ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປປ ລາວ ໄດ້ເຂົ້າເປັນສະມາຊິກຄະນະບໍລິຫານ ກຸ່ມ LLDC ໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 80.

Sep 29, 2025

ວັນທີ 26 ກັນຍາ 2025 ທີ່ນະຄອນນິວຢອກ ຂອງສະຫະລັດອາເມຣິກາ, ໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 80, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມ ແລະ ສືບຕໍ່ໃຫ້ການສະໜັບສະໜູນພາຍຫຼັງການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDCs).
ໃນພາກເຊົ້າວັນທີ 26 ກັນຍາ 2025, ກອງປະຊຸມປະຈຳປີລະດັບລັດຖະມົນການຕ່າງປະເທດ ຂອງກຸ່ມ LDCs ໄດ້ຈັດຂຶ້ນ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ອົງການ ສປຊ ແລະ ເນປານ (ໃນຖານະປະທານກຸ່ມ LDCs ປະຈໍາປີ). ໃນກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວຄຳປາໄສ ເນັ້ນໜັກເຖິງຄວາມຈຳເປັນຂອງການສະໜັບສະໜູນຢ່າງຕໍ່ເນື່ອງຈາກສາກົນ ແກ່ບັນດາປະເທດທີ່ກຳລັງຈະຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDCs). ທ່ານ ໄດ້ສະເໜີຕໍ່ທີ່ປະຊຸມວ່າ: ການຫຼຸດພົ້ນອອກຈາກ LDCs ແມ່ນຂະບວນການທີ່ຕ້ອງຕິດຕາມຢ່າງໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ກັບຄືນສູ່ສະຖານະພາບເກົ່າ. ສປປ ລາວ ທີ່ຈະເຂົ້າສູ່ໄລຍະຂ້າມຜ່ານລະຫວ່າງປີ2026-2029, ຍັງຕ້ອງການ ການຊ່ວຍເຫຼືອເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ໂດຮາ ໄລຍະປີ 2022-2031 ຢ່າງຕໍ່ເນື່ອງ. ສປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກ ຄະນະບໍລິຫານກຸ່ມ LLDCs ແລະ ການສະໜັບສະໜູນແຜນດຳເນີນງານອາວາຊາ (APoA).
May be an image of 5 people
ສ່ວນກອງປະຊຸມປະຈຳປີ ລະດັບລັດຖະມົນຕີການຕ່າງປະເທດຂອງ ກຸ່ມ LLDCs ຄັ້ງທີ 23 ໄດ້ຈັດຂຶ້ນໃນຕອນບ່າຍວັນດຽວກັນ. ໃນກອງປະຊຸມຄັ່ງນີ້ໄດ້ຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກ ຄະນະບໍລິຫານກຸ່ມ LLDC ສຳລັບສົກ2025-2026 ເປັນການສະແດງໃຫ້ເຫັນເຖິງບົດບາດ ແລະ ການມີສ່ວນຮ່ວມທີ່ນັບມື້ນັບສູງຂຶ້ນຂອງລາວ ໃນເວທີສາກົນ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ ແຜນດຳເນີນງານອາວາຊາ (Awaza Programme of Action – APoA) ນັບແຕ່ປິ 2024-2034 ແລະ ຫດ້ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍເນື້ອໃນຂອງແຜນດຳເນີນງານນີ້ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະກາຍພັດທະນາພື້ນຖານໂຄງລ່າງ ແລະ ການຂົນສົ່ງ ເພື່ອການຫັນເປັນປະເທດເຊື່ອມຈອດ (land-linked Country)
ນອກຈາກເຄື່ອນໄຫວໃນຂອບກອງປະຊຸມປິ່ນອ້ອມແລ້ວ, ທ່ານ ທອງສະຫວັນ ພົມວິຫານ “ຍັງໄດ້ພົບປະສອງຝ່າຍກັບ ທ່ານ ວິນສະຕັນ ປີເຕີສ (Winston Peters), ລັດຖະມົນຕີ ກະຊວງການຕ່າງປະເທດ ນູແວນເຊລັງ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ມີມາຢ່າງຍາວນານລະຫວ່າງສອງປະເທດ, ໂດຍສະເພາະຜົນສຳເລັດ້ານການສ້າງຂີດຄວາມສາມາດໃຫ້ແກ່ຊັບພະຍາກອນມະນຸດ ແລະ ການສຶກສາ, ພ້ອມທັງການຊ່ວຍເຫຼືອດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຂຶ່ງເປັນວຽກທີ່ນູແວນເຊລັງ ມີຄວາມຊຳນານ. ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາລະດັບພາກພື້ນ ແລະ ເຈາະຈົງບາງຂະແໜງການທີ່ມີທ່າແຮງ ເພື່ອຂະຫຍາຍການຮ່ວມມືສອງຝ່າຍ ໃນຕໍ່ໜ້າ.
May be an image of 2 people, suit, newsroom and text that says 'United UnitedNations Nations "fice United UnitedNations Nations YouthOffice Youth Office Y EUTH JTH 10 0 on onYouth Youth ING ND UTH FAIRS'
ສ່ວນທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ໄດ້ພົບປະກັບ ທ່ານ ຟີລິບເປ ພໍລີເອ (Felipe Paullier), ຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ ດ້ານວຽກງານຊາວໜຸ່ມ. ສອງຝ່າຍໄດ້ເປິກສາຫາລືຂະຫຍາຍການຮ່ວມມືໃນການສົ່ງເສີມ ແລະ ພັດທະນາຊາວໜຸ່ມລາວ, ໂດຍສະເພາະດ້ານເຕັກໂນໂລຊີ-ດິຈິຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສົ່ງເສີມຜູ້ປະກອບການໜຸ່ມ. ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ພໍລີເອ ມາຢ້ຽມຢາມລາວ ເພື່ອຈັດກິດຈະກຳ ເວທີສົນທະນາລະດັບສູງ ຮ່ວມກັບຜູ້ນຳຊາວໜຸ່ມ ແນໃສ່ເສີມສ້າງການມີສ່ວນຮ່ວມຢ່າງເປັນຮູບປະທຳ ໃນການຂັບເຄື່ອນການພັດທະນາແບບຍືນຍົງ ໃນຕໍ່ໜ້າ.
ກົມການຂ່າວ ກະຊວງການຕ່າງປະເທດ