່ນແພພື້ນເມືອງ ອາຊຽນ ຄັ້ງທີ IX

Nov 5, 2024

ກອງປະຊຸມເປີດຂື້ນຢ່າງເປັນທາງການ ໃນວັນທີ 4 ພະຈິກ ນີ້ ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດ ແຫ່ງ ສປປ ລາວ, ມີ ສົມເດັດພະລາຊິນີແຫ່ງ ລັດປະຮັງ, ມາເລເຊຍ – ອາຊີຊ່າ ອີດສະການດ້າ, ຜູ້ກໍ່ຕັ້ງ, ຜູ້ອຸປະຖໍາ ແລະ ປະທານມູນນິທິຕໍ່າຫູກ ແຫ່ງ ຣາຊະວົງ ປະຮັງ, ທ່ານ ນາງ ໂງ ເຟືອງ ລີ ພັນລະຍາ ຂອງ ທ່ານ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ທ່ານ ນາງ GKBRAA Paku Alam ປະທານສະມາຄົມສິລະປະແຜ່ນແພພື້ນເມືອງແຫ່ງອາຊີຕາເວັນອອກ ສ່ຽງໃຕ້, ມີທູຕານຸທູດ, ວິທະຍາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ນາລີ ສີສຸລິດ ກ່າວເປີດກອງປະຊຸມວ່າ: ກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນຄັ້ງທີ IX, ເປັນເທື່ອທໍາອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທີ່ມີຄວາມສຳຄັນນີ້ ສປປລາວ ພວກເຮົາຮູ້ສຶກເປັນກຽດທີ່ໄດ້ນໍາເອົາສິລະປະແຜ່ນແພພື້ນເມືອງທີ່ມີຄວາມງົດງາມ ແລະ ຫຼາກຫຼາຍຂອງອາຊຽນມາສູ່ດິນແດນຂອງລາວ, ພ້ອມດຽວກັນນັ້ນ, ກໍມີຄວາມພູມໃຈທີ່ຈະນໍາສະເໜີມໍລະດົກທາງວັດທະນະທໍາຂອງລາວ ຕໍ່ບັນດາທ່ານ, ຫົວຂໍ້ຂອງກອງປະຊຸມໃນປີນີ້ແມ່ນ “ຮັດແໜ້ນສາຍພົວພັນປະຊາຄົມອາຊຽນ ຜ່ານມໍລະດົກ ວັດທະນະທໍາ ແລະ ແຜ່ນແພ” ສະແດງໃຫ້ເຫັນເຖິງສາຍພົວພັນອັນເລິກເຊິ່ງທາງດ້ານວັດທະນະທຳລະຫວ່າງບັນດາປະເທດອາຊຽນພວກເຮົາ.
ກອງປະຊຸມສຳມະນາຄັ້ງນີ້ບໍ່ພຽງແຕ່ເປັນການປະ ກອບສ່ວນເຂົ້າໃນການອະນຸລັກສິລະປະແຜ່ນແພພື້ນເມືອງເທົ່ານັ້ນ, ແຕ່ຍັງເປັນການໃຫ້ກຽດ, ເຊີດຊູພູມປັນຍາ, ຄວາມມານະພະຍາຍາມ ແລະ ຄວາມຄິດສ້າງສັນຂອງແມ່ຍິງຜູ້ທີ່ໄດ້ອະນຸລັກຮັກສາປະເພນີທີ່ງົດງາມລໍ້າເລິກ ແລະ ມີຄຸນຄ່າສູງສົ່ງໃຫ້ຄົງຢູ່ກັບສັງຄົມຂອງພວກເຮົາຕະຫຼອດມາແລະ ຕະຫຼອດໄປ, ການຕໍ່າແຜ່ນແພໃນອະດີດ, ແຕ່ລະປະເທດແມ່ນເຮັດພໍໃຜພໍລາວຕາມທ່າແຮງບົ່ມຊ້ອນທາງດ້ານວັດຖຸດິບ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນຂອງຕົນ, ແຕ່ມາເຖິງປັດຈຸບັນວຽກງານຕໍ່າແຜ່ນແພມີການເຊື່ອມໂຍງເຂົ້າຫາກັນ, ມີການສະໜອງວັດຖຸດິບ, ມີຕະຫຼາດຈໍາໜ່າຍຜະລິດຕະພັນທີ່ຫຼາກຫຼາຍ ແລະ ກວ້າງຂວາງຂຶ້ນເຮັດໃຫ້ພວກເຮົາມີສິນຄ້າທີ່ຫຼາກຫຼາຍເພື່ອແລກປ່ຽນກັນ.
ສຳລັບບັນດາປະເທດອາຊຽນ, ເນື່ອງຈາກມີຄວາມໃກ້ຊິດທາງດ້ານທີ່ຕັ້ງພູມສາດເຮັດໃຫ້ມີການແລກປ່ຽນຄວາມຮູ້ ແລະ ແລກປ່ຽນວັດຖຸດິບຊຶ່ງກັນ ແລະ ກັນ ຈຶ່ງເຮັດໃຫ້ຜະລິດຕະພັນຕໍ່າເເຜ່ນຂອງພວກເຮົາຈຶ່ງມີຮູບແບບຄ້າຍຄືກັນ, ເຖິງວ່າແຜ່ນແພພື້ນເມືອງຂອງແຕ່ລະປະເທດຈະມີຮູບແບບລວດລາຍທີ່ວິຈິດງົດງາມເປັນເອກະລັກສະເພາະຂອງໃຜລາວ, ແຕ່ສິ່ງທີ່ພວກເຮົາມີຄວາມພາກພູມໃຈ ແລະ ເຊີດຊູຮ່ວມກັນນັ້ນ ກໍຄື: ຄວາມຮັກ, ທັກສະ, ຫົວຄິດປະດິດສ້າງ, ຄວາມປານີດທີ່ມາຈາກພູມປັນຍາຂອງແມ່ຍິງອາຊຽນ ທີ່ຝັງຢູ່ໃນແຕ່ລະຜືນຜ້າທີ່ສວຍສົດງົດງາມໃນປັດຈຸບັນ,
ເນື່ອງຈາກ ການຫັນປ່ຽນວິຖີຊີວິດແບບດັ່ງເດີມໄປສູ່ວິຖີຊີວິດທີ່ທັນສະໄໝ ຕິດພັນກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ເຖິງວ່າພວກເຮົາພວມປະ ເຊີນກັບສິ່ງທ້າທາຍໃນການປົກປັກຮັກສາວັດທະນະທໍາການຜະລິດ ແລະ ການນຸ່ງຖືທີ່ນຳໃຊ້ແຜ່ນແພພື້ນເມືອງໃຫ້ຄົງຢູ່ກໍຕາມ, ແຕ່ສັງເກດເຫັນວ່າຢູ່ບັນດາປະເທດອາຊຽນພວກເຮົາກໍໄດ້ມີຄວາມເອົາໃຈໃສ່ໃນການສົ່ງເສີມ ແລະ ປົກປັກຮັກສາແຜ່ນແພພື້ນເມືອງໄວ້ໄດ້ເປັນຢ່າງດີ.
ສະເພາະ ຢູ່ ສປປ ລາວ, ການຕໍ່າຫູກທໍໄໝໄດ້ຕິດແໜ້ນກັບວິຖີຊີວິດຂອງແມ່ຍິງລາວບັນດາເຜົ່າມາແຕ່ດຶກດໍາບັນ, ມາເຖິງປັດຈຸບັນ, ເຕັກໂນໂລຊີມີການຂະຫຍາຍຕົວ ແຕ່ພວກເຮົາກໍຍັງສືບຕໍ່ໃຫ້ຄ່ານິຍົມການຕໍ່າແຜ່ນແພແບບດັ່ງເດີມ, ທັງນີ້ກໍເພື່ອຮັກສາມູນເຊື້ອທາງດ້ານວັດທະນະທໍາອັນດີງາມຂອງຊາດໄວ້ໃຫ້ດໍາລົງຄົງຢູ່ຊົ່ວລູກຊົ່ວຫຼານສືບຕໍ່ໄປ.
ນອກຈາກນັ້ນການນຸ່ງຖືຜ້າແພພື້ນເມືອງຍັງຄົງເປັນສ່ວນໜຶ່ງທີ່ສໍາຄັນ ໃນຊີວິດປະຈໍາວັນຂອງຄົນລາວ ບໍ່ວ່າຢູ່ໃນຕົວເມືອງໃຫຍ່ ກໍຄືຢູ່ໃນເຂດຊົນນະ ບົດ. ແມ່ຍິງລາວແມ່ນຍັງນິຍົມນຸ່ງຜ້າໄໝບ່ຽງແພ, ສ່ວນຜູ້ຊາຍລາວກໍຍັງສືບຕໍ່ນິຍົມຊົມຊອບນຸ່ງເສື້ອຜ້າຝ້າຍ, ຜ້າໄໝທີ່ເປັນເອກະລັກຂອງລາວໃນງານປະເພນີທີ່ສໍາຄັນຂອງຄອບຄົວກໍຄືຂອງຊາດໄວ້ໄດ້ຢ່າງງົດງາມ.
ກອງປະຊຸມສໍາມະນາໃນຄັ້ງນີ້ເຊື່ອວ່າແຕ່ລະຜືນຜ້າທີ່ພວກເຮົາສຶກສາ, ແຕ່ລະເລື່ອງລາວທີ່ພວກເຮົາແບ່ງປັນ ແລະ ແຕ່ລະແນວຄິດທີ່ພວກເຮົາແລກປ່ຽນກັນຢ່າງສ້າງສັນນັ້ນ ລ້ວນແຕ່ເປັນການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ປະຊາຄົມທີ່ມີຄວາມສາມັກຄີປອງດອງໃນຄວາມຫຼາກຫຼາຍ.
อาจเป็นรูปภาพของ แท่นบรรยาย และ ข้อความ
อาจเป็นรูปภาพของ แท่นบรรยาย และ ข้อความ
อาจเป็นรูปภาพของ 1 คน และ ข้อความ