ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ແລະ ສ. ເກົາຫລີ ເຊັນ MOU ສະໜອງແຮງງານລະດູການ

Aug 31, 2022

ໃນວັນທີ 26 ສິງຫາ 2022, ກົມຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ຮ່ວມກັບ ເມືອງແຮງຊ້ອງ ແຂວງ ກັງວອນ ສ.ເກົາຫຼີ ໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ ກ່ຽວກັບ ແຜນການຈັດສົ່ງງານແຮງງານຕາມລະດູການ ໂອກາດເຄື່ອນໄຫວຢ້ຽມຢາມແຮງງານທີ່ໄປເຮັດວຽກຢູ່ປະເທດດັ່ງກ່າວ.
ຕາງໜ້າກະຊວງແຮງງານ ແລະ ສະຫວັດດິການສັງຄົມ ຮ່ວມລົງນາມຂອງ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ, ໂດຍມີຄະນະທີ່ກ່ຽວຂ້ອງ ທັງສອງຝ່າຍຮ່ວມເປັນສັກຂີພິຍານ.
ການເຊັນບົດບັນທຶກຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການຮ່ວມມືຮ່ວມກັນ ລະຫວ່າງ ທັງສອງຝ່າຍ ແລະ ການຈັດສັນນຳສົ່ງຜູ້ອອກແຮງງານຕາມລະດູການ ເພື່ອເຮັດວຽກໃນຂົງເຂດກະສິກຳ ເປັນໄລຍະ 3-5 ເດືອນ ໃນປະເທດສາທາລະນະລັດເກົາຫລີ ແລະ ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນມີຄວາມສອດຄ່ອງກັບກົດໝາຍ ແລະ ກົດລະບຽບ ລະຫວ່າງປະເທດຂອງແຕ່ລະປະເທດ. ອີງຕາມ ແຜນງານນຳສົ່ງຜູ້ອອກແຮງງານຕາມລະດູການ ຂອງ ສອງປະເທດ , ແຜນງານນຳສົ່ງຜູ້ອອກແຮງງານຕາມລະດູການ ເພື່ອການຈັດຫາ ແລະ ນຳສົ່ງ ຜູ້ອອກແຮງງານຕາມລະດູການ ຈາກປະເທດ ສປປ ລາວ ໄປທີ່ປະເທດ ສາທາລະນະລັດເກົາຫລີ. ໄລຍະເວລາຂອງແຜນງານຊົ່ວຄາວຄັ້ງນີ້ ແມ່ນກໍານົດພາຍໃນ 90 ວັນເຮັດວຽກ ຫຼື 5 ເດືອນ , ລວມປະມານ 500 ຄົນຕໍ່ປີ.
ໃນບົດບັນທຶກຍັງລະບຸຢ່າງລະອຽດ ກ່ຽວກັບ ມາດຕະການລະເມີດ 1; 2 ແລະ 3. ນອກນັ້ນ ເມືອງ ແຮງຊ້ອງ ຈະຕ້ອງຮັບຜິດຊອບກ່ຽວກັບຂັ້ນຕອນທີ່ຈຳເປັນກ່ຽວຂ້ອງທັງໝົດ ສຳລັບຜູ້ອອກແຮງງານຕາມລະດູການ ຈາກ ສປປ ລາວ ເພື່ອຮັບວີຊາທີ່ອອກອອກແຮງງານ ຢູ່ ສ.ເກົາຫຼີ.
ພ້ອມນັ້ນ ຍັງຈະຕ້ອງນຳສົ່ງແຮງງານ ໃຫ້ແກ່ ນາຍຈ້າງ,ລວມທັງສະໜອງຂໍ້ມູນຂ່າວສານ, ການເຝິກອົບຮົມ, ການແນະນໍາ, ຄໍາປຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆທີ່ກ່ຽວຂ້ອງ. ເຊິ່ງບົດບັນທຶກຄວາມເຂົ້າໃຈສະບັບນີ້ແມ່ນມີກຳນົດໄລຍະເວລາ 1ປີ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປ.
ໂດຍ: ບຸນຍັງ