ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ I
ກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດ ນາມ ຫລື CLV ຄັ້ງທີ I ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄຂຂຶ້ນໃນຕອນເຊົ້າວັນທີ 5 ທັນວາ 2023 ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄຸນ ສຸດາຣີ, ປະທານສະພາແຫ່ງຊາດ ແຫ່ງ ຣາຊອານາຈັກກຳປູເຈຍ, ທ່ານ ເລື່ອງ ດັ່ງເຫວະ, ປະທານ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນຈາກສາມປະ ເທດ CLV ເຂົ້າຮ່ວມ.
ກອງປະຊຸມຄັ້ງພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດ ຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງ ກຳປູ ເຈຍ- ລາວ-ຫວຽດນາມ” ຊຶ່ງເປັນກອງປະຊຸມຄັ້ງປະຫວັດສາດນີ້ ເປັນການຍົກລະດັບກົນໄກການປະຊຸມ ຈາກຂັ້ນກຳມາທິການຕ່າງໆ ຂອງສະພາແຫ່ງຊາດສາມປະເທດ (CLV) ຂຶ້ນເປັນກອງປະຊຸມສຸດຍອດລັດຖະສະພາ ແນໃສ່ເພີ່ມທະວີ ແລະເສີມ ຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຢ່າງແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານ, ໂດຍສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພົວພັນດ້ານວັດທະນາທຳ ແລະ ສັງ ຄົມ, ການພົວພັນລະຫວ່າງປະຊາຊົນກັບປະຊາຊົນ ເພື່ອການພັດທະນາແບບຍືນຍົງ ລະຫວ່າງສາມປະເທດ ແລະ ຢູ່ໃນພາກ ພື້ນ.
ພ້ອມກັນນີ້, ເພື່ອຍົກສູງບົດບາດຂອງສະພາແຫ່ງຊາດໃນການຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາໃນການ ຈັດຕັ້ງປະຕິ ບັດບັນດາສັນຍາ, ແຜນງານ ແລະ ໂຄງການຮ່ວມມືຕ່າງໆ ຊຶ່ງລັດຖະບານຂອງສາມປະເທດໄດ້ລົງນາມຮ່ວມກັນ ກໍຄື ສັນຍາຫຼາຍຝ່າຍ ຊຶ່ງທັງສາມປະເທດເປັນພາຄີ; ເພື່ອສ້າງເປັນເວທີໃຫ້ສະມາຊິກສະພາແຫ່ງຊາດຂອງ ສາມປະເທດ ໄດ້ມີການແລກ ປ່ຽນຂໍ້ມູນຂ່າວສານ, ປະສົບການ, ບົດຮຽນ ແລະ ພຶດທິກໍາທີ່ດີ ກ່ຽວກັບການປະຕິບັດໜ້າທີ່ ແລະ ພາລະບົດບາດ ຂອງສາມສະພາແຫ່ງຊາດ CLV; ພ້ອມທັງຮ່ວມກັນປຶກສາຫາລື ກ່ຽວກັບການຈັດສັນງົບປະມານ ແລະ ການຄົ້ນຄວ້າຊ່ອງທາງໃນການລະ ດົມທຶນຈາກພາຍໃນ ແລະ ຄູ່ຮ່ວມພັດທະນາສາກົນຂອງ CLV ແລະ ການຮ່ວມມືໃນຂົງເຂດອື່ນໆ.
ໃນໂອກາດກ່າວສູນທອນພົດຕໍ່ກອງປະຊຸມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປລ ລາວ ໄດ້ຕີລາຄາສູງ ຕໍ່ຂໍ້ລິເລີ່ມຂອງການຈັດກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ຊຶ່ງເປັນຄັ້ງທໍາອິດທີ່ຜູ້ນໍາຂັ້ນສູງຂອງສະພາແຫ່ງຊາດສາມປະເທດ ຈະໄດ້ຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືຮອບດ້ານ ຕາມບົດບາດຂອງຕົນ ເພື່ອຊຸກຍູ້ ແລະ ຕິດຕາມກວດກາ ການປະຕິບັດບັນດາແຜນງານ, ກິດຈະກຳຕ່າງໆ ຂອງລັດຖະບານ, ຂະແໜງການທີ່ກ່ຽວຂ້ອງຂອງສາມປະເທດ ໂດຍ ສະເພາະແມ່ນການດໍາເນີນໂຄງການຮ່ວມມື ແລະ ການລົງທຶນ ຂອງລັດຖະບານສາມປະເທດ ກໍ່ຄື ໂຄງການຊ່ວຍເຫຼືອສາກົນຢູ່ໃນເຂດສາມຫຼ່ຽມ ພັດທະນາ (CLV) ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນເຂດດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ຫລື CLV ຄັ້ງທີ I ໄດ້ກຳນົດຫົວຂໍ້ຍ່ອຍເພື່ອລົງເລິກຄົ້ນຄວ້າປຶກສາ ຫາລື ກັນໃນແຕ່ລະຂົງເຂດ ຄື: ວຽກງານຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ: “ເພີ່ມທະວີບົດບາດຂອງລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມໃນການຊຸກຍູ້ການຮ່ວມມື, ການເປັນຄູ່ຮ່ວມ, ຄວາມສາມັກຄີ ແລະ ຄວາມຈະເລີນຮຸ່ງເຮືອງ”. ວຽກງານການຮ່ວມມືດ້ານ ເສດຖະກິດ ແລະ ວັດທະນະທຳ-ສັງຄົມ: “ເພີ່ມທະວີການຮ່ວມມືຂອງລັດຖະ ສະພາ ໃນການຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດ ຂອງກຳປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: “ເພີ່ມທະວີພາລະບົດບາດໃນການຕິດຕາມກວດກາຂອງລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບ” ຊຶ່ງຈະດໍາເນີນໄປຮອດວັນທີ 7 ທັນວາ 2023 ນີ້ ຈິ່ງຈະສໍາເລັດ.
ຂ່າວ: BT
ພາບ: ຄຳກອງ