ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 19 ມີນາ 2025, ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ພ້ອມ ກັນປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າ ດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ.
ທ່ານ ນາງ ສົມພຽນ ວົງໄຊ ສສຊ ປະຈຳເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໄດ້ປະກອບຄຳເຫັນກ່ຽວກັບ ມາດຕາ 29 ກ່ຽວກັບການຫລຸດເວລາພັກອອກລູກ ໂດຍໄດ້ສະເໜີຖາມໃຫ້ພາກສ່ວນກ່ຽວຂ້ອງ ຕໍ່ກັບເຫດຜົນໃນການປັບວັນພັກອອກລູກ ຈາກ 5 ເດືອນ ມາເປັນ 3 ເດືອນເຄິ່ງ ເຊິ່ງຖ້າຈະອີງໃສ່ວ່າບໍ່ສອດຄ່ອງກັບສາກົນນັ້ນ ເຫັນວ່າເຫດຜົນດັ່ງກ່າວຍັງບໍ່ທັນພຽງພໍ່ ຄວນອີງໃສ່ສະ ພາບຄວາມເປັນຈິງຂອງບ້ານເຮົາ, ອີງໃສ່ສະພາບຂອງເອື້ອຍນ້ອງແມ່ຍິງ ໂດຍສະເພາະ ແມ່ນດ້ານອາ ຫານການກິນ, ດ້ານສຸຂະພາບຂອງເອື້ອຍນ້ອງແມ່ຍິງ ເຫັນວ່າຍັງບໍ່ທັນເທົ່າທຽມກັບສາ ກົນ.
ສະນັ້ນ, ອີງໃສ່ການຟື້ນຟູສຸຂະພາບຂອງແມ່ແຮງແຂງ ແລະ ພ້ອມຈະກັບມາເຮັດວຽກແລ້ວຫລືຍັງ?. ນອກຈາກນີ້, ຍັງໄດ້ສະເໝີໃຫ້ກຳນົດຈະແຈ້ງກ່ຽວກັບໄລຍະການຝຶກງານ ຄວນຈະກຳນົດເວລາໃຫ້ເປັນເອກະພາບ ທັງຊັ້ນສູງ, ປະລິນຍາຕີ, ປະ ລິນຍາໂທ, ປະລິນຍາເອກ ເນື່ອງຈາກວ່າເຮົາໃຊ້ເວລາຮຽນຫລາຍແລ້ວ, ຈົບມາຍັງຈະໃຊ້ເວລາຝຶກງານຫລາຍອີກ.



