ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສວນສາທາລະນະຫຼົງຕັນ ສະຖານທີ່ທ່ອງທ່ຽວລະດັບຊາດລະດັບ 4A ທີ່ປຽບດັ່ງປອດຂອງຄົນຫຼິວໂຈ່ວ

Nov 11, 2025

ສວນສາທາລະນະຫຼົງຕັນ (Longtan) ແມ່ນສະຖານທີ່ທ່ອງທ່ຽວລະດັບຊາດ 4A ຕັ້ງຢູ່ນະຄອນຫຼິວໂຈ່ວ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ, ຕັ້ງຢູ່ຫ່າງຈາກໃຈກາງເມືອງ 3 ກິໂລແມັດ, ມີເນື້ອທີ່ 544 ເຮັກຕາ ໂດຍເປີດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຊົມຕະຫຼອດປີ. ຮູບແບບທີ່ດິນຫີນປູນຂອງສວນສາທາລະນະ ແລະ ພູມສັນຖານພືດເຂດຮ້ອນສ້າງສະພາບແວດລ້ອມທີ່ສວຍງາມເປັນເອກະລັກສະເພາະ. ສວນສາທາລະນະໄດ້ລວມເອົາວັດທະນະທໍາຂອງຊົນເຜົ່າພາກໃຕ້, ມີບັນດາບ້ານຂອງຊາວເຜົ່າຕົ້ງ, ເຜົ່າຈ້ວງ ແລະ ເຜົ່າມົ້ງພ້ອມທັງ ດໍາເນີນກິດຈະກໍາການສຶກສາກ່ຽວກັບມໍລະດົກວັດທະນະທໍານາມມະທຳ.
May be an image of lake May be an image of lake
ສວນສາທາລະນະດັ່ງກ່າວ ມີຈຸດເດັ່ນແມ່ນມີຕົ້ນໄມ້ຫຼາກຫຼາຍຊະນິດພັນທີ່ກວມທັງພູ, ຖໍ້າ, ທະເລສາບ ແລະ ບ້ານຊົນເຜົ່າ, ປະກອບມີຍອດພູຕ່າງໆ 24 ຍອດ ຕັ້ງຢູ່ອ້ອມຮອບທະເລສາບ ແລະ ສອງບໍ່ນໍ້າ ຄື: ບໍ່ນໍ້າຫຼົງຕັນ ແລະ ບໍ່ນໍ້າເຫຼີຍຕັນ. ທັງສອງບໍ່ນ້ຳແມ່ນມີນໍ້າວົນຂຶ້ນມາຈາກຜາຫີນປູນ ເຮັດໃຫ້ອຸນຫະພູມຂອງນໍ້າໃນສອງບໍ່ຄົງທີ່ຕະຫຼອດປີປະມານ 18°C – 22°C ໃນລະດູໜາວຈະເກີດການລະເຫີຍອາຍນໍ້າປົກຄຸມໄປທົ່ວ.
ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ເປັນສະຖານທີ່ພັກຜ່ອນຢ່ອນອາລົມເທົ່ານັ້ນ, ຫາກຍັງເປັນເຂດສຳຄັນດ້ານການອະນຸລັກ ແລະ ຄົ້ນຄວ້າ, ທັງເປັນແຫຼ່ງຮຽນຮູ້ທາງວິທະຍາສາດກ່ຽວກັບພືດພັນທີ່ປັບຕົວເຂົ້າກັບສະພາບແວດລ້ອມຫີນປູນ. ຖໍ້າ ແລະ ແຫຼ່ງນໍ້າບາດານ ທີ່ມີຄວາມສຳຄັນສາມາດຮັກສາລັກສະນະພິເສດຂອງເຂດຊີວະນາໆພັນທີ່ຫາຍາກ.
May be an image of lake May be an image of temple and text
ພາຍໃນສວນ ໄດ້ສ້າງບ້ານຈຳລອງຂອງຊົນເຜົ່າ ເຊັ່ນ: ບ້ານຈ້ວງ, ບ້ານໝຽວ ແລະ ບ້ານຕົ້ງ. ເພື່ອສົ່ງເສີມວັດທະນະທຳພື້ນເມືອງທາງຕອນໃຕ້ຂອງຈີນທີ່ມີຄວາມຜູກພັນກັບສະພາບແວດລ້ອມ ໂດຍມີການສະແດງຮ້ອງ ແລະ ເຕັ້ນແບບຊົນເຜົ່າຢ່າງເບິກບານມ່ວນຊື່ນ.
ສວນສາທາລະນະຫຼົງຕັນ ເປັນສະຖານທີ່ທ່ອງທ່ຽວລະດັບຊາດ 4A ມີຄວາມສວຍງາມ, ທໍາມະຊາດອຸດົມສົມບູນ ປຽບດັ່ງປອດຂອງຄົນຫຼິວໂຈ່ວ. ນັກທ່ຽວທ່ຽວ ສາມາດເຂົ້າໄປທ່ຽວຊົມສະຖານທີ່ແຫ່ງນີ້ໂດຍບໍ່ຕ້ອງເສຍຄ່າຜ່ານປະຕູ.