ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສພຂ ສະຫວັນນະເຂດ ຈະຮັບຮອງເອົາບຸກຄະລາກອນຂອງແຂວງ

Dec 24, 2024

(ສພຂ) – ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 24 ທັນ​ວານີ້ ທີ່ຫໍວັດທະນະທຳ ໄກສອນ ພົມວິຫານ ພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານ ສພຂ, ມີທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ບັນດາການນຳຂັ້ນເເຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ
ກອງ​ປະຊຸມຄັ້ງນີ້ຈະ​ໄດ້​ພິຈາລະນາ, ຮັບຮອງບັນດາເນື້ອໃນທີ່ສຳຄັນພື້ນຖານຂອງແຂວງ ຄື: 1. ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ; 2. ບົດລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ; 3. ບົດລາຍງານຂອງກອງບັນຊາການ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ; 4. ພິຈາລະນາຮັບຮອງເອົາບຸກຄະລາກອນຂອງອົງການປົກຄອງແຂວງ; 5. ບົດລາຍງານຂອງອົງການກວດສອບປະຈໍາພາກກາງ 2 ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2023; 6. ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ບົດລາຍງານການແກ້ໄຂຜົນການກວດກາຕາມຜົນການກວດສອບ ປະຈຳປີ 2023; 7. ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; 8. ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; 9. ພິຈາລະນາ, ຮັບຮອງການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 3 ສະບັບ, ໃນນີ້ ສ້າງໃໝ່ 1 ສະບັບຄື: ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງທີ່ດິນວັດທະນະທໍາພາຍໃນແຂວງສະຫວັນນະເຂດ, ປັບປຸງ 2 ສະບັບຄື: 1) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກຳນົດເຂດປະເມີນເຂດລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງສະຫວັນນະເຂດ, 2) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; 10. ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ນອກຈາກນີ້, ຍັງຈະໄດ້ຮັບຟັງການຊີ້ແຈງຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ຄຳຖາມຂອງບັນດາທ່ານ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງຕື່ມອີກ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຂ ສະຫວັນນະເຂດຊຸດທີ II ຈະດຳເນີນໄປຈົນເຖິງວັນທີ 27 ທັນວາ, ໄລຍະດໍາເນີນກອງປະຊຸມປະຊາຊົນແຂວງສະຫວັນນະເຂດ ສາມາດຝາກຄໍາຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ໄປຍັງສາຍດ່ວນ 041156 ໃນໂມງລັດຖະການ.
ຂ່າວ-ພາບ: ນາງ ກຸກກິກ ບຸດດາໄຊ
May be an image of 1 person and text