ສປປ ລາວ ແລະ ອົງການ ສປຊ ຢໍ້າຄືນການຮັດແໜ້ນການຮ່ວມມື ແລະ ລາຍງານຄວາມຄືບໜ້າການພັດທະນາໃນປີ 2024
ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ (ສປຊ) ໄດ້ປະກາດເປີດໂຕ ແລະ ຮັບຮອງເອົາ ບົດລາຍງານຄວາມຄືບໜ້າການພັດທະນາ ປະຈໍາປີ 2024 ທີ່ ກອງປະຊຸມຄະນະກໍາມະການຊີ້ນໍາຮ່ວມ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ເມສາ 2025 ທີ່ ນະຄອນຫລວງວຽງຈັນ, ເຊິ່ງກອງປະຊຸມດັ່ງກ່າວເປັນກົນໄກການທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໄລຍະປີ 2022-2026. ບົດລາຍງານຄວາມຄືບໜ້າປະຈໍາປີດັ່ງກ່າວນີ້ ໄດ້ສັງລວມເອົາຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງບັນດາອົງການເຄືອຂ່າຍ ສປຊ ໂດຍສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX, ເປົ້າໝາຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍ ປພຍ ແຫ່ງຊາດທີ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ.

ກອງປະຊຸມຄະນະກໍາການຊີ້ນໍາຮ່ວມມືດັ່ງກ່າວນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ທ່ານ ບາໂຄເດຍ ເບີຄານອຟ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ເຊິ່ງເປັນການຈັດກອງປະຊຸມທໍາອິດໃນປີ 2025, ໂດຍມີຜູ້ຕ່າງໜ້າຈາກບັນດາກະຊວງ ແລະ ອົງການເຄື່ອຂ່າຍ ສປຊ ເຂົ້າຮ່ວມ. ຈຸດປະສົງຫຼັກແມ່ນເພື່ອປຶກສາຫາລືບັນດາຜົນສໍາເລັດ, ຄວາມຄືບໜ້າ ແລະ ບັນດາເປົ້າໝາຍບູລິມະສິດຂອງຄາດໝາຍທີ່ນອນຢູ່ໃນ ຂອບການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ, ກໍຄື ຊີວິດການເປັນຢູ່ທີ່ດີ, ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ, ການຄຸ້ມຄອງບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການສ້າງຄວາມທົນທານ.
ບົດລາຍງານຄວາມຄືບໜ້າການພັດທະນາ ປະຈໍາປີ 2024 ໄດ້ຍົກໃຫ້ເຫັນຫຼາຍຫົວຂໍ້ທີ່ສໍາຄັນ
ບົດລາຍງານຄວາມຄືບໜ້າການພັດທະນາ ປະຈໍາປີ 2024 ໄດ້ລາຍງານກ່ຽວກັບທ່ວງທ່າການພັດທະນາ ໃນປີ 2024 ທີ່ຜ່ານມາ ໂດຍສະເພາະແມ່ນສະພາບຜົນກະທົບຂອງການພັດທະນາເສດຖະກິດ-ສັງຄົມ, ລວມທັງບັນດານະໂຍບາຍພາຍໃນປະເທດ ແລະ ນະໂຍບາຍຂອງສາກົນ ທີ່ຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດວຽກງານ ແລະ ຄວາມພະຍາຍາມຕ່າາງໆຢູ່ຂັ້ນທ້ອງຖິ່ນ ແລະ ເພື່ອຊຸກຍູ້ຄວາມຄືບໜ້າການພັດທະນາ. ໃນນັ້ນ, ເລື່ອງລາວກ່ຽວກັບຄວາມມຸ້ງໝາຍຂອງປະຊາຊົນ ໄດ້ສະແດງໃຫ້ເຖິງຜົນກະທົບຂອງນະໂຍບາຍ ແລະ ໂຄງການຕ່າງໆ ທີ່ພະຍາຍາມນໍາເອົາແນວທາງການພັດທະນາມາປັບປຸງ ແລະ ຍົກລະດັບຊິວິດການເປັນຢູ່ຂອງປະຊາຊົນ, ເຊັ່ນ: ຊາວນາ ແລະ ຊາວກະສິກອນ ໄດ້ຫັນມານໍາໃຊ້ ແນວທາງການກະສິກໍາທີ່ຍືນຍົງ, ຄູອາຈານສິດສອນໄດ້ມີການປັບປຸງຜົນໄດ້ຮັບຂອງການຮຽນການສອນ ແລະ ຊຸມຊົນທ້ອງຖິ່ນໄດ້ພະຍາຍາມສ້າງສາ ແລະ ກັບຄືນສູ່ຊິວິດການເປັນຢູ່ ພາຍຫຼັງໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ເປັນຕົ້ນ. ໃນໄລຍະທີ່ຜ່ານມາ, ເຄື່ອຂ່າຍອົງການ ສປຊ ພາຍໃນປະເທດໄດ້ສະໜອງທຶນຮອນເປັນຈໍານວນ 86,7 ລ້ານໂດລາສະຫະລັດ ໃຫ້ແກ່ບັນດາແຂວງຕ່າງໆໃນທົ່ວປະເທດ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ໄດ້ເຊື່ອມສານການສົ່ງເສີມການມີສ່ວນຮ່ວມຂອງນະໂຍບາຍ, ເຕັກນິກວິຊາການ ແລະ ການສະໜອງການບໍລິການ, ເພື່ອຮັບປະກັນວ່າ ພວກເຮົາຈະພ້ອມກັນກ້າວໄປໃນແນວທາງການພັດທະນາຢູ່ ສປປ ລາວ.
ບົດລາຍງານຍັງໄດ້ຍົກໃຫ້ເຫັນເຖິງຄວາມຄືບໜ້າຂອງຂະແໜງການຕ່າງໆ ເຖິງແມ່ນວ່າຈະປະເຊີນກັບສິ່ງທ້າທາຍໃນຫຼາຍມິຕີກໍ່ຕາມ, ໂດຍສະເພາະ ອັນໂດດເດັ່ນກໍຄືຄວາມຄືບໜ້າໃນການແກ້ໄຂບັນຫາໂລກລະບາດ ເຊັ່ນ: ມາລາເລຍ ແລະ ໄຂ້ໝາກແດງ. ນອກນັ້ນ, ກໍຍັງມີຂໍ້ລິເລີ່ມການຮຽນຮູ້ ເພື່ອສົ່ງເສີມຜົນໄດ້ຮັບຂອງການຮຽນການສອນ, ໂດຍສະເພາະແມ່ນເດັກນ້ອຍທີ່ອາໄສຢູ່ເຂດຫ່າງໄກສອກລີກ. ໂຄງການສະໜອງອາຫານທ່ຽງ ກໍໄດ້ຮັບການຂະຫຍາຍຕົວໄປຫາຫຼາຍໂຮງຮຽນໃນຫຼາຍຂົງເຂດ ແລະ ສືບຕໍ່ເປັນໂຄງການທີ່ໄດ້ປະກອບສ່ວນສະໜອງໂພຊະນາການທີ່ສໍາຄັນໃຫ້ແກ່ຄອບຄົວ ແລະ ຊູມຊົນໃນທ້ອງຖິ່ນ. ໃນປີ 2024, ມີຫຼາຍແຂວງໄດ້ປະກາດເປັນແຂວງສຸຂານາໄມ ແລະ ຢຸດຕິການຖ່າຍຊະຊາຍ ຍ້ອນມີການປັບປຸງການເຂົ້າເຖິງນໍ້າສະອາດ ແລະ ສຸຂາອານາໄມຫຼາຍຂຶ້ນກວ່າເກົ່າ. ວຽກງານການໃຫ້ການບໍລິການການປົກປ້ອງແກ່ຜູ້ເຄາະຮ້າຍຈາກຄວາມຮຸນແຮງ ແລະ ການທໍາຮ້າຍຮ່າງກາຍ ກໍໄດ້ຮັບການຂະຫຍາຍຕົວ ຄຽງຄູ່ກັບ ການສະໜອງການບໍລິການທີ່ປຶກສາ ແລະ ການປົກປ້ອງເດັກ ກໍໄດ້ຮັບການຂະຫຍາຍຕົວເຊັ່ນດຽວກັນ. ນອກນັ້ນ, ກໍຍັງມີໂຄງການປົກປ້ອງທາງສັງຄົມ ກໍໄດ້ສະໜອງການຊ່ວຍເຫຼືອທີ່ຈໍາເປັນໃຫ້ແກ່ກຸ່ມປະຊາຊົນທີ່ບອບບາງທີ່ສຸດ, ລວມທັງຜູ້ພິການ ແລະ ເສຍອົງຄະ. ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ກໍໄດ້ຮັບການຊ່ວຍເຫຼືອສຸກເສີນຈາກ ອົງການ ສປຊ ແລະ ພື້ນທີ່ພັດທະນາຈໍານວນຫຼາຍເຮັກຕາ ກໍໄດ້ຮັບການກວດກູ້ຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ.
ສະເພາະວຽກງານການວາງນະໂຍບາຍແຫ່ງຊາດ, ອົງການ ສປຊ ໄດ້ສະໜັບສະໜູນຜ່ານ ກົນໄກຂະບວກນການໂຕະມົນ, ການພັດທະນາຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ແລະ ການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ສປຊ ກໍໄດ້ສະໜັບສະໜູນການປະຕິຮູບນິຕິກໍາຈໍານວນໜຶ່ງ, ໂດຍສະເພາະ ນິຕິກໍາກ່ຽວວຽກງານສາທາລະນະສຸກ ແລະ ການສຶກສາ. ຍຸດທະສາດຕ່າງໆກໍໄດ້ມີການພັດທະນາຂຶ້ນເພື່ອສະໜັບສະໜູນວຽກງານການເຄື່ອນຍ້າຍຖິ່ນຖານທີ່ເປັນລະບົບ, ການຫັນປ່ຽນທາງດ້ານກະສິກໍາ, ການສ້າງລະບົບແຈ້ງເຕືອນໄພລວງໜ້າສໍາລັບທຸກຄົນ, ການປົກປັກຮັກສາຊີວະນານາພັນ ແລະ ການຫຼຸດຜ່ອນມົນລະພິດຈາກສິ່ງເສດເຫຼືອພາສຕິກ, ເປັນຕົ້ນ. ນອກຈາກນັ້ນ, ບົດລາຍງານຍັງໄດ້ຍົກໃຫ້ເຫັນເຖິງ ການປະກອບສ່ວນ ແລະ ສະໜັບສະໜູນຂອງ ອົງການ ສປຊ ຕໍ່ກັບການເປັນປະທານກອງປະຊຸມສຸດຍອດອາຊຽນຂອງ ສປປ ລາວ ໃນປີ 2024, ລວມທັງການຢ້ຽມຢາມຂອງ ທ່ານ ເລຂາທິການໃຫ່ຍ ອົງການ ສປຊ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ-ສປຊ ຄັ້ງທີ 14 ອີກດ້ວຍ.
ແນວທາງຍຸດທະສາດໃນປີ 2025
ໂດຍອີງໃສ່ສະພາບ ແລະ ທ່ວງທ່າການພັດທະນາໃນປັດຈຸບັນ ແລະ ແນວທາງຂອງ ຂໍ້ຕົກລົງເພື່ອອະນາຄົດ, ກອງປະຊຸມຄະນະກໍາມະການຊີ້ນໍາຮ່ວມ ໄດ້ມີການປຶກສາຫາລື ແລະ ລົງເລິກກ່ຽວກັບການຍົກລະດັບການຮ່ວມມື ແລະ ຄວາມພະຍາຍາມຮ່ວມກັນໃຫ້ຫຼາຍຂຶ້ນກວ່າເກົ່າ, ຊຸກຍູ້ໃຫ້ມີການເຊື່ອມໂຍງສອດຄ່ອງກັນຫຼາຍຂຶ້ນ ແລະ ເພີ່ມທະວີປະສິດທິພາບໃຫ້ຫຼາຍຂຶ້ນກວ່າເກົ່າໃນປີ 2025. ບັນດາອົງການເຄື່ອຂ່າຍ ສປຊ ກໍໄດ້ແລກປ່ຽນກ່ຽວກັບບູລິມະສິດຍຸດທະສາດ ໃນປີ 2025 ທີ່ກ່ຽວຂ້ອງກັບຂະແໜງການ ແລະ ການສະເໜີຂົງເຂດການຮ່ວມມືໃໝ່ໆ ລວມທັງ ການມີສ່ວນຮ່ວມກັບໄວໜຸ່ມ ກ່ຽວກັບ ການຫັນເປັນດິຈິຕັລ, ການຫັນປ່ຽນລະບົບອາຫານ, ການສະໜອງທຶນສີຂຽວ, ການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ການປົກປ້ອງທາງສັງຄົມ, ເປັນຕົ້ນ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ ໄດ້ເນັ້ນໜັກເຖິງ ພາລະບົດບາດອນສໍາຄັນຂອງ ຄະນະກໍາມະການຊີ້ນໍາຮ່ວມ ໃນການວ່າງແຜນງານ ແລະ ການຈັດຕັ້ງປະຕິບັດວຽກງານການຮ່ວມມືກັບ ອົງການ ສປຊ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດນະໂຍບາຍອື່ນໆທີ່ກ່ຽວຂ້ອງ.
ພ້ອມກັນນັ້ນ, ທ່ານ ບາໂຄເດຍ ເບີຄານອຟ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ກໍໄດ້ຢໍ້າຄືນເຖິງຄວາມສໍາຄັນຂອງກົນໄກຂອງ ຄະນະກໍາມະການຊີ້ນໍາຮ່ວມ ໃນການສົ່ງເສີມ ແລະ ຍົກລະດັບການຮ່ວມມືລະຫວ່າງ ລັດຖະບານ ແລະ ອົງການ ສປຊ, ທ່ານໄດ້ກ່າວວ່າ “ໃນສະພາບການທີ່ພວກເຮົາກໍາລັງປະເຊີນກັບສິ່ງທ້າທາຍຕ່າງໆ, ບົດລາຍງານຄວາມຄືບໜ້າການພັດທະນາ ປະຈໍາປີ 2024 ນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ພວກເຮົາສາມາດບັນລຸໄດ້ຮ່ວມກັນ, ອົງການ ສປຊ ແມ່ນມີຄວາມໝາຍໝັ້ນໃນການສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແລະ ເລັ່ງຄວາມຄືບໜ້າການບັນລຸໄດ້ແນວທາງການພັດທະນາທີ່ຍົນຍົງ ແລະ ສ້າງອະນາຄົດທີ່ເຂັ້ມແຂງທົນທານຫຼາຍຂຶ້ນກວ່າເກົ່າສໍາລັບທຸກຄົນ”






