ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024

Sep 19, 2024

ພິທີເປີດການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ຫຼື WTT youth contender 2024 ຈັດຂຶ້ນໃນຕອນບ່າຍວັນທີ 18 ກັນຍາ 2024 ທີ່ສູນການຄ້າ ລາວ-ໄອເຕັກ ໃນນະຄອນຫຼວງວຽງຈັນ ເຊິ່ງປີນີ້ແມ່ນເປັນປີທີ 2 ຕິດຕໍ່ກັນທີ່ ສປປ ລາວ ເປັນເຈົ້າພາບ.
ໃຫ້ກຽດເຂົ້າຮ່ວມພິທີມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ປະທານຄະນະກຳມະການຈັດງານແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມເຍົາວະຊົນໂລກ 2024 ແລະ ທ່ານ ປ້າ ວຽງເງິນ ໄຂຄໍາພິທູນ ພັນລະຍາທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ປຶກສາກິດຕິມະສັກຂອງການແຂ່ງຂັນລາຍການນີ້ ພ້ອມດ້ວຍຕາງໜ້າຜູ້ສະໜັບສະໜູນຫຼາຍພາກສ່ວນ, ຄະນະນໍາ, ຄູຝຶກ ແລະ ນັກກິລາ ຈາກປະເທດຕ່າງໆ ທີ່ເຂົ້າຮ່ວມການແຂ່ງຂັນ.
ການແຂ່ງຂັນຄັ້ງນີ້ມີທັງໝົດ 14 ປະເທດເຂົ້າຮ່ວມ ຄື: ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ສ. ເກົາຫຼີ, ມາເລເຊຍ, ສິງກະໂປ, ຮົງກົງ ແລະ ໄຕຫວັນຂອງຈີນ, ອິນເດຍ, ມານດິວ, ອົດສະຕຣາລີ, ໂຄລົມບີ ແລະ ອິນໂດເນເຊຍ, ມີນັກກິລາທັງໝົດ 201 ຄົນ ( ຍິງ 80 ຄົນ ) ມີຕັ້ງແຕ່ອາຍຸ 11, 13, 15, 17 ແລະ 19 ປີ, ແຂ່ງຂັນ ລະຫວ່າງວັນທີ 18-21 ກັນຍາ 2024.
ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ແກ່ຄະນະຮັບຜິດຊອບຈັດການແຂ່ງຂັນສະແດງຄວາມຂອບໃຈມາຍັງການນໍາທຸກຂັ້ນ, ຜູ້ໃຫ້ການສະໜັບສະໜູນ ແລະ ທຸກພາກສ່ວນທີ່ມີສ່ວນຮ່ວມ ທີ່ໄດ້ເສຍສະຫຼະເຫື່ອແຮງ ສະຕິປັນຍາ ພ້ອມທັງກໍາລັງຊັບ ເຮັດໃຫ້ການກະກຽມເປັນເຈົ້າພາບຈັດງານທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້.