ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດ ສະມາຊິກອາຊຽນ ທີ່ຮັບຄວາມສົນໃຈຈາກນັກລົງທຶນຕ່າງປະເທດ ເພື່ອເຂົ້າມາລົງທຶນປູກໝາກຖົ່ວລຽນໃນໄລຍະຍາວ ຂະນະທີ່ພາກກາງ ແລະ ພາກໃຕ້ຂອງລາວ ເປັນເຂດທີ່ນັກລົງທຶນຕ້ອງການຫລາຍກວ່າເຂດອື່ນໆ. ອີງຕາມຂໍ້ມູນຂອງກະຊວງກະສິກໍາ ແລະ ປ່າໄມ້ລາຍງານຫວ່າງບໍ່ດົນມານີ້ວ່າ: ເຖິງປັດຈຸບັນນີ້ມີນັກລົງທຶນຕ່າງປະເທດສະເໜີຂໍສໍາປະທານທີ່ດິນ ຢ່າງໜ້ອຍ 4.000 ກວ່າເຮັກຕາ ເພື່ອປູກໝາກຖົ່ວລຽນ ເຊິ່ງໃນນັ້ນໄດ້ອະນຸມັດແລ້ວຈໍານວນໜຶ່ງ, ຕະຫລອດໄລຍະ 5 ປີຜ່ານມາເຫັນວ່າບໍ່ພຽງແຕ່ນັກລົງທຶນຕ່າງປະເທດຫັນທິດມາປູກໝາກຖົ່ວລຽນ ຫາກປະຊາຊົນລາວຈໍານວນບໍ່ໜ້ອຍກໍຫັນມາປູກໝາກຖົ່ວລຽນຫລາຍຂຶ້ນກວ່າຕົ້ນໄມ້ກິນໝາກຊະນິດອື່ນໆ ອັນສືບເນື່ອງມາຈາກຄວາມຕ້ອງການຂອງຕະຫລາດຕ່າງປະເທດມີສູງ ແລະ ຂາຍໄດ້ກໍາໄລດີໂດຍສະເພາະແມ່ນຕະຫລາດຈີນ, ເກົາຫລີ, ຍີປຸ່ນ ແລະ ອື່ນໆ.
ທ່ານ ຄໍາແສງ ປະຊາຊົນຢູ່ເມືອງບາຈຽງ ແຂວງຈໍາປາສັກ ໃຫ້ໄດ້ເປີດເຜີຍວ່າ: ຕະຫລອດ 10 ປີຜ່ານມາ, ພວກເຮົາອາດຕັດສິນໃຈຜິດພາດ ພາກັນໄປປູກຕົ້ນຢາງພາລາ, ໄມ້ສັກ, ໄມ້ເກດສະໜາ ເຊິ່ງຕົ້ນໄມ້ເຫລົ່ານັ້ນເປັນຄວາມຫວັງ ອາດບໍ່ຍືນຍົງ ແລະ ຍັງມີກະທົບຕໍ່ສິ່ງແວດລ້ອມອີກດ້ວຍ ໂດຍສະເພາະການປູກຕົ້ນຢາງພາລາຕ້ອງໃຊ້ເວລາດົນ, ໃຊ້ສານເຄມີ ແລະ ໃຊ້ແຮງງານຫລາຍ ລະຫວ່າງການເກັບຜົນຜະລິດ ຍິ່ງໄປກວ່ານັ້ນລາຄາຢາງໃນຕະຫລາດກໍບ່ໍແນ່ບໍ່ນອນຂຶ້ນໆລົງໆ. ຖ້າພວກຮູ້ທັນເຕັກນິກວິທີປູກໝາກຖົ່ວລຽນ ແລະ ມີຕະຫລາດຮອງຮັບ ເຊື່ອວ່າປະຊາຊົນບາງຄົນອາດຈະບໍ່ປູກຢາງພາລາແນ່ນອນ. ທ່ານ ຄໍາແສງຍັງກ່າວ ພວກເຮົາເຫັນປະຊາຊົນໄທ ສົ່ງອອກໝາກຖົ່ວລຽນປີໜຶ່ງສະເລ່ຍບໍ່ຕໍ່າກວ່າ 5-7 ໂຕນໄປຕະຫລາດຈີນ ເຊິ່ງໄດ້ດຶງດູດເງິນຕາຕ່າງປະເທດຈໍານວນຫລວງຫລາຍເຂົ້າປະເທດເຂົາເຈົ້າ ສະນັ້ນຍິ່ງ ສປປ ລາວ ມີເສັ້ນທາງລົດໄຟລາວ-ຈີນ ກໍຍິ່ງເອື້ອອໍານວຍຄວາມສະດວກສະບາຍໃຫ້ຊາວໄທ ແລະ ບັນດາປະເທດສະມາຊິກອາຊຽນອື່ນສາມາດຂົນສິນຄ້າກະສິກໍາ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໄຟຟ້າ, ລົດລາງພາຫະນະ ແລະ ອື່ນໆສະດວກສະບາຍກວ່າເກົ່າ, ຍັງປະຢັດຕົ້ນທຶນຂົນສົ່ງ, ມີຄວາມປອດໄພ, ປະຢັດເວລາ ແລະ ວ່ອງໄວທັນໃຈອີກດ້ວຍ.
ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ນັກທຸລະກິດຍິງຜູ້ທີ່ຢືນດ້ວຍລໍາແຂ່ງຕົນເອງ ທັງເປັນຜູ້ອໍານວຍການ ບໍລິສັດ ບໍລິຄໍາໄຊ ພັດທະນາ ສົ່ງເສີມກະສິກໍາຈໍາກັດ ໄດ້ໃຫ້ສໍາພາດວ່າຕົນເອງໃຊ້ຊີວິດຢ່າງງຽບໆມາໄດ້ຫລາຍປີ ເພື່ອມຸ່ງໝັ້ນພັດທະນາ ເນື້ອທີ່ປູກຕົ້ນໄມ້ກິນໝາກ (ໝາກມີ້ ແລະ ໝາກຖົ່ວລຽນ) ປະມານ 300 ກວ່າເຮັກຕາ ຈົນເຕີບໃຫຍ່ ແລະ ເຖິງເວລາເກັບກ່ຽວໝາກຜົນໄລຍະທໍາອິດແລ້ວໂດຍສະເພາະໝາກມີ້ ປັດຈຸບັນນີ້ຍັງລໍຖ້າແຕ່ພາກລັດອະນຸຍາດການສົ່ງອອກເທົ່ານັ້ນ. ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ທັງເວົ້າທັງຍິ້ມດ້ວຍຄວາມພາກພູມໃຈວ່າ: “ປະເທດລາວ ແມ່ນບ່ອນຝັງສາຍແຮ່ແຜ່ສາຍບື ຂອງບັນພະບູລຸດເຮົາ ແລະ ເປັນແຜ່ນດິນທີ່ໃຫ້ກໍາເນີດຂອງຂ້າພະເຈົ້າ ເຊິ່ງມີຄວາມສວຍງາມ, ມີທໍາມະຊາດອັນອຸດົມສົມບູນ, ມີວັດທະນະທໍາຮີດຄອງປະເພອັນດີງາມ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນ.
ຂ້າພະເຈົ້າ ເອງຈະປ່ຽນແຜ່ນດິນປອກໂລ້ນແຫ້ງກະແດ້ງທີ່ມີຢູ່ໃນປັດຈຸບັນ ໃຫ້ກາຍເປັນແຜ່ນດິນເງິນແຜ່ນດິນຄໍາໃນອະນາຄົດອັນໃກ້ນີ້” ຖ້າເວົ້າຢ້ອນຄືນຫລາຍປີຜ່ານມາຕົນເອງ ກໍເຄີຍປູກໝາກກ້ວຍ ໃນພື້ນທີ່ຫລາຍຮ້ອຍເຮັກຕາ ໃນແຂວງ ບໍລິຄໍາໄຊ ເພື່ອສົ່ງອອກກ້ວຍໄປປະເທດຈີນ ແລະ ສາມາດສ້າງລາຍໄດ້ ເປັນກອບເປັນກໍາແທ້ເຊິ່ງໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງວຽກເຮັດງານທໍາໃຫ້ຄົນທ້ອງຖິ່ນຫລາຍຮ້ອຍຊີວິດ, ເປັນໃບໜ້າໃບຕາຂອງປະເທດຊາດ ທັງຫລຸດຜ່ອນ ການນໍາເຂົ້າຈາກຕ່າງປະເທດອີກດ້ວຍ. ແຕ່ເຖິງແນວໃດກໍຕາມ ເມື່ອການ ເວລາຜ່ານໄປນັ້ນ ເງື່ອນໄຂ ແລະ ສະພາບກໍ່ປ່ຽນໄປເຊັ່ນກັນ ຍ້ອນຄວາມຕ້ອງການຂອງຕະຫລາດ ໃນປະເທດ ເພື່ອນບ້ານໄກ້ຄຽງ ແລະ ສາກົນມັນ ບໍ່ຄືເກົ່າ ຈິ່ງໄດ້ຕັດສິນໃຈລຸກໃໝ່ນັ່ງໃໝ່ເພື່ອຊອກຫາຢູ່ຫາກິນ ຕາມຍຸກຕາມສະໄໝຄືການປັບໂຕໃຫ້ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໂດຍສະເພາະການພັດທະນາສີຂຽວຍືນຍົງ, ຫັນເປັນອຸດສາຫະກໍາທັນສະໄໝ, ກົນໄກເສດຖະກິດຕະຫລາດ, ຖືເອົາການຜະລິດກະສິກໍາ, ການປູກການລ້ຽງ ເປັນໄມ້ງັດເສດຖະກິດຂອງຊາດ, ເຊື່ອມໂຍງເສດຖະກິດ-ການຄ້າດີຈິຕອນໄປຄູ່ຂະໜານກັບເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ຂອບການຮ່ວມມື “ ໜ່ຶ່ງແລວ ໜ່ຶ່ງເສັ້ນທາງ” ລະຫວ່າງ ລາວ-ຈີນ ເປັນກຸນແຈສໍາຄັນ ໃນການນໍາເອົາຜົນຜະລິດອອກສູ່ ສປ ຈີນ, ອາຊຽນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ. ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ເລົ່າສູ່ຟັງວ່າ: ຕົນເອງຄິດຖືກແລ້ວໃນການຕັດສິນໃຈຕັດຕົ້ນກ້ວຍຖິ້ມ ແລະ ຢຸດປູກກ້ວຍ ເຖິງແມ່ນມັນຈະສ້າງລາຍ ໄດ້ແຕ່ລະປີບໍ່ໜ້ອຍກໍຕາມແຕ່ຫາກຄິດແບບວິທະຍາສາດ ແລະ ເບິ່ງກວ້າງ ແນມໄກນັ້ນ ເຫັນວ່າການປູກຖົ່ວລຽນ ແລະ ໝາກມີ້ ຈະເປັນຂຸມຊັບທີ່ຍືນຍົງ ຍາວນານກວ່າປູກກ້ວຍ ເພາະອາຍຸ ຂອງມັນ ຈະສາມາດຢູ່ນໍາເຖິງ 30-70 ປີ ທັງເປັນການປະກອບສ່ວນຕໍ່ນະໂຍບາຍຂອງພັກ-ລັດຖະບານ ໃນການເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ສີຂຽວໄລຍະຍາວອີກດ້ວຍ. ແນ່ນອນວ່າ ການປູກຖົ່ວລຽນ ແລະ ໝາກມີ້ ອາດລໍາບາກໃນການເບິ່ງແຍງ, ບົວລະບັດ ແລະ ເອົາໃຈໃສ່ເປັນພິເສດ ແຕ່ຫາກເມື່ອມັນໃຫຍ່ຂຶ້ນ ກໍ່ບໍ່ຈໍາເປັນຕ້ອງເຮັດທຸກຢ່າງພຽງແຕ່ເບິ່ງແຍງ ແລະ ຕິດຕາມສັດຕູພືດ, ຫົດນໍ້າ, ໃຫ້ຝຸ່ນມັນ, ຕົກແຕ່ງກິ່ງງ່າເທົ່ານັ້ນກໍດີແລ້ວ.
ປັດຈຸບັນນີ້ໄດ້ນໍາໃຊ້ເນື້ອທີ່ ທັງໝົດ 300 ກວ່າເຮັກຕາ ໃນນັ້ນປູກໝາກຖົ່ວລຽນ ພັນໝອນທອງ 10.000 ກວ່າຕົ້ນ ໃນພື້ນທີ່ 100 ເຮັກຕາ ແລະ ໝາກມີ້ພັນແດງ ສຸລິຍາ-ໝາກມີ້ ພັນທະວາຍປີດຽວ ໃນເນື້ອທີ່ 200 ເຮັກຕາ ແລະ ຍັງສືບຕໍ່ປູກເພີ່ມຂຶ້ນເລື້ອຍໆໃນອະນາຄົດ. ສະເພາະໝາກມີ້ທີ່ຈະສົ່ງໄປຈີນ ນີ້ມີ 2 ສາຍພັນຄື ແດງສຸລິຍາ ແລະ ທະວາຍປີດຽວ (ບົວສີເຫລືອງຄ້າຍຄືມ້ອນໄຂ່), ມີນໍ້າໜັກສະເລ່ຍລະໜ່ວຍລະ 10-20 ກິໂລຂຶ້ນໄປ ທັງສອງຊະນິດມີລົດຊາດສະເພາະແຊບອົມນໍ້າເຜີ້ງ, ມັນ, ຫວານ, ນຸ້ມ ແລະ ກອບໆເຊິ່ງກາຍ ເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກຫລາຍທີ່ສຸດໃນຈີນ. ປັດຈຸບັນນີ້ ໝາກມີ້ຂອງພວກເຮົາໄດ້ເກັບກ່ຽວ ແລະ ໃຫ້ໝາກຢ່າງຫລວງຫລາຍແລ້ວ ແຕ່ຍັງລໍການອະນຸຍາດຈາກພາກລັດ ຜ່ານມາພວກເຮົາໄດ້ປຶກສາຂໍຄໍາເຫັນຈາກຂັ້ນເທິງ ແລະ ສົ່ງເອກະສານເພື່ອຂໍຂຶ້ນບັນຊີສົ່ງສິນຄ້າ ຂອງລາວອອກໄປຕ່າງປະເທດ ແຕ່ຍັງມິດງຽບ ແລະ ບໍ່ໄດ້ຮັບຄໍາເຫັນຕອບກັບມາເທື່ອ ສະນັ້ນຢາກຂໍຮ້ອງພາກລັດ ຊ່ວຍຮີບເລັ່ງໃຫ້ວ່ອງໄວຂຶ້ນແນ່.
ແຕ່ເຖິງແນວໃດກໍດີ ໃນວັນທີ 25 ພຶດສະພາ 2024 ນີ້ທີ່ບ້ານສະກ້າເມືອງ ໂພນໂຮງ ແຂວງວຽງຈັນ ພາກລັດ, ເອກະຊົນ ແລະ ຊາວສວນໝາກຖົ່ວລຽນ ໄດ້ຮ່ວມມືກັນຈັດຊຸດຝຶກອົບຮົມຍົກລະດັບ ເຕັກນິກການປູກຖົ່ວລຽນໃຫ້ຊາວກະສິກອນ ກຸ່ມສວນຖົ່ວລຽນລາວດ້ານເຕັກນິກວິຊາການກ່ຽວກັບການບໍລິຫານຈັດການສວນການບົວລະບັດຕົ້ນຖົ່ວລຽນ ແຕ່ລະໄລຍະ ແລະ ການຜະລິດຖົ່ວລຽນ ເພື່ອສົ່ງອອກໃຫ້ກະສິກອນສວນຖົ່ວລຽນ. ທ່ານ ລີປາກ້າວ ເຈ່ຍຫລື ຕາງໜ້າ ກຸ່ມສວນຖົ່ວລຽນລາວກ່າວວ່າ: ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ເປັນຄັ້ງທຳອິດ ເພື່ອເປັນການເຕົ້າໂຮມບັນດາ ກະສິກອນສວນຖົ່ວລຽນ ຢູ່ພາຍໃນ ເມືອງໂພນໂຮງ ກໍຄື ແຂວງວຽງຈັນ ແລະ ບັນດາກະສິກອນສວນຖົ່ວລຽນ ໃນຂອບເຂດທົ່ວປະເທດລວມ 80 ຄົນ ໃຫ້ໄດ້ຮຽນຮູ້ເຕັກນິກ, ວິຊາການໃນ ການປູກຖົ່ວລຽນ ໃຫ້ໄດ້ຮັບຜົນຜະລິດທີ່ດີ, ມີຄຸນນະພາບ ໂດຍມີນັກວິທະຍາກອນ ຜູ້ທີ່ມີປະສົບການມາຫລາຍປີມາເຜີຍແຜ່ຄວາມຮູ້ເຕັກນິກ ກ່ຽວກັບການປູກເປັນຕົ້ນ ການບົວລະບັດຮັກສາຕົ້ນຖົ່ວລຽນ ໃນແຕ່ລະໄລຍະ, ການຫົດນ້ຳ, ການໃສ່ຝຸ່ນ, ໃສ່ປຸ໋ຍ, ການບໍລິຫານຈັດການສວນໃຫ້ກະສິກອນ ກໍຄືກຸ່ມປູກຖົ່ວລຽນລາວທົ່ວປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈເຕັກນິກຕ່າງໆຢ່າງ ເລິກເຊິ່ງແນໃສ່ເຮັດໃຫ້ສວນຖົ່ວລຽນຂອງຄົນລາວມີຜົນຜະລິດທີ່ດີ, ໄດ້ທັງປະລິມານ ແລະ ຄຸນນະພາບເພື່ອຈຳໜ່າຍພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ເພື່ອສ້າງລາຍຮັບໃຫ້ກັບກຸ່ມຜູ້ປູກ. ທ່ານກ່າວອີກວ່າ: ກຸ່ມສວນຖົ່ວລຽນລາວ ມີສະມາຊິກທັງໝົດ 100 ກວ່າສວນ ໃນນັ້ນ, ມີ 3 ສວນ ທີ່ໃຫ້ຜົນຜະລິດ ແລະ ວາງຂາຍແລ້ວ, ເຊິ່ງສະມາຊິກມີຢູ່ ແຂວງອັດຕະປື, ສາລະວັນ, ຈຳປາສັກ, ບໍລິຄຳໄຊ, ນະຄອນຫລວງວຽງຈັນ, ຫລວງພະບາງ, ຫລວງນ້ຳທາ, ບໍ່ແກ້ວ ແລະ ແຂວງ ຊຽງຂວາງ. ການສ້າງກຸ່ມສວນຖົ່ວລຽນ ລາວ ເພື່ອເກັບກຳສະຖິຕິຈຳນວນສວນ, ຕົ້ນຖົ່ວລຽນ ແລະ ຜົນຜະລິດໃນແຕ່ລະປີຢູ ສປປ ລາວ, ປະເມີນ ແລະ ຮວບຮວມຜົນຜະລິດ ໃນການຕອບສະໜອງຕະຫລາດພາຍໃນ ແລະ ຕ່າງປະເທດໃນອະນາຄົດ.
ໂດຍ: ເກີດຂວັນໃຈ ມາລີຈັນສີ






