ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫ່ຍພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ລະຫວ່າງວັນທີ 07-08 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ເເລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ມີຂຶ້ນໃນທ່າມກາງທີ່ສອງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ພວມສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນວັນຄົບຮອບ 60 ປີ ແຫ່ງການພົບປະສຸດຍອດຄັ້ງທໍາອິດ ທີ່ ນະຄອນຫຼວງພຽງຢາງ ຂອງ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍ ແລະ ອາມາຕະຂອງປະຊາຊົນເກົາຫຼີ ໃນວັນທີ 28 ຕຸລາ 2025 ແລະ ຂໍ່ານັບຊົມເຊີຍວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີໃນວັນທີ 10 ຕຸລາ 2025 ທີ່ຈະມາເຖິງນີ້, ພ້ອມທັງເປັນການສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ລາວ ແລະ ສປປ ເກົາຫຼີ ຄົບຮອບ 50 ປີ.
ຕອນບ່າຍຂອງວັນທີ 07 ຕຸລາ 2025, ທີ່ ຫໍປະຊຸມສະໜາມກິລານະຄອນຫຼວງພຽງຢາງ ໄດ້ມີພິທີຕ້ອນຮັບທາງການຢ່າງຍິ່ງໃຫຍ່ ແລະ ສົມກຽດ ໃຫ້ແກ່ ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ໂດຍມີການກວດແຖວກອງກຽດຕິຍົດແລະ ຍິງປືນໃຫຍ່ 21 ນັດ. ໃນພິທີຕ້ອນຮັບຢ່າງເປັນທາງການ ໄດ້ມີສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ເຍົາວະຊົນ ແລະ ປະຊາຊົນນະຄອນຫຼວງພຽງຢາງ ຫຼາຍກວ່າ 1.000 ຄົນ ໃຫ້ການຕ້ອນຮັບຢ່າງຟົດຟື້ນ ແລະ ສົມກຽດ. ຕໍ່ມາ, ທີ່ສໍານັກງານຫ້ອງວ່າການສູນກາງພັກແຮງງານເກົາຫຼີ ໄດ້ມີການພົບປະ ລະຫວ່າງສອງເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ, ໂດຍສະຫາຍ ກິມ ເຈິງ ອຸນ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ, ໄດ້ເປັນຂີດໝາຍທີ່ສໍາຄັນຍິ່ງອີກຄັ້ງໜຶ່ງທາງປະຫວັດສາດສໍາລັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ພັດທະນາຂື້ນສູ່ບາດກ້າວໃໝ່ ໃນຊຸມປີຕໍ່ໜ້າ. ສະຫາຍ ກິມ ເຈິງ ອຸນ ໄດ້ອວຍພອນໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງ ພັກປະຊາຊົນປະຕິວັດລາວ ໄລຍະທ້າຍສະໄໝ ແລະ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນປີ 2026 ທີ່ຈະມາເຖິງນີ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງສະຫາຍ ກິມ ເຈິງ ອຸນ, ກໍ່ຄືພັກ, ລັດ ແລະ ປະຊາຊົນເກົາຫຼີອ້າຍນ້ອງ ໄດ້ສະແດງເຖິງໄມຕີຈິດ ແລະ ມິດຕະພາບອັນດູດດື່ມທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ການສ້າງຕັ້ງພັກແຮງງານເກົາຫຼີ ທີ່ຈະໝູນວຽນມາ ຄົບຮອບ 80 ປີໃນວັນທີ 10 ຕຸລານີ້ ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນເກົາຫຼີອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນແກ່ພາລະກິດການປົດປ່ອຍຊາດໃນເມື່ອກ່ອນກໍ່ຄືການປົກປັກຮັກສາແລະສ້າງສາພັດທະນາປະເທດລາວ ໃນປັດຈຸບັນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໃຫ້ ພັກແຮງງານເກົາຫຼີ ທີ່ມີ ສະຫາຍ ກິມ ເຈິງ ອຸນ ເປັນຜູ້ນໍາສູງສຸດນັ້ນ, ຈົ່ງມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າແລະ ຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ VIII ແລະ ກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ພັກແຮງງານເກົາຫຼີໄດ້ຢ່າງມີໄຊ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ເພື່ອພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ເເລະ ສປປ ເກົາຫຼີ, ສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງແລະຂັ້ນຕ່າງໆຂອງສອງຝ່າຍ ໃຫ້ເປັນປົກກະຕິ, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດວັດທະນະທຳ-ສັງຄົມ, ການສຶກສາ, ການຮ່ວມມືດ້ານການກໍ່ສ້າງພັກ ແລະ ດ້ານອື່ນໆນໍາກັນ ໃນຫຼາຍຮູບແບບທີ່ເໝາະສົມ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ກິມ ເຈິງອຸນ ໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງ ເປັນກຽດໃຫ້ແດ່ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ. ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດ ລາວ ຍັງມີແຜນການຈະຢ້ຽມຢາມ ວັງພະອາທິດກຶມສຸສານ, ໂຮງຮຽນທິດສະດີກໍ່ສ້າງພະນັກງານສູນກາງພັກແຮງງານເກົາຫຼີ, ຫ້ອງວາງສະແດງອາວຸດຍຸດໂທປະກອນປ້ອງກັນປະເທດ ແລະສູນວິຈິດຕະກໍາມານຊູແດຕື່ມອີກ.


