ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປ ຈີນ ຈັດພິທີມອບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດຢ່າງຍິ່ງໃຫຍ່

Sep 30, 2024

ຕອນເຊົ້າວັນທີ 29 ກັນຍານີ້, ພິທີມອບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດຂອງ ສປ ຈີນໄດ້ຈັດຂຶ້ນຢູ່ຫໍສະພາປະຊາ ຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານ ສີ ຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ມອບ “ຫຼຽນໄຊສາທາລະນະລັດ” “ຫຼຽນໄຊມິດຕະພາບ” ແລະຫຼຽນນາມມະຍົດແຫ່ງຊາດໃຫ້ແກ່ບັນດາຜູ້ທີ່ໄດ້ຮັບຫຼຽນໄຊແຫ່ງຊາດແລະນາມມະຍົດແຫ່ງຊາດພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນ.
ທີ່ມາ: CMG FM93