ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ​ ເປີດນໍາໃຊ້ແລ້ວ

Aug 6, 2025

ສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ​ ເປີດນໍາໃຊ້ແລ້ວ
ວັນທີ​ 5 ສິງຫາ​ 2025,​ ໄດ້ມີພິທີເປີດ​ນໍາ​ໃຊ້​ສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ​ ຂຶ້ນ​ຢູ່ສູນ​ດັ່ງກ່າວ​ ໂ​ດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ​ ອາລຸນໄຊ​ ສູນນະລາດ​ ກໍາມະການ​ສູນກາງ​ພັກ​ ເລຂາຄະນະ​ບໍລິຫານ​ພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ, ທ່ານ​ ແກ້ວ​ລັດຕະນະ​ ສີຫາວົງ​ ຄະນະປະຈໍາ​ພັກ​ແຂວງ​ ຮອງປະທານ​ສານປະຊາຊົນ​ແຂວງ​ ຄະນະຮັບຜິດຊອບປັບປຸງສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ.​ ມີການນໍາຂອງແຂວງ, ການນໍາພະແນກການອ້ອມຂ້າງແຂວງ,​ ບັນດາທ່ານນັກທຸລະກິດ,​ ຜູ້ປະກອບການພາຍໃນແຂວງ,​ ຄະນະຮັບຜິດຊອບປັບປຸງສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ ແລະ​ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.​
ໃນພິທີ,​ ທ່ານ​ ແກ້ວ​ລັດຕະນະ​ ສີຫາວົງ​ ຄະນະປະຈໍາ​ພັກ​ແຂວງ​ ຮອງປະທານ​ສານປະຊາຊົນ​ແຂວງ​ ຕາງໜ້າຄະນະຮັບຜິດຊອບປັບປຸງ​ – ສ້ອມແປງ​ ສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ​ ລາຍງານວ່າ: ການປັບປຸງ -​ ສ້ອມແປງສວນດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 25 ສິງຫາ 2024 ເປັນຕົ້ນມາ ໃຊ້ເວລາໃນການປັບປຸງ​ – ສ້ອມແປງ 11 ເດືອນ, ແຫຼ່ງທຶນຮອນ, ວັດຖຸທີ່ນໍາມາໃຊ້ໃນການປັບປຸງ​ -​ ສ້ອມແປງ​ ທັງໝົດ 1,​9​ ຕື້ກີບ,​ ໃນນັ້ນ​ ໄດ້ຈາກການປະກອບສວນຂອງຊັ້ນຄົນຕ່າງໆເຊິ່ງເປັນລູກຫຼານຊາວແຂວງຈໍາປາສັກ​ ທັງຢູ່ພາຍໃນແຂວງ ແລະ ຕ່າງແຂວງ ລວມມູນຄ່າວັດຖຸປະກອບສວນທັງໝົດ 900 ລ້ານກີບ, ທຶນປະກອບສ່ວນຂອງອົງການປົກຄອງແຂວງ 1 ຕື້ກີບ.​ ປັດຈຸບັນ​ ການປັບປຸງ​ -​ ສ້ອມແປງໄດ້ສໍາເລັດໂດຍພື້ນຖານ ແລະ ພ້ອມເປີດໃຫ້ມວນຊົນເຂົ້າມາໃຊ້ສໍາລັບພັກຜ່ອນ, ອອກກຳລັງກາຍ ແລະ ສຶກສາຂໍ້ມູນແຫຼ່ງທ່ອງທ່ຽວຕ່າງໆຢູ່ພາຍໃນແຂວງຈໍາປາສັກ​ ຊຶ່ງໄດ້ອອກແບບເປັນຮູບພາບຕິດໄວ້ໃນພື້ນທີ່ຂອງສວນ​ ປະກອບມີພາບແຫຼ່ງທ່ອງທ່ຽວ 31 ພາບ, ມີເຄື່ອງອອກກໍາລັງກາຍ 15 ເຄື່ອງ.​ ສັນຍາລັກຂອງສວນແມ່ນໂລໂກກິລາລາວ, ມີອ່າງນໍ້າພູ ແລະ ສິ່ງອໍານວຍຄວາມສະດວກ​ ເຊັ່ນ: ຕັ່ງນັ່ງ 62 ໜ່ວຍ, ມີລະບົບໄຟຟ້າ, ນໍ້າປະປາ ເພື່ອເຮັດໃຫ້ສວນດັ່ງກ່າວ.​ພາຍຫຼັງເປີດການນໍາໃຊ້ຢ່າງເປັນທາງການແລ້ວ,​ ອົງການປົກຄອງແຂວງ​ ໄດ້ມອບພື້ນທີ່ສວນສາທາລະນະ​ ຮ່ວມນໍ້າໃຈຊາວແຂວງຈໍາປາສັກ​ ໃຫ້ສະຫະພັນກິລາບານເຕະແຂວງ ເປັນຜູ້ຄຸ້ມຄອງ,​ ປົກປັກຮັກສາ ເພື່ອຄວາມໃຫ້ມີສະອາດ ແລະ ສວຍງາມ,​ ຕອບສະໜອງຕາມການມອບໝາຍດັ່ງກ່າວ, ຄະນະຮັບຜິດຊອບກໍໄດ້ສ້າງລະບຽບໃນການຄຸ້ມຄອງ ແລະ​ ນໍາໃຊ້ມາຕິດໄວ້ ໃນສວນ​ ເພື່ອໃຫ້ມວນຊົນໄດ້ຮັບຊາບ.​ ພ້ອມນີ້​ ກໍໄດ້ຈ້າງຜູ້ອະນາໄມ, ພະນັກງານປ້ອງກັນ ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນະຄານພັດທະນາລາວ​ ກຳນົດເວລາ 5 ປີ ປີລະ 50​ ລ້ານ​ ລວມມູນຄ່າ 250​ ລ້ານກີບ ເພື່ອນໍາໃຊ້ເຂົ້າໃນການບຳລຸງຮັກສາ.
ທ່ານ​ ແກ້ວ​ລັດຕະນະ​ ສີຫາວົງ​ ກ່າວຕື່ມວ່າ: ຕາງໜ້າໃຫ້ຄະນະຮັບຜິດຊອບການປັບປຸງ, ສ້ອມແປງສລນສາທາລະນະ​ ຮ່ວມໃຈຊາວແຂວງຈໍາປາສັກ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ​ ຕໍ່ການປະກອບສວນຂອງພາກສ່ວນຕ່າງໆທີ່ໄດ້ເສຍສະຫຼະທຶນຮອນ ແລະ ຊັບສິນປະກອບສ່ວນເຂົ້າໃນການປັບປຸງ, ສ້ອມແປງ​ ແລະ​ ສວນດັ່ງກ່າວນີ້ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີເປັນປຶກແຜນຂອງຊາວແຂວງຈຳປາສັກ ແລະ ກາຍເປັນມູນເຊື້ອ​ -​ ມູນມໍລະດົກສຶບທອດໃຫ້ແກ່ຄົນຮູ່ນລູກ, ຮູຸ່ນຫຼານຂອງພວກເຮົາໄດ້ນໍາໃຊ້. ໃນນາມຕາງໜ້າຄະນະຮັບຜິດຊອບຂໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງໄດ້ເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາ​ ໃຫ້ສວນສາທາລະນະແຫ່ງນີ້ ມີຄວາມຍາວນານ ແລະ ຍືນຍົງ.​ ພ້ອມນີ້​ ທ່ານຍັັງຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສວນ ກ່ອນ​ການປັບປຸງ​ -​ ສ້ອມແປງ​ ຕື່ມອີກ.​
ໂອກາດກ່າວເປີດການນໍາ​ໃຊ້​ສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ມີຄໍາເຫັນວ່າ: ການປັບປຸງ​ – ສ້ອມແປງ​ ສວນຮ່ວມນໍ້າໃຈຊາວແຂວງຈໍາປາສັກ​ ນີ້​ ສຸດທີ່ມີຄວາມໝາຍສໍາຄັນ ເພື່ອສ້າງເປັນສວນສາທາລະນະແຫ່ງນີ້ ໃຫ້ສວຍງາມ ແລະ​ ຍືນຍົງ​ ທັງເປັນຂອງຂວັນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງຈໍາປາສັກ​ ຄັ້ງທີ​ IX,​ ໂດຍແມ່ນ ລັດ​ ແລະ​ ປະຊາຊົນ​ ຮ່ວມກັນເຮັດ ກໍຄືການ​ມີ​ສ່ວນ​ຮ່ວມຂອງ​ສັງຄົມ,​ ຜູ້ປະກອບການ​ ແລະ​ ຊຸມຊົນ,​ ຕິດພັນກັບການສ້າງເປັນບ່ອນອອກກໍາລັງກາຍ,​ ພັກຜ່ອນ​ ແລະ​ ຫຼິ້ນກິລາ.​ ຍ້ອນ​ແນວນັ້ນ, ຂໍໃຫ້​ຄະນະ​ຮັບຜິດຊອບ​ສວນ​ ຈົ່ງເອົາໃຈໃສ່ປະສານກັບຄະນະພັກ -​ ຄະນະກໍາມະການປົກຄອງບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ພາຍ​ໃນບ້ານ​ທີ່ຢູ່ໃນເຂດສວນ​ປະກືບສ່ວນໃນການບູລະນະຮັກສາໃຫ້ສວຍງາມ ແລະ​ ນໍາ​ໃຊ້​ແບບຍືນຍົງ.​
ໂອກາດ​ນີ້,​ ສະມາຄົມຄອບຄົວການນໍາ ກໍໄດ້ມອບເງິນໃຫ້ແກ່ຄະນະຮັບຜິດຊອບສວນ​ ຈໍານວນ​ 10​ ລ້ານກີບ.​ ໃນພິທີ​ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ພາກສ່ວນທີ່ຊ່ວຍອຸປະຖໍາ ຈໍານວນ​ 27​ ພາກສ່ວນ, ໃຫ້ກຽດ​ມອບໂດຍ​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ.​ ຈາກນັ້ນ, ກໍໄດ້​ປ່ອຍປຸ່ມເປົ້າເປີດງານຢ່າງເປັນທາງການ.
ຂ່າວ​-ພາບ​: ທູນທອງໃຈ