ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສພຊ ຮັບຮອງເອົາບົດລາຍງານການປະຕິບັດຄາດໝາຍ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

Jun 13, 2024

ໃນວັນທີ 13 ມິຖຸນາ 2024 ນີ້, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫລງກ່ຽວກັບຜົນສຳເລັດການພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະຕິ ເລກທີ 82/ສພຊ ເຊິ່ງລັດຖະບານ ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດ ຊຸດທີ IX (ເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022) ເປັນຕົ້ນແມ່ນ 9 ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ອັນພົ້ນເດັ່ນແມ່ນການປັບປຸງ ແລະ ກໍ່ສ້າງບັນດາພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການປັນຢູ່ຂອງປະຊາຊົນຢູ່ເຂດຈຸດສຸມພັດທະນາ ທີ່ເປັນບຸລິມະສິດ, ເຂດຊົນນະບົດ, ຫ່າງໄກສອກຫລີກ, ເຂດລຽບຕາມຊາຍແດນ, ເຂດຈຸດສຸມພັດທະນາຊົນນະບົດໃໝ່ ແລະ ເຂດພື້ນຖານການປະຕິວັດ; ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ; ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານການສຶກສາ, ສາທາລະນະສຸກ, ການບໍລິການດ້ານສິນເຊື່ອ ແລະ ອື່ນໆ ນັບມື້ນັບສະດວກວ່ອງໄວ ຫລາຍຂຶ້ນກວ່າເກົ່າ.
ທ່ານ ຄໍາໃບ ດໍາລັດ ໄດ້ໃຫ້ຮູ້ອີກວ່າ: ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງເທິງ, ກອງປະຊຸມ ເຫັນວ່າຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍ ແລະ ເຊື່ອມຊຶມບັນດານະໂຍບາຍ, ນິຕິກໍາທີ່ກ່ຽວຂ້ອງກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ; ວຽກງານກໍ່ສ້າງຮາກຖານເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ຍັງບໍ່ເປັນເສົາຄໍ້າເຊິ່ງກັນ ແລະ ກັນ; ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງມີ 3 ຄາດໝາຍທີ່ບໍ່ບັນລຸຕາມແຜນການ ເປັນຕົ້ນ ການສ້າງເມືອງພົ້ນທຸກໄດ້ 8 ເມືອງ (ຄາດໝາຍ 15 ເມືອງ), ສ້າງເມືອງເຂັ້ມແຂງຮອບດ້ານໄດ້ 3 ເມືອງ (ຄາດໝາຍ 4 ເມືອງ) ແລະ ການຂະຫຍາຍກອງທຶນພັດທະນາບ້ານ ໃຫ້ບ້ານຂອງເມືອງທຸກຍາກ ໄດ້ 8 ບ້ານ (ຄາດໝາຍ 12 ບ້ານ); ຈຸດສຸມພັດທະນາທີ່ເປັນບຸລິມະສິດຂອງລັດຖະບານ ແລະ ທ້ອງຖິ່ນ ການພັດທະນາບາງມາດຕະຖານ ຂອງຂະແໜງການຈໍານວນໜຶ່ງບໍ່ບັນລຸຕາມແຜນ; ການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ບາງຕົວເລກຄາດໝາຍຂອງສູນກາງ ແລະ ທ້ອງຖິ່ນຄາດເຄື່ອນກັນ; ການຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ຕາມກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ ປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ການຈັດສັນທີ່ດິນທໍາການຜະລິດໃຫ້ປະຊາຊົນ ບາງທ້ອງຖິ່ນ ຍັງບໍ່ທັນເໝາະສົມ, ປະຊາຊົນຈໍານວນໜຶ່ງ ບໍ່ທັນມີອາຊີບທີ່ໝັ້ນຄົງ; ການນໍາພາ-ຊີ້ນໍາວຽກງານຕົວຈິງ ຢູ່ຂັ້ນຮາກຖານ ບໍ່ທັນເຂັ້ມແຂງເທົ່າທີ່ຄວນ; ຂະແໜງການກ່ຽວຂ້ອງຈໍານວນໜຶ່ງ ຍັງຂາດຄວາມຮັບຜິດຊອບ ແລະ ຖືວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນຄວາມຮັບຜິດຊອບຂອງຂະແໜງກະສິກໍາ ແລະ ປ່າໄມ້.
ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມສະພາແຫ່ງຊາດ ໄດ້ມອບໃຫ້ລັດຖະບານ ຈັດຕັ້ງປະຕິບັດ ບາງມາດຕະການ ເພີ່ມຕື່ມດັ່ງນີ້: ຄົ້ນຄວ້າຄືນການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກົງຈັກເສນາທິການຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບຄົບຊຸດ ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ ແລະ ບົດແນະນໍາຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 02/ຫສພ, ລົງວັນທີ 21/02/2023 ວ່າດ້ວຍການຈັດຕັ້ງປະຕິ ບັດຄໍາສັ່ງແນະນຳຂອງຄະເລຂາທິການສູນກາງພັກ ກ່ຽວກັບການຜັນຂະຫຍາຍຜົນສຳເລັດ ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ; ປັບປຸງການຈັດສັນງົບປະມານສະເພາະໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແຕ່ລະແຂວງ ແລະ ນະຄອນຫລວງ ໂດຍໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວນີ້ ມີສ່ວນຮ່ວມເລີ່ມແຕ່ຫົວທີ ໃນການຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງ ສະບັບເລກທີ 72/ນຍ, ລົງວັນທີ 11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໄລຍະ 2021-2025; ກໍານົດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຂດຫ່າງໄກສອກຫລີກທີ່ສຸດ ແລະ ເຂດຊົນນະບົດທີ່ຕັ້ງຢູ່ລຽບຕາມຊາຍແດນ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຈັດສັນງົບປະມານ ເພື່ອສ້າງ ແລະ ປັບປຸງ ສູນສົ່ງເສີມເຕັກນິກການກະສິກໍາທີ່ມີແລ້ວ ແລະ ສະໜອງພະນັກງານວິຊາການລົງນຳພາເຮັດຕົວຈິງ ເພື່ອຜະລິດເປັນສິນຄ້າ ແລະ ຫລຸດຜ່ອນການນໍາເຂົ້າ; ປັບປຸງເງື່ອນໄຂຂອງທະນາຄານນະໂຍບາຍ ເພື່ອໃຫ້ປະຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວກວ່າເກົ່າ; ສ້າງແຜນແມ່ບົດ ແລະ ຍຸດທະສາດກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ ເພື່ອເປັນບ່ອນອີງ ແລະ ສະດວກໃນການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ; ສ້າງກົນໄກໃຫ້ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາວຽກງານດັ່ງກ່າວ ແຕ່ຫົວທີ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
ຂປລ
May be an image of 1 person and dais