ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສກ-ເມືອງຈຽງເຊິນ ພົບປະຫາລືວຽກງານມະຫາກໍາກິລາພື້ນເມືອງໂຍນໝາກຄອນ 3 ແຈ ລາວ-ຈີນ-ຫວຽດນາມ

Oct 25, 2024

ຕອນເຊົ້າວັນທີ 24 ຕຸລາ 2024, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ໄດ້ຈັດພິທີ ພົບປະຫາລືກະກຽມຄວາມພ້ອມຈັດງານມະຫາກໍາກິລາພື້ນເມືອງໂຍນໝາກຄອນ 3 ແຈ ລາວ-ຈີນ-ຫວຽດນາມ ຄັ້ງທີ VIII ທີ່ແຂວງຜົ້ງສາລີເປັນເຈົ້າພາບ ແລະ ງານເທດສະການອາຫານເຜົ່າ ແລະ ດື່ມນໍ້າຊາ ປີ 2024 ຕິດພັນກັບປີທ່ອງທ່ຽວລາວ.
ໃນໂອກາດນີ້, ທ່ານ ບຸນຈັນ ໄມ່ຕ່ວນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ໃຫ້ກຽດກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມພົບປະຫາລືກະກຽມຄວາມພ້ອມຈັດງານມະຫາກໍາກິລາພື້ນເມືອງໂຍນໝາກຄອນ 3 ແຈປະເທດ ລາວ-ຈີນ-ຫວຽດນາມ ທີ່ແຂວງຜົ້ງສາລີເປັນເຈົ້າພາບຄັ້ງນີ້, ເຊິ່ງຈະເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືສອງຝ່າຍ ລາວ-ຈີນ ໃນຖານະເພື່ອນມິດ, ເປັນບ້ານໃກ້ເຮືອນຄຽງທີ່ດີມີມາແຕ່ດົນນານ ທັງເປັນການຮັດ ແໜ້ນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງສອງປະເທດໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນສໍາເລັດເປັນກ້າວໆ.
ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມ ກັນກ່ຽວກັບຜົນສໍາເລັດການຫ້າງຫາກະກຽມ, ກົດລະບຽບການແຂ່ງຂັນໃນງານມະຫາກໍາກິລາພື້ນເມືອງໂຍນໝາກຄອນ 3 ແຈປະເທດ ລາວ-ຈີນ-ຫວຽດນາມ ໂດຍກໍານົດເອົາ 4 ປະເພດກິລາຄື: ກິລາໂຍນໝາກຄອນ ຊາຍ-ຍິງ ມີລາຍການແຂ່ງຂັນ 2 ລາຍ ການ (ໂຍນເຂົ້າຕູ້ ແລະ ໂຍນເຂົ້າບ້ວງ); ກິລາຍິງໜ້າເກັກ ຍິງ-ຊາຍ ມີລາຍການແຂ່ງຂັນ 4 ລາຍການ (ທີມຊາຍ, ຄູ່ຊາຍ, ທີມຍິງ, ຄູ່ຍິງ); ກິລາກະຕໍ້ຫວາຍຊາຍ 1 ລາຍການ (ທີມດ່ຽວຊາຍ); ກິລາຕີໝາກຂ່າງຊາຍ 2 ລາຍການ (ທີມຊາຍ, ທີມຄູ່ຊາຍ). ພາກສ່ວນລະ 32 ທ່ານ ນັບທັງພາສາແປ, ສະພາບການຫ້າງຫາກະກຽມ, ວາລະການເດີນທາງເຂົ້າຮ່ວມແຂ່ງຂັນຢ່າງສ້າງສັນ ແລະ ມີບັນຍາກາດ. ພ້ອມດຽວກັນນີ້ ກໍໄດ້ມອບ-ຮັບອຸປະກອນກິລາປະເພດໝາກຄອນ, ໝາກຂ່າງຈາກການຊ່ວຍເຫຼືອຂອງ ສປ ຈີນ ເພື່ອນໍາໃຊ້ອຸປະກອນດັ່ງກ່າວເຂົ້າໃນການແຂ່ງຂັນກິລາເປັນສ່ວນສໍາຄັນ.
ພາບ-ຂ່າວ: ໄທພອນ ມະນີຈັນ