ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສຊ ຄົ້ນຄວ້າພິຈາລະນາ ຮ່າງກົດໝາຍ ວ່າດ້ວຍທີ່ຢູ່ອາໄສ

Dec 9, 2024

ຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ ເຊິ່ງເປັນກົດໝາຍສ້າງໃໝ່ ໄດ້ຖືກນໍາມາຄົ້ນຄວ້າພິຈາລະນາ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ທັນວາ 2024 ເຊິ່ງສະເໜີໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ຮ່າງກົດໝາຍດັ່ງກ່າວ ປະກອບມີ 10 ພາກ, 6 ໝວດ ແລະ 64 ມາດຕາ. ເຫດ ຜົນໃນການສ້າງຮ່າງກົດໝາຍສະບັບນີ້ ຍ້ອນປັດຈຸບັນການກໍ່ສ້າງທີ່ຢູ່ອາໄສ ຢູ່ ສປປ ລາວ ມີການພັດທະນາຫລາຍດ້ານ ບໍ່ວ່າຈະເປັນທາງດ້ານວິສະ ວະກຳ ແລະ ສະຖາປັດຕະຍາກຳ ຊຶ່ງສ່ວນໃຫຍ່ມີລັກສະນະກ້າວໜ້າຂຶ້ນຢ່າງຕໍ່ເນື່ອງ ຕາມຄວາມກ້າວໜ້າຂອງເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳອັນໃໝ່, ແຕ່ກໍມີຈຳນວນໜຶ່ງທີ່ຍັງບໍ່ເປັນລະບຽບ ບໍ່ຮັບປະກັນທາງດ້ານເຕັກນິກ ແລະ ຍັງຂາດຄວາມເອກະພາບໃນການຄຸ້ມຄອງ ຜ່ານການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານທີ່ຢູ່ອາໄສ ໃນໄລຍະຜ່ານມາ ເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ມີຫລາຍບັນຫາ ເປັນຕົ້ນ ບໍ່ທັນມີກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຄຸ້ມຄອງສະເພາະກ່ຽວກັບວຽກງານທີ່ຢູ່ອາໄສ; ທີ່ຢູ່ອາໄສຍັງບໍ່ທັນມີການຂຶ້ນທະບຽນ, ເກັບກຳຂໍ້ມູນສະຖິຕິ, ສ້າງຖານຂໍ້ມູນທີ່ຢູ່ອາໄສ ເພື່ອຄຸ້ມຄອງໃຫ້ເປັນລະບົບ ລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເພື່ອເປັນພື້ນຖານແກ່ລັດໃນການສ້າງນະໂຍບາຍ, ການຂຸດຄົ້ນແຫລ່ງລາຍຮັບ ຕາມຄວາມເໝາະສົມ ແລະ ສອດຄ່ອງໃນແຕ່ລະໄລຍະ ພ້ອມນີ້, ທີ່ຢູ່ອາໄສຈຳນວນໜຶ່ງ ຍັງບໍ່ທັນໄດ້ມາດຕະຖານເຕັກນິກ, ບໍ່ທັນມີລະບົບສຸຂະພິບານທີ່ດີ ແລະ ຍັງຂາດໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມ, ສິ່ງອຳນວຍຄວາມສະດວກຕ່າງໆ ແລະ ຍັງບໍ່ທັນມີກົນໄກການຄຸ້ມຄອງວຽກງານທີ່ຢູ່ອາໄສ.
ທ່ານ ງາມປະສົງ ເມືອງມະນີ ໃຫ້ຮູ້ວ່າ: ຖ້າຫາກຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດແລ້ວ ຈະກາຍເປັນເຄື່ອງມື ແກ່ການຄຸ້ມ ຄອງວຽກງານທີ່ຢູ່ອາໄສ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຊັ່ນ: ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານທີ່ຢູ່ອາໄສ ລະຫວ່າງ ສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງເປັນລະບົບ, ລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ພ້ອມນີ້, ໃນການຂຶ້ນທະ ບຽນທີ່ຢູ່ອາໄສ ແມ່ນຈະຂຶ້ນທະບຽນທຸກລັກສະນະຂອງທີ່ຢູ່ອາໄສ, ແຕ່ຈະເສຍຄ່າທຳ ນຽມ ແລະ ຄ່າບໍລິການ ແມ່ນທີ່ຢູ່ອາໄສຖາວອນເທົ່ານັ້ນ, ສ່ວນທີ່ຢູ່ອາໄສເຄິ່ງຖາວອນ ແລະ ບໍ່ຖາວອນແມ່ນຍົກເວັ້ນ ແລະ ອື່ນໆ.
ຫລັງຈາກນັ້ນ ສະມາຊິກສະພາປະຈຳເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງກາວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແນໃສ່ຄຸ້ມຄອງ ແລະ ສົ່ງເສີມວຽກງານທີ່ຢູ່ອາໄສ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ ຕອບສະໜອງຄວາມຕ້ອງການຂອງສັງຄົມ ໃນປັດຈຸບັນ ແລະ ອະນາຄົດ, ປົກປ້ອງຜົນປະໂຫຍດລວມຂອງຊາດ, ຜູ້ຢູ່ອາໄສ ແລະ ຜູ້ດຳເນີນທຸລະກິດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.