ການດໍາເນີນກອງປະຊຸມສະໄໝ ສາມັນ ເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 5 ທັນວາ 2024 ທີ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນ ຫລວງວຽງຈັນ ທ່ານ ໄຊ ຊະນະ ໂຄດພູທອນ, ຫົວໜ້າອົງການໄອຍະການປະຊາຊົນສູງ ສຸດ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງຄົ້ນຄ້ວນປະກອບຄໍາເຫັນ.
ກົດໝາຍໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ຖືກຮັບຮອງໂດຍສະພາແຫ່ງຊາດໃນປີ 1990 ແລະ ມີການ ປັບປຸງໃນສາມຄັ້ງ ຄື ຄັງທີ 1 ປັບປຸງໃນປີ 2003, ຄັ້ງທີ 2 ໃນປີ 2009 ແລະ ຄັ້ງທີ 3 ປັບປຸງໃນປີ 2017. ສໍາລັບຮ່າງກົດໝາຍໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງໃນຄັ້ນີ້ ປະກອບມີ XII ພາກ 14 ໝວດ 88 ມາດຕາ.
ທ່ານ ໄຊຊະນະ ໂຄດພູທອນ ຍົກໃຫ້ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາ ຊົນ ຍ້ອນໃນໄລຍະຜ່ານການປັບປຸງກົດ ໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ຜ່ານການຈັດ ຕັ້ງປະຕິບັດຕົວຈິງ ໃນແຕ່ລະໄລຍະ ເຫັນວ່າ ໂດຍລວມແລ້ວມີຄວາມສອດຄ່ອງກັບສະ ພາວະຄວາມເປັນຈິງທາງດ້ານເສດ ຖະກິດ-ສັງຄົມຂອງຊາດ, ເປັນບ່ອນອີງໃຫ້ແກ່ການປະຕິບັດພາາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນຢ່າງມີປະສິດທິຜົນສູງ,ເປັນເຄື່ອງມືທີ່ດີໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ປົກປ້ອງຜົນ ປະໂຫຍດຂອງລັດ, ລວມໝູ່, ປົກປ້ອງ ແລະ ເສີມຂະຫຍາຍສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໂດຍຕິດພັນກັບກົດໝາຍອື່ນ ເປັນຕົ້ນ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງເຂົ້າສູ່ຊີວິດຕົວຈິງຂອງສັງຄົມ, ເຮັດໃຫ້ຄວາມຮັບຮູ້ເຂົ້າໃຈ ກ່ຽວກັບການປົກຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍທົ່ວສັງຄົມ ໄດ້ຮັບການເຊີດຊູສູງ ຂຶ້ນຢ່າງບໍ່ຢຸດຢັ້ງ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສະ ຫງົບສຸກ ແລະ ປະເທດຊາດມີຄວາມຮຸ່ງເຮືອງສີວິໄລໂດຍພື້ນ ຖານ.
ຢ່າງໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດ ຍັງເຫັນວ່າມີບາງບັນຫາ ຫຼື ບາງມາດຕາ ທີ່ຍັງບໍ່ທັນສອດຄ່ອງ, ບໍ່ທັນສາມາດປະຕິບັດໄດ້ແລະ ເປັນຊ່ອງຫວ່າງ ຊຶ່ງມີຄວາມຈຳເປັນ ຕ້ອງໄດ້ປະເມີນຜົນການຈັດຕັ້ງປະຕິບັດ ແລະ ປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນໃນແຕ່ລະໄລຍະເພື່ອໃຫ້ມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງອົງການໄອຍະການປະຊາຊົນ ແລະ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຕາມທິດການສ້າງລັດທີ່ປົກ ຄອງດ້ວຍກົດໝາຍຢູ່ປະເທດເຮົາ.
ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຜັດປ່ຽນກັນປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງຢ່າງຟົດຟື້ນ, ສ້າງສັນ ແລະ ກົງໄປກົງມາທີ່ສຸດ ເພື່ອເຮັດໃຫ້ເນື້ອໃນຮ່າງກົດ ໝາຍດັ່ງກ່າວຄົບຖ້ວນ ແລະ ຮັດກຸມເທົ່າທີ່ຄວນ.






