ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສຊ ແຂວງຫົວພັນ ປະກອບຄໍາເຫັນຕໍ່ກົດໝາຍວ່າດ້ວຍປ້າຍ

Jun 25, 2025

ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ2025 ນີ້, ພາຍຫຼັງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ(ສະບັບປັບປຸງ) ຈາກນັ້ນ,ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍລວມແລ້ວແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບດັ່ງກ່າວ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີຄວາມຖືກຕ້ອງແທດເໝາະ ສາມາດນຳໄປຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.
ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ມີຄໍາເຫັນແລກປ່ຽນ ແລະສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ໄດ້ເປັນເຄື່ອງມືທີ່ສໍາຄັນ, ໃນການຄຸ້ມຄອງ ຕິດຕາມ ກວດກາ ວຽກງານປ້າຍໃຫ້ເປັນລະບຽບຮຽບຮ້ອຍ, ມີຄວາມຖືກຕ້ອງ, ມີລັກສະນະຊາດ, ກ້າວໜ້າ, ມະຫາຊົນແລະ ມີຄວາມເປັນເອກະພາບ ໃນການການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ; ສັງຄົມມີຄວາມຮັບຮູ້, ເຂົ້າໃຈ ການຄຸ້ມຄອງ ປ້າຍດ້ວຍກົດໝາຍ ນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະຜູ້ດຳເນີນທຸລະກິດກ່ຽວກັບປ້າຍ, ຜູ້ນໍາໃຊ້ປ້າຍ ແລະ ອົງການຄຸ້ມຄອງວຽກງານປ້າຍ; ເນື່ອງຈາກວ່າກົດໝາຍສະບັບນີ້ເປັນສະບັບປັບປຸງ ດັ່ງນັ້ນ ຈຶ່ງມີບາງຄໍາເຫັນຕໍ່ມາດຕາທີ 17 ກ່ຽວກັບສີພື້ນ ແລະ ສີຕົວໜັງສືຂອງປ້າຍ ໃນຂໍ້ 1.6 ປ້າຍສາສະນະສະຖານ ໃຫ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ສໍາລັບຂໍ້ນີ້ ພໍຈະກໍານົດພື້ນເປັນສີດໍາ ຕົວໜັງສືສີຂາວ ຫຼືວ່າໃຫ້ປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ແລະ ໃນຂໍ້ທີ 2.2 ປ້າຍກອງປະຊຸມ ໃຫ້ເປັນພື້ນສີຟ້າ ຕົວໜັງສືສີຂາວ; ສໍາລັບປ້າຍທີ່ນໍາໃຊ້ໃນກອງປະຊຸມກ່ຽວກັບວຽກງານຂອງພັກ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໃຫ້ເປັນພື້ນສີແດງ ຕົວໜັງສືສີຂາວ ແຕ່ໃນທາງປະຕິບັດຖ້າວ່າກົດໝາຍສະບັບນີ້ປະກາດໃຊ້ແລ້ວ ສະພາແຫ່ງຊາດຈະໄດ້ຕິດຕາມກວດກາເບິ່ງ; ໃນມາດຕາທີ 31 ສິດ ແລະ ພັນທະຂອງຜູ້ດໍາເນີນທຸລະກິດກ່ຽວກັບປ້າຍ ສໍາລັບຜູ້ດໍາເນີນທຸລະກິດກໍມີສ່ວນຮັບຜິດຊອບໃນໄລຍະຜ່ານມາ ພາກສ່ວນທີ່ກ່ຽວຂ້ອງໄດ້ໄປສະເໜີ ຫຼືສັນຍາສ້າງປ້າຍຕ່າງໆກໍໄດ້ປະຕິບັດຕາມນັ້ນ ແຕ່ຄວາມເປັນຈິງຢາກໃຫ້ຜູ້ດໍາເນີນທຸລະກິດຖ້າຫາກວ່າເຮັດຮູບແບບຂອງຕົວໜັງສື ຖ້າບໍ່ຖືກຕາມລະບຽບ ແມ່ນຈະບໍ່ສາມາດອອກແບບປ້າຍດັ່ງກ່າວນັ້ນໄດ້ ຫຼືວ່າຈະກໍານົດວ່າຮັບປະກັນຮູບແບບເນື້ອໃນຂອງປ້າຍໃຫ້ຖືກຕ້ອງຕາມກົດໝາຍກໍານົດ ຕາມການອະນຸຍາດ ຫຼືຕາມສັນຍາໃຫ້ຮັດກຸມຕື່ມ.
ຂ່າວ-ພາບ: ຍຸຸພິນທອງ-ບຸນອູ້ມ
May be an image of 13 people and text