ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການເປັນປະທານອາຊຽນ 2024

Mar 12, 2024

ລັດຖະບານ ແຫ່ງ ສປ ຈີນ ມອບພາຫະນະ ທັງໝົດ 77 ຄັນ, ພ້ອມດ້ວຍອຸປະ ກອນໄອທີ ແລະ ກ້ອງບັນທຶກພາບ, ລວມມູນ ຄ່າ 35 ລ້ານຢວນ ໃຫ້ແກ່ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການເປັນປະທານອາຊຽນ ປີ 2024.
ພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ຈັດຂຶ້ນໃນວັນທີ 11 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍແມ່ນ ທ່ານ ຫວັງຊ້າງ ອຸປະ ທູດ ສປ ຈີນ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ເປັນຜູ້ກ່າວມອບ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໃນ ນາມຮອງປະທານ ຜູ້ປະຈໍາການຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງລາວ ໃນປີ 2024 ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເປັນຜູ້ກ່າວຮັບ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາ ຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫຼືອຂອງລັດຖະບານ ແລະ ປະຊາຊົນຈີນຕໍ່ການເປັນປະທານອາຊຽນຂອງລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ”ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະ ຫຍາຍການພົວພັນສອງຝ່າຍລະຫວ່າງ ລາວ-ຈີນ, ໃນຖານະເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ. ນອກຈາກນີ້, ການຊ່ວຍເຫຼືອດັ່ງກ່າວ ເປັນ ການສົ່ງເສີມການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ຊຶ່ງປີ 2024 ໄດ້ກໍານົດເປັນປີແຫ່ງການແລກ ປ່ຽນການໄປມາຫາສູ່ລະຫວ່າງປະຊາຊົນ ອາຊຽນ-ຈີນ.
ທ່ານ ຫວັງຊ້າງ ໄດ້ເນັ້ນເຖິງຄວາມສໍາຄັນຂອງການພົວພັນ ແລະ ການຮ່ວມມືລະຫວ່າງ ຈີນ ແລະ ລາວ ເພື່ອສົ່ງເສີມການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບລາວ ເພື່ອຜົນສໍາເລັດໃນການເປັນປະທານອາຊຽນຂອງ ລາວ ໃນປີ 2024.