ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ໄດ້ຮັບເຂົ້າສານ 902 ໂຕນ ຊ່ວຍເຫຼືອໄພພິບັດ

Nov 8, 2024

ລັດຖະບານ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ມອບເຂົ້າສານຈຳນວນ 902 ໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນ +3 ປີ 2023 ເພື່ອຊ່ວຍເຫຼືອໄພພິບັດຢູ່ ສປປ ລາວ ໃນປີ 2024 ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2024 ນີ້ ທີ່ສາງເກັບມ້ຽນເຂົ້າຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ, ມີທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ທ່ານ ໂຄອີຊຸມິ ຊືໂຕະມູ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ລຽງ ຕ້າຈົ່ງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຮອງລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ໃນປີ 2024 ສປປ ລາວ ໄດ້ຮັບຜົນກະທົບໜັກຈາກໄພພິບັດອັນເນື່ອງມາຈາກລົມພາຍຸພຣະພິລູນ, ລົມພາຍຸຢາກິ ແລະ ລົມພາຍຸຊູລິກ ທີ່ພັດຜ່ານເຂົ້າ ສປປ ລາວ ສົ່ງຜົນກະທົບໃຫ້ນໍ້າຖ້ວມ, ດິນເຈື່ອນໃນ 16 ແຂວງທົ່ວປະເທດຄື: ນະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ, ວຽງຈັນ, ຄໍາມ່ວນອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ສາລະວັນ, ຈໍາປາສັກເຊກອງ ແລະ ແຂວງໄຊສົມບູນ ເຮັດໃຫ້ພື້ນຖານໂຄງລ່າງ, ພື້ນທີ່ທໍາການຜະລິດ ແລະ ຊີວິດການເປັນຢູຂອງປະຊາຊົນຈໍານວນ 133 ເມືອງ 1,462 ບ້ານ, 54,108 ຄອບຄົວ, ຈໍານວນພົນ 255,023 ຄົນ, ບາດເຈັບ 32 ຄົນ, ເສຍຊີວິດ 12 ຄົນ ແລະ ສູນຫາຍ 1 ຄົນ ລວມມູນຄ່າເສຍຫາຍທັງໝົດ 6 ພັນກວ່າຕື້ກີບ ຫຼື ປະມານ 3 ຮ້ອຍກວ່າລ້ານໂດລາ.
ຕໍ່ຜົນກະທົບດັ່ງກ່າວ, ຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະ ເທດ, ບັນດາຄູ່ຮ່ວມງານພັດທະນາໄດ້ໃຫ້ການສະໜັບສະ ໜູນຊ່ວຍເຫຼືອແກ່ລັດຖະບານ ສປປ ລາວ, ເຊັ່ນດຽວໃນພິທີມອບ-ຮັບເຂົ້າໃນມື້ນີ້ ລັດຖະບານ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ ໄດ້ສືບຕໍ່ຊ່ວຍເຫຼືອຜ່ານໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ປະຈຳປີ 2023 ໃນນີ້: ສປ ຈີນ ຈຳນວນ 300 ໂຕນ, ຍີ່ປຸ່ນ 200 ໂຕນ (ເຂົ້າ Pree-cook 2 ໂຕນ), ສ ເກົາຫຼີ 400 ໂຕນ ລວມທັງໝົດ 902 ໂຕນ, ພ້ອມກັນນີ້ລັດຖະບານ ສປປ ລາວ ກໍຄືກະຊວງ ຮສສ ຈະໄດ້ສືບຕໍ່ຂໍນໍາໃຊ້ເຂົ້າກິນຈາກກອງເລຂາຄັງແຮ ເພື່ອສືບຕໍ່ແຈກຢາຍໃຫ້ປະຊາຊົນລາວບັນດາເຜົ່າໃຫ້ສຳເລັດຕາມໂຄງການທີ່ໄດ້ກຳນົດໄວ້.
ຂ່າວ: ບຸນອຸ້ມ, ພາບ: ບຸນຕອມ