ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສວນກາເຟ ຫຼາຍສິບເຮັກຕາ ຂອງປະຊາຊົນ​ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຮັບຄວາມເສຍຫາຍຈາກນ້ຳໝອກກ້າມໄວ

Jan 15, 2025

ວັນທີ 14​ ມັງກອນ​ 2025,​ ທີມງານພະແນກກະສິກໍາ​ ແລະ​ ປ່າໄມ້​ແຂວງ​ຈໍາປາສັກ​ ໄດ້ເຄື່ອນໄຫວເກັບກຳຂໍ້ມູນເບື້ອງຕົ້ນ ຂອງພື້ນທີ່ປູກກາເຟທີ່ໄດ້ຮັບຜົນກະທົບຈາກນ້ຳໝອກກ້າມໄວ​ ຢູ່ເມືອງ​ປາກຊ່ອງ.
ຈາກການລົງຕິດຕາມເກັບກໍາຂໍ້ມູນກ່ຽວກັບເນື້ອທີ່ກາເຟ ທີ່ໄດ້ຮັບກະທົບຈາກໄພນໍ້າໝອກກ້າມໄວ (ນ້ຳໝອກເກືອ) ມີ​ 5 ບ້ານ ມີ 37 ຄອບຄົວ ເນື້ອທີ່ລວມ 32,6 ເຮັກຕາ,​ ໃນນັ້ນ​ ບ້ານຫ້ວຍຊັນ ມີ 13 ຄອບຄົວ ເນື້ອທີ່ 11,7 ເຮັກຕາ; ບ້ານເຊຕາປຸງ ມີ 15 ຄອບຄົວ ເນື້ອທີ່ 7,6 ເຮັກຕາ; ບ້ານໜອງຢາເທິງ ມີ 6 ຄອບຄົວ ເນື້ອທີ່ 7,3 ເຮັກຕາ; ບ້ານຫຼັກ 5 ມີ 3 ຄອບຄົວ ເນື້ອທີ່ 6 ເຮັກຕາ.
ຈາກການຕິດຕາມສະພາບອາກາດໃນວັນທີ 11 – 14 ມັງກອນ 2025 ຂອງທີມງານພະແນກກະສິກຳ ແລະ ປ່າໄມ້ແຂວງ​ ພົບວ່າ ມີເນື້ອທີ່ກາເຟ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳໝອກກ້າມໄວ ເພີ່ມອີກ​ ຄື: ບ້ານຫ້ວຍເສັດ ມີ 20 ຄອບຄົວ ເນື້ອທີ່ 20 ເຮັກຕາ; ບ້ານກ່ອງຕູນ ມີ 9 ຄອບຄົວ ເນື້ອທີ່ 11 ເຮັກຕາ; ບ້ານກະຕວດ ມີ 31 ຄອບຄົວ ເນື້ອທີ່ 7,8 ເຮັກຕາ ເຊິ່ງໃນບັນດາຍັງສືບຕໍ່ເກັບກຳຂໍ້ມູນ.
ຜ່ານຈາກການສຳຫຼວດ​ ແລະ​ ເກັບ​ກຳ​ຂໍ້ມູນຂອງທີມງານ​ ເຫັນວ່າ ເຂດທີ່ມີຕົ້ນກາເຟຖືກທຳລາຍຮຸນແຮງຈາກນ້ຳໝອກກ້າມໄວ ແມ່ນເປັນເຂດດິນລຸ່ມ ໂດຍສະເພາະແມ່ນຕົ້ນກາເຟທີ່ປູກຢູ່ບ່ອນບໍ່ມີໄມ້ໃຫ້ຮົ່ມ ເຊິ່ງຖືກທຳລາຍຢ່າງຮຸນແຮງ ຢືນຕົ້ນຕາຍ.​
ຂ່າວ​: ທູນທອງໃຈ