ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນເປັນສະມາຊິກຂອງ CICA ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນທະວີບອາຊີ

Oct 16, 2026

ວັນທີ 14 ຕຸລາ 2026 ທີ່ ນະຄອນຫຼວງ ບາກູ, ສາທາລະນະລັດ ອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມ ເພື່ອຮັບຮອງເອົາເອກະສານພື້ນຖານ ເພື່ອເຂົ້າເປັນສະມາຊິກຂອງ ສປປ ລາວ ໃນອົງການ CICA ຄື: ຖະແຫຼງການ ວ່າດ້ວຍ ຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະ ກົດບັດ ອານມາຕີ (ມິຖຸນາ 2002) ວ່າດ້ວຍ ຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບ ແລະ ການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດ ຂອງອົງການ CICA ສາມາດປະກາດຮັບຮອງເອົາ ສປປ ລາວ ເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະທານໝູນວຽນ CICA (ສາທາລະນະລັດ ອາແຊກໄບຊານ), ເລຂາທິການໃຫຍ່, ກອງເລຂາ ແລະ ບັນດາປະເທດສະມາຊິກ CICA ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເປັນເອກະພາບຮັບເອົາ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງກົນໄກສຳຄັນນີ້. ການຕັດສິນໃຈເຂົ້າຮ່ວມ CICA ສະທ້ອນໃຫ້ເຫັນຄວາມສຳຄັນທີ່ລັດຖະບານ ແລະ ປະຊາຊົນລາວ ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ໂດຍຜ່ານການສົນທະນາ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງປະເທດ. ຫຼັກການ ແລະ ຈຸດປະສົງຂອງ CICA ສອດຄ່ອງກັບນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ບົນພື້ນຖານການເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງວຽກງານພາຍໃນ ແລະ ການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.


ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນວ່າ: ອົງການ CICA ມີບົດບາດສຳຄັນໃນການສົ່ງເສີມຄວາມເຂົ້າໃຈ, ການຮ່ວມມື, ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍຕໍ່ສັນຕິພາບ, ສະຖຽນລະພາບ, ແກ້ໄຂຂໍ້ຂັດແຍ່ງຢ່າງສັນຕິວິທີ ແລະ ສົ່ງເສີມການພັດທະນາແບບຍືນຍົງໃນທົ່ວທະວີບອາຊີ. ການເຂົ້າເປັນສະມາຊິກຄັ້ງນີ້ ຈະເປັນໂອກາດອັນສຳຄັນໃຫ້ ສປປ ລາວ ໄດ້ເສີມຂະຫຍາຍການຮ່ວມມືກັບບັນດາປະເທດອາຊີໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ, ລວມມີ ການເຊື່ອມຕໍ່, ການພັດທະນາແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຮູບແບບໃໝ່. ສປປ ລາວ ພ້ອມແລ້ວປະຕິບັດໜ້າທີ່ຢ່າງເຕັມສ່ວນໃນຖານະເປັນສະມາຊິກ, ເຂົ້າຮ່ວມກິດຈະກຳຕ່າງໆຂອງ CICA ຢ່າງຫ້າວຫັນ ແລະ ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກ ເພື່ອບັນລຸເປົ້າໝາຍຮ່ວມກັນ, ຈະປະກອບສ່ວນຢ່າງສ້າງສັນ ຕາມຄວາມສາມາດຂອງຕົນ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ການສົນທະນາ ແລະ ການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນທີ່ເຂັ້ມແຂງຂອງທະວີບອາຊີ. ສປປ ລາວ ເຊື່ອໝັ້ນວ່າ ການເປັນສະມາຊິກຄັ້ງນີ້ ຈະເປັນໂອກາດອັນສຳຄັນໃນການຂະຫຍາຍການຮ່ວມມືກັບ 29 ປະເທດສະມາຊິກທົ່ວອາຊີ ເພື່ອບັນລຸເປົ້າໝາຍຮ່ວມກັນຄື: ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງທະວີບອາຊີ. ປັດຈຸບັນ CICA ມີ 29 ປະເທດສະມາຊິກ (ລວມ ສປປ ລາວ) ກວມເອົາພື້ນທີ່ ແລະ ປະຊາກອນເກືອບ 90% ຂອງທະວີບອາຊີ.