ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສສວ ຈະຈັດງານວາງສະແດງສິນຄ້າ ແລະ ນະວັດຕະກໍາດ້ານສະຖາປັດຕະຍະກໍາ ວິສະວະກໍາ ວັດສະດຸກໍ່ສ້າງຫລື “ ALACE EXPO 2025 ”

Sep 17, 2025

ພິທີຖະແຫລງຂ່າວກ່ຽວກັບການຈັດງານ ວາງສະແດງສິນຄ້າ ແລະ ນະວັດຕະກໍາດ້ານ ສະຖາປັດຕະຍະກໍາ ວິສະວະກໍາ ວັດສະດຸກໍ່ສ້າງ ປະຈໍາປີຂອງ ສສວ ໄດ້ຈັດຂື້ນໃນວັນທີ 16 ກັນຍາ 2025 ທີ່ຫ້ອງການສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ (ສສວ) ພາຍໃຕ້ການເປັນປະທານຂອງ ທ່ານ ວົງໄພ ບຸນມະນີ, ປະທານ ສະມາຄົມສະຖາປະນິກ ແລະ ວິສະວະກອນໂຍທາລາວ ມີບັນດາຄະນະນໍາ ແລະ ອະນຸກໍາມະການຈາກທາງ ສສວ ພ້ອມທັງຕົວແທນຂອງບັນດາຜູ້ສະໜັບສະຫນຸນຈາກພາກທຸລະກິດ ແລະ ຫ້າງຮ້ານບໍລິສັດຕ່າງໆ ທີ່ຈະເຂົ້າຮ່ວມວາງສະແດງສິນຄ້າ ແລະ ການບໍລິການໃນງານຄັ້ງນີ້ເຂົ້າຮ່ວມ.
ແນວຄວາມຄິດການຈັດງານ “ ALACE EXPO 2025 ” ເຊິ່ງແມ່ນງານວາງສະແດງປະຈໍາປີທີ່ຈັດໂດຍ ສສວ ຮ່ວມກັບບັນດາພັນທະມິດ ທັງພາກລັດ ແລະເອກະຊົນ ເພື່ອເປັນການວາງສະແດງຜົນສໍາເລັດການເຄື່ອນໄຫວປະຈໍາປີໃນຂົງເຂດ ສະຖາປັດຕະຍະກຳ ແລະ ວິສະວະກຳໂຍທາຂອງ ສປປລາວ. ນອກຈາກນີ້ ງານດັ່ງກ່າວຍັງເປັນເວທີ ແລະ ພື້ນທີ່ສຳລັບການນຳສະເຫນີ ແລະ ແລກປ່ຽນຄວາມຮູ້, ການສ້າງເຄືອຂ່າຍ, ການນໍາສະເໜີນະວັດຕະກໍາ ແລະ ການຂັບເຄື່ອນໂອກາດຂອງການພັດທະນາໃຫມ່ ໃນມິຕິຂອງທຸລະກິດ, ນະວັດຕະກຳ, ການຮ່ວມມື ເພື່ອສົ່ງເສີມວິຊາຊີບ ຂອງຂະແໜງການດັ່ງກ່າວຢ່າງຕໍ່ເນື່ອງ.
May be an image of 16 people, people studying, table and text May be an image of 4 people, floor plan, indoors, living room and text that says 'ZONE B CENTRAL STAGE & ACTIVITIES LIVING ESSENCE INTERIOR Oniads MIn GARDENHISTORY GARDEN ISTORY - LANDSCAPE/ /3ิวัตพูมมิน 3ีวัดพูมมินัด nлe'
ງານ ALACE EXPO 2025 ຈະໄດ້ນໍາສະເໜີແນວຄວາມຄິດ “ ວິວັດອາໄສ – LIVING FORWARD ” ທີ່ສະທ້ອນໃຫ້ເຫັນເຖິງການເວລາຂອງ “ ທີ່ຢູ່ອາໄສ” ໃນ ສປປລາວ ຕັ້ງແຕ່ອະດີດ ປະຈຸບັນ ແລະ ສືບເນື່ອງສູ່ອະນາຄົດ. ເປັນງານວາງສະແດງ ທີ່ຈະພາຜູ້ຊົມໄປສໍາຫຼວດ ແລະຮຽນຮູ້ ວິວັດທະນາການຂອງສະຖາປັດຕະຍະກໍາ ແລະການກໍ່ສ້າງໃນ ສປປລາວ ເລີ່ມຕັ້ງແຕ່ພູມປັນຍາການອອກແບບກໍ່ສ້າງເຮືອນດັ້ງເດີມ ທີ່ມີຄຸນຄ່າທາງວັດທະນະທຳ ໄປຈົນເຖິງການພັດທະນາປັບປຸງອາຄານທີ່ຢູ່ອາໄສທີ່ມີຮູບຊົງ ແລະ ລັກສະນະຮ່ວມສະໄໝ ສາມາດຕອບໂຈດຄວາມຕ້ອງການໃນການໃຊ້ຊີວິດທີ່ຫຼາກຫຼາຍຂອງສັງຄົມໄດ້ຢ່າງມີຄຸນະພາບ.
ກິດຈະກໍາພາຍໃນງານ ນອກຈາກຈະພົບກັບໂຊນ Living Essene ແລະ Living Smart ທີ່ເປັນການວາງສະແດງສິນຄ້າ ນະວັດຕະກໍາ ການບໍລິການທາງດ້ານການກໍ່ສ້າງຈາກຜູ້ສະໜອງວັດສະດຸແຖວໜ້າທັງພາຍໃນ ແລະຕ່າງປະເທດແລ້ວ, ງານ ALACE EXPO ຍັງຈະນຳທຸກທ່ານມາຮ່ວມແລກປ່ຽນຮຽນຮູ້ ແລະ ສ້າງແຮງບັນດານໃຈໃນການພັດທະນາສະຖາປັດຕະຍະກຳ ແລະ ວິສະວະກຳລາວໃຫ້ກ້າວໄປຂ້າງໜ້າຢ່າງມີທິດທາງ ແລະ ມີຄວາມໝາຍໄປພ້ອມໆກັນ ໃນພື້ນທີ່ Living Forward ແລະ ເວທີ Living Movement ທີ່ຈະເປັນກິດຈະກໍາແລກປ່ຽນຄວາມຄິດເຫັນທາງວິຊາການ ແລະ ການນຳສະເໜີນະວັດກຳໃໝ່ໆ ທີ່ສາມາດຕອບໂຈດໃຫ້ແກ່ສະຖາປະນິກ ແລະ ວິສະວະກອນລາວໃນການສ້າງສັນ ” ທີ່ຢູ່ອາໄສແຫ່ງອະນາຄົດ ” ທີ່ບໍ່ພຽງແຕ່ສວຍງາມ ຫຼື ທັນສະໄໝ ແຕ່ຍັງມີຈິດວິນຍານຂອງຄວາມເປັນລາວ ແລະ ສາມາດຍົກລະດັບຄຸນນະພາບຊີວິດຂອງຜູ້ຄົນໃຫ້ດີຂຶ້ນໄດ້ຢ່າງແທ້ຈິງ.
May be a graphic of 2 people and text May be an image of 14 people and text
ນອກຈາກນີ້ ALACE ຍັງຈະໄດ້ຈັດການແຂ່ງຂັນ ALACE AWARD ເຊີ່ງເປັນປີທຳອິດທີ່ ຈະໄດ້ມີການມອບລາງວັນເພືອເຊີດຊູ ແລະ ຍ້ອງຍໍສະຖາປະນິກ ແລະ ວິສະວະກຳໂຍທາ ທີ່ໄດ້ສ້າງສັນໂຄງການດີເດັ່ນ ໃຫ້ເກີດຂຶ້ນໃນສັງຄົມ. ພາຍໃຕ້ 4 ສາຂາລາງວັນໄດ້ແກ່:
1. ສາຂາ ໂຄງການອອກແບບ ແລະກໍ່ສ້າງດີເດັ່ນ (Best National Architecture)
2. ສາຂາ ວິທະຍານິພົນ ດີເດັ່ນ (Best National Thesis)
3. ສາຂາ ລາງວັນອາຄານດີເດັ່ນ (ມອບໃຫ້ແກ່ເຈົ້າຂອງໂຄງການ ທາງພາກເອກະຊົນ, ລັດ ແລະອົງການສາກົນ)
4. ລາງວັນ Design Excellence ແຂ່ງຂັນອອກແບບພາຍໃຕ້ຫົວຂໍ້ Balance of Time.
ງານ ALACE EXPO ’2025 ພາຍໃຕ້ແນວຄວາມຄິດ “ ວິວັດອາໄສ – LIVING FORWARD” ຈະຈັດຂື້ນລະຫວ່າງວັນທີ 20-26 ຕຸລາ 2025 ທີ່ຫ້ອງວາງສະແດງສູນການຄ້າລາວ-ໄອເທັກ (ຕຶກເກົ່າ), ຈຶ່ງຢາກເຊີນຊວນທຸກໆທ່ານ ຜູ້ທີ່ສົນໃຈກ່ຽວກັບ ວຽກງານດ້ານສະຖາປັດຕະຍະກໍາ ແລະວິສະວະກໍາລາວ ທັງຜຸ້ປະກອບວິຊາຊີບທີ່ກ່ຽວຂ້ອງ, ບັນດານັກວິຊາການ ແລະບຸກຄົນທົ່ວໄປ ສາມາດໄປຮ່ວມສໍາພັດ, ຮຽນຮູ້ ແລະແລກປ່ຽນບົດຮຽນຮ່ວມກັນ ຜ່ານການທ່ຽວຊົມຜົນງານການວາງສະແດງຜະລິດຕະພັນ ແລະ ນະວັດຕະກໍາຂອງຂະແໜງການດັ່ງກ່າວໄດ້ ຕະຫຼອດໄລຍະທີ່ 7 ວັນ.
ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບງານ ຫລື ສົນໃຈຮ່ວມທຸລະກິດ ແລະ ການອຸປະຖໍາງານຂອງສະມາຄົມ ສາມາດຕິດຕໍ່ໄດ້ທີ່ເບີ 020 5944 9989, 020 5153 6145, 020 5234 6086. Facebook : https://www.facebook.com/ALACELAOS/
ຂ່າວ-ພາບ : ວສລ