ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສກ ສະເຫລີມສະຫລອງ ວັນເດັກສາກົນ ຄົບຮອບ 100 ປີ ໃນຫົວຂໍ້: ການປົກປ້ອງເດັກ ແລະ ສືບຕໍ່ຊຸກຍູ້ການແນະນໍາວຽກງານການປົກປ້ອງເດັກ ໃຫ້ຄູອາຈານ ແລະ ຜູ້ບໍລິຫານການສຶກສາ.

May 30, 2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ ຄົບຮອບ 100 ປີ ໃນຫົວຂໍ້: ການປົກປ້ອງເດັກ ແລະ ສືບຕໍ່ຊຸກຍູ້ການແນະນໍາວຽກງານການປົກປ້ອງເດັກ ໃຫ້ຄູອາຈານ ແລະ ຜູ້ບໍລິຫານການສຶກສາ ໃນວັນທີ 29 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ແນໃສ່ຊຸກຍູ້ການປົກປ້ອງເດັກ ໃນດ້ານການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ( ບີຄວາ ).
ໃນພິທີ, ທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ອ່ານສານອວຍພອນວັນເດັກສາກົນ ຂອງທ່ານນາຍົກລັດຖະມົນຕີ ໂດຍຍົກໃຫ້ເຫັນເຖິງການພັດທະນາ ບັນດານິຕິກຳໃນໄລຍະຜ່ານມາ ເຊິ່ງເປັນບາດກ້າວທີ່ສຳຄັນສຳລັບສິດທິເດັກໃນ ສປປ ລາວ ຄື: ການຫ້າມລົງໂທດທາງຮ່າງກາຍຢ່າງຄົບຊຸດ, ໄດ້ຮັບຮອງເອົາໃນວັນທີ 30 ເມສາ 2024. ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປັບປຸງນີ້ ໄດ້ກຳນົດໃຫ້ ສປປ ລາວ ເປັນປະເທດທີ 66 ແລະ ເປັນປະເທດທຳອິດໃນອາຊຽນ ທີ່ຫ້າມການລົງໂທດທຸກຮູບແບບ ລວມທັງ ຢູ່ເຮືອນ ແລະ ໂຮງຮຽນ. ຖະແຫລງການໄດ້ຢືນຢັນຄືນຄຳໝັ້ນສັນຍາຂອງແຕ່ລະປະເທດໃນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ສົ່ງເສີມສິດທິຂອງເດັກທຸກຄົນ. ພ້ອມນີ້, ຍັງໄດ້ເຜີຍແຜ່ເອກະສານແນະນໍາກ່ຽວກັບການປົກປ້ອງເດັກ ແລະ ຮັກສາຄວາມປອດໄພ ສໍາລັບເດັກ ໃນຂະ ແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ແກ່ຄູ-ອາຈານ, ຜູ້ບໍລິຫານການສຶກສາ ແລະ ນ້ອງນັກ ຮຽນ ທີ່ມາຈາກໂຮງຮຽນປະຖົມ ແລະ ມັດທະຍົມໃນນະຄອນຫລວງວຽງຈັນ ຕື່ມອີກ. ທ່ານຍັງໄດ້ເນັ້ນເຖິງບົດບາດສຳຄັນຂອງຄູ ໃນການສ້າງສະພາບແວດລ້ອມ ການຮຽນຮູ້ທີ່ປອດໄພ ເຊິ່ງເອກະສານແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພ ສຳລັບເດັກ ແມ່ນໝາກຜົນຂອງການຮ່ວມມືຂອງ ລັດຖະບານ ສປປ ລາວ ແລະ ອົດສະຕຣາລີ, ຄູສອນມີບົດບາດສໍາຄັນໃນການປົກປ້ອງເດັກໂດຍກົງ ພ້ອມທັງສະໜັບສະໜູນ ແລະ ສົ່ງຄວາມຮູ້ໃຫ້ແກ່ເດັກ. ພ້ອມນີ້, ການຈັດຕັ້ງປະຕິບັດ ເອກະສານແນະນໍາດັ່ງກ່າວ ຈະນໍາໄປສູ່ການປ່ຽນແປງພຶດຕິກໍາໃນທາງບວກ ເປັນການສ້າງສະຖານທີ່ ທີ່ປອດໄພ ສໍາລັບນັກຮຽນທີ່ຈະຮຽນຮູ້ ແລະ ຈະເລີນເຕີບໂຕ ໂດຍສະເພາະ ການສື່ສານທີ່ມີຄວາມເຄົາລົບກັບເດັກນ້ອຍ, ການນຳໃຊ້ສື່ເອເລັກໂຕຣນິກຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ ແລະ ການຄຸ້ມຄອງພຶດຕິກຳໃນທາງບວກ.
ໂອກາດນີ້ ທ່ານ ສຸພາບ ຄູນວິໄຊ ໄດ້ຮຽກຮ້ອງໃຫ້ຄູສອນທຸກຄົນ ໃຫ້ບຸລິມະສິດການປົກປ້ອງເດັກ ແລະ ໂຄສະນາຢ່າງຈິງຈັງ ເພື່ອຄວາມປອດໄພຂອງນັກຮຽນ ການປົກປ້ອງເດັກແມ່ນຄວາມຮັບຜິດຊອບຂອງທຸກຄົນ ພວກເຮົາຫວັງວ່າບັນດາຄຳແນະນຳດ້ານການປົກປ້ອງນີ້ ຈະສືບຕໍ່ຖືກນຳໃຊ້ຢ່າງກວ້າງຂວາງໂດຍຄູສອນ ແລະ ທຸກຄົນທີ່ເຮັດວຽກກັບເດັກເພື່ອສ້າງສະພາບແວດລ້ອມໃນໂຮງຮຽນທີ່ປອດໄພ ແລະ ມີສ່ວນຮ່ວມ ລະບົບການສຶກສາ.
ໂອກາດດຽວກັນ ທາງຄະນະຄູ-ອາຈານ ແລະ ນັກຮຽນໄດ້ໄປຢ້ຽມຢາມ ຄະນະວິສະວະກໍາສາດ ມຊ ວິທະຍາເຂດ ໂສກປ່າຫຼວງ ເພື່ອເປັນການສ້າງແຮງບັນດານໃຈ ໃນການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ ວິສະວະກໍາ ຄະນິດສາດ (STEM) ສໍາລັບນັກຮຽນ ນີ້ເປັນສິ່ງສໍາຄັນ ໂດຍສະເພາະສໍາລັບເດັກຍິງ ກໍຄືເພດແມ່ຍິງໃນຂະແໜງການ STEM ຖືວ່າຍັງມີອັດຕໍ່າກວ່າເພດຊາຍ ຢູ່ໃນທົ່ວໂລກ.
ພາບ : ພັກສະຫວັນ ວົງໄຊຍາ