ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສຊ ເຂດ 10 ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ

Jun 23, 2025

ທ່ານ ຫົງຄໍາ ສຸວັນນະວົງ ສະມາຊິກສະພາແຫ່ງຊາດເຂດ 10 ແຂວງວຽງຈັນ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 23 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ສຸວອນ ເຮືອງບຸນມີ ຮອງປະທານສະພາແຫ່ງຊາດ.
ທ່ານ ຫົງຄໍາ ສຸວັນນະວົງ ໄດ້ມີຄໍາເຫັນວ່າ: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ແມ່ນມີກົດໝາຍທີ່ສຳຄັນບໍ່ສະເພາະຕໍ່ຄວາມປອດໄພຂໍ້ມູນຂ່າວສານລະດັບປະເທດ ແລະ ມີຄວາມສຳຄັນຂອງບັນດາອົງການຈັດຕັ້ງ, ຫົວໜ່ວຍທຸລະກິດ, ເຖິງວ່າກົດໝາຍດັ່ງກ່າວຈະມີຄວາມອຸດົມສົມບຸນ, ແຕ່ຍັງມີບາງມາດຕາຍັງບໍ່ຄົບຖ້ວນ, ກ່ຽວກັບຄວາມປອດໄພໄຊເບີມີຫຍັງແດ່, ຫຼັງຮັບປະກັນຄວາມພ້ອມໃນການໃຊ້ລະບັບສະເໜີຕື່ມໃສ່, ໂດຍການນຳໃຊ້ເຕັກໂນໂລຊີຂະບວນການ ແລະ ເຖິງນະໂຍບາຍຫຼາຍຮູບແບບໝາຍເຖິງນິຕິກຳຕ່າງໆທີ່ຈະສະບັບສະໜູນຕໍ່ໃຫ້ມີຄວາມປອດໄພທາງໄຊເບີ ໃຫ້ມີຄວາມອຸດົມສົມບູນຫຼາຍຂຶ້ນ, ການອະທິບາຍຄໍາສັບໂດຍສະເພາະຂໍ້ມູນ(data), ຂໍ້ມູນຂ່າວສານແມ່ນມີສອງຄໍາສັບທີ່ແຕກຕ່າງກັນ,ຂໍ້ມູນທີ່ຍັງບໍ່ທັນໄດ້ຮັບການຈັດການ ຫຼື ຈັດຮູບແບບ ຫຼື ຂະບວນການບາງຄັ້ງເອີນວ່າຂໍ້ມູນດິບຊຶ່ງບາງຂໍ້ມູນອາດເປັນໂຕເລກ, ເປັນພາບ, ເປັນສຽງເອີ້ນວ່າຂໍ້ມູນ, ຄວາມໝາຍຂອງຂ່າວສານໝາຍເຖິງຂໍ້ມູນທີ່ໄດ້ຮັບການຈັດການ, ການລຽງ, ການກັ່ນຕອງ, ການກຳນົດຮູບແບບເປັນຂໍ້ມູນທີ່ມີການວິໄຈແລ້ວ ເປັນຂໍ້ມູນສາມາດນຳມາໃຊ້ເປັນປະໂຫຍດຕ່າງໆໄດ້ເອີ້ນວ່າເປັນຂ່າວສານ ແລະ ອີກມາດຕາໜຶ່ງກ່ຽວຂ້ອງກັບຄວາມສໍາຄັນ, ຄວາມຈຳເປັນຂອງຄວາມປອດໄພໄຊເບີນີ້ມີຄວາມສຳຄັນຄື: ນໍາໃຊ້ກິດຈະກຳອອນລາຍທີ່ປອດໃສ, ການປົກປ້ອງຂໍ້ມູນທີ່ລະອຽດອ່ອນ ແລະ ເປັນຄວາມລັບ ແລະ ສົ່ງເສີມຄວາມໝັ້ນຄົງທາງດ້ານເສດຖະກິດ, ການສົ່ງເສີມການຮ່ວມມີສາກົນແມ່ນມາດຕະການຂອງຄວາມປອດໄພໄຊເບີ, ການສະໜັບສະໜູນການຫັນເປັນດີຈີຕອນແມ່ນມີຄວາມສຳຄັນຫຼາຍເພາະວ່າປະເທດເຮົາມີການຫັນເປັນດີຈີຕອນດັ່ງນັ້ນ ຄວາມປອດໄພໄຊເບີແມ່ນມີຄວາມສຳຄັນຢ່າງຍິ່ງທີ່ຈະຕ້ອງນໍາໃຊ້ປົກປ້ອງທາງໄຊເບີເຊັ່ນກັນ, ອົງປະກອບທີ່ສຳຄັນຂອງຄວາມປອດໄພໄຊເບີມີຫຍັງແດ່ການຮັກສາຄວາມລັບ, ເປັນຄວາມຊື້ສັດເປັນອົງປະກອບໜຶ່ງຂອງໄຊເບີຄືກັນ, ຄວາມພ້ອມໃຊ້ງານ, ການກວດສອບຄວາມຖືກຕ້ອງເປັນອົງປະກອບຂອງໄຊເບີເຊັ່ນກັນ, ຄວາມປອດໄພຂອງເຄືອຂ່າຍ, ຄວາມປອດໄພຕ້ານຂໍ້ມູນຂ່າວສານ ແລະ ຄວາມປອດໄພຂອງແອັບພລິເຄເຊິນໝາຍຄວາມວ່າອຸປະກອນຕ່າງໆທີ່ໃຊ້ເຂົ້າໃນແອັບພລິເຄເຊິນກໍຕ້ອງມີຄວາມປອດໄພເຊັ່ນກັນ.
May be an image of 10 people, dais and text