ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສວນພຶກສາ ຈັດງານສະຫລອງບຸນກິນຈຽງ ( ບຸນນໍ່ເປ່ເຈົ່າ ) ປະຈຳປີ 2025.

Jan 4, 2025

ສວນພຶກສາ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດງານສະເຫລີມສະຫລອງບຸນກິນຈຽງ ຫລື ບຸນນໍເປ່ເຈົ່າ ຂອງຊົນເຜົ່າມົ້ງ ໃນວັນທີ 3 ມັງກອນ 2025 ໂດຍມີ ທ່ານ ຄຳໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ມີຮອງເລຂາພັກ ເມືອງນາຊາຍທອງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍມວນຊົນຊາວເຜົ່າມົ້ງ, ປະຊາຊົນບ້ານດ່ານຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ວ່າ: ສວນພຶກສາ ຈັດງານບຸນນໍ່ເປ່ເຈົ່າ ເປັນປະຈໍາທຸກໆປີ ແລະ ປີນີ້ຈັດຂຶ້ນເປັນປີທີ 7 ໂດຍເລີ່ມແຕ່ວັນທີ 1-5 ມັງກອນ 2025 ເຊິ່ງປະກອບມີຫລາຍກິດຈະກຳ ເປັນຕົ້ນ ກິດຈະກຳທາງສາສະໜາ ເຊັ່ນ: ວຽນຫຍ້າຄາ, ແກວ່ງໄກ່, ສູ່ຂວັນ ຜູກແຂນແບບຮີດຄອງເຜົ່າມົ້ງ, ຕຳເຂົ້າປ່ຽງ ແລະ ໂຍນໝາກຄອນ. ນອກນັ້ນ, ຍັງມີກິດຈະກຳແຂ່ງຂັນຮ້ອງເພງ ແລະ ປະກວດນາງສາວເຜົ່າມົ້ງ ນະຄອນຫລວງວຽງຈັນ ປະຈຳປີ 2025 ເຊິ່ງສ້າງບັນຍາກາດ ໃຫ້ງານສະເຫລີມສະຫລອງບຸນກິນຈຽງ ມີຄວາມຄຶກຄື້ນມ່ວນຊື່ນ, ຮັກສາໄດ້ຄວາມສາມັກ ຄີ, ຮັກແພງ, ຮີດຄອງປະເພນີ ຂອງຊົນເຜົ່າມົ້ງ ແລະ ອື່ນໆ.
ການຈັດງານໃນຄັ້ງນີ້, ເພື່ອສົ່ງເສີມ ແລະ ໃຫ້ໂອກາດແກ່ລູກຫລານ ຊົນເຜົ່າມົ້ງ ທັງຊາວໜຸ່ມ ທັງຍິງ ແລະ ຊາຍ ໃຫ້ມີບ່ອນສະແດງຄວາມສາມາດຮອບດ້ານຂອງເຂົາເຈົ້າ ທາງດ້ານປັນຍາສຶກສາ, ສິລະປະສຶກສາ ແລະ ອື່ນໆ ຈາກລະດັບທ້ອງຖິ່ນສູ່ລະດັບຊາດ ແລະ ກ້າວສູ່ສາກົນ, ທັງເປັນການ ສົ່ງເສີມສິນຄ້າບັນດາເຜົ່າ ໂດຍໄດ້ຈັດໃຫ້ມີຮ້ານວາງສະແດງ ຜະລິດຕະພັນທີ່ເປັນສິນຄ້າໂອດັອບ ແລະ ສິນຄ້າທົ່ວໄປ. ພ້ອມນີ້, ຍັງເປັນການສ້າງຄວາມສາມັກຄີພາຍໃນຂອງຊົນເຜົ່າມົ້ງ ກັບເຜົ່າອື່ນໆ ໄດ້ຊ່ວຍກັນປົກປັກຮັກສາຮີດຄອງປະເພນີອັນລໍ້າຄ່າ ຂອງຕົນເອງໄວ້ ແລະ ຊ່ວຍກັນສົ່ງເສີມໃຫ້ຢູ່ຄູ່ວັດທະນະ ທຳລາວ ຕະຫລອດໄປ.
ທ່ານ ພູວົງ ພະມີສິດ ຍັງໃຫ້ຮູ້ອີກວ່າ: ສວນພຶກສາ ໄດ້ນໍາເອົາລູກໆຫລານໆ ຂອງຊົນເຜົ່າມົ້ງ ເຂົ້າມາຝຶກຝົນຫລໍ່ຫລອມ ໃຫ້ເກີດມີຄວາມກ້າຫານ, ມີຄວາມຮູ້ຮອບຕົວຫລາຍຂຶ້ນ, ມີຄວາມສາມາດ, ມີປະສົບການ ແລະ ມີເພື່ອນມິດ. ພ້ອມນີ້, ເວທີການປະກວດນາງສາວເຜົ່າມົ້ງ ໃນໄລຍະຜ່ານມາ ໄດ້ສ້າງນາງສາວງາມ ທີ່ມີຄຸນນະພາບ, ມີຄວາມສາມາດໄປແຂ່ງຂັນໃນເວທີລະດັບໂລກມາແລ້ວ ເປັນຕົ້ນ ນາງສາວເຜົ່າມົ້ງ ປາເຢັງ ຊາລໍ ນັ້ນຄືຕົວຢ່າງໜຶ່ງ ທີ່ຢັ້ງຢືນຕໍ່ສາຍຕາຂອງສັງຄົມວ່າ ກິດຈະກຳ ຢູ່ສວນພຶກສາ ໄດ້ສ້າງບຸກຄະລາກອນ ທີ່ດີໃຫ້ແກ່ປະເທດຊາດ ແລະ ບັນດານ້ອງໆ ທີ່ຜ່ານການແຂ່ງຂັນ ແລະ ໄດ້ຮັບລາງວັນຊະນະເລີດ ໄດ້ກາຍມາເປັນຄູຝຶກໃຫ້ແກ່ ນ້ອງໆຮຸ່ນຕໍ່ໆມາໄດ້ເປັນຢ່າງດີ.
อาจเป็นรูปภาพของ 1 คน และ ข้อความ
อาจเป็นรูปภาพของ 12 คน และ ข้อความ
อาจเป็นรูปภาพของ 3 คน, แท่นบรรยาย และ ข้อความ
อาจเป็นรูปภาพของ 2 คน, วัด และ ข้อความ