ການຈັດຕັ້ງປະຕິບັດແຜນການຝຶກຊ້ອມຊ່ວຍເຫລືອມະນຸດ ສະທຳດ້ານການແພດ ຮ່ວມສອງກອງທັບ ລາວ-ຈີນ “ຂະບວນລົດໄຟສັນຕິພາບ 2024” ມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອຍົກລະ ດັບຄວາມຮູ້ຄວາມສາມາດທາງດ້ານການບັນຊາວຽກງານເສ ນາຮັກ ແລະ ວຽກງານພະລາທິການພາກສະໝາມ ແນໃສ່ສ້າງຄວາມຄ່ອງແຄ້ວໃນການກອບກູ້ ຊ່ວຍເຫລືອຜູ້ບາດເຈັບ ຈາກໄພພິບັດທໍາມະຊາດ ຂອງສອງກອງທັບລາວ-ຈີນໃຫ້ສູງຂຶ້ນ, ທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຂອງພະນັກ ງານເຫລົ່າຮົບເສນາຮັກຂອງສອງກອງທັບລາວ-ຈີນ, ເພື່ອເພີ່ມຂີດຄວາມສາມາດໃນການປະຕິບັດໜ້າທີ່ຊ່ວຍເຫລືອຜູ້ທີ່ຖືກຜົນກະທົບ ຈາກໄພພິບັດທາງທໍາມະຊາດໃນກໍລະນີຕ່າງໆ ໃຫ້ວ່ອງໄວທັນເວລາ ແລະ ມີປະສິດທິຜົນສູງ.
ສະຫາຍ ພັນໂທ ສອນແກ້ວ ພົມມະສອນ ຮອງຫົວໜ້າພະ ແນກການຢາກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຜູ້ ຮັບຜິດຊອບບັນຊາກຳລັງຫັດແອບໂຮງໜໍສະໜາມຂັ້ນ 2 ໄດ້ໃຫ້ສໍາພາດວ່າ: ການຝຶກຊ້ອມຮ່ວມລະຫວ່າງສອງກອງທັບລາວ-ຈີນ ພາຍໃຕ້ຫົວຂໍ້ ”ຂະບວນລົດໄຟສັນຕິພາບ 2024“ ເປັນຄັ້ງທີ 2 ທີ່ໄດ້ນຳໃຊ້ຂະບວນລົດໄຟ ເປັນໂຮງໝໍເພື່ອຊ່ວຍເຫລືອຜູ້ຖືກກະທົບຈາກໄພທຳມະຊາດ ເຊິ່ງເຫລົ່າຮົບເສນາຮັກຂອງສອງກອງ ທັບລາວ-ຈີນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງຈິງໃຈ, ເຕັມໄປດ້ວຍໄມຕິຈິດ ມິດຕະພາບອັນສະນິດສະໜົມ, ບັນດາເນື້ອໃນການຝຶກຊ້ອມແຕ່ລະ ບາດກ້າວເປັນບົດຮຽນອັນລໍ້າຄ່າໃຫ້ແກ່ ເຫລົ່າຮົບເສນາຮັກກອງທັບປະຊາຊົນລາວ, ເຮັດໃຫ້ນັກຝຶກ ແອບມີທັກສະອັນໃໝ່ເຂົ້າໃນການຊ່ວຍເຫລືອ ຜູ້ຖືກຜົນກະທົບຈາກໄພທຳມະຊາດ, ຮູ້ວິທີຈັດຕັ້ງໂຮງໝໍສະໜາມໃຫ້ເປັນລະບົບຄົບຊຸດ, ການຈັດວາງອຸປະກອນການແພດໃຫ້ເໝາະສົມກັບສະພາບຄວາມເປັນຈິງຂອງສະໜາມ, ຮູ້ໄດ້ວິທີການຊອກຄົ້ນ, ຄັດແຍກ ແລະ ແບ່ງປະເພດຄົນເຈັບ ແລະ ປະຖົມ ພະຍາບານຂັ້ນຕົ້ນໃຫ້ຄົນເຈັບໃນກໍລະນີ ທີ່ມີຜູ້ບາດເຈັບຈຳນວນຫລວງ ຫລາຍ, ສາມາດຮູ້ໄດ້ວິທີການປິ່ນ ປົວແກ້ໄຂຜູ້ບາດເຈັບ ແລະ ເຈັບປ່ວຍໃນກໍລະນີຕ່າງໆ ຢູ່ສູນການປິ່ນປົວ ຫລື ໂຮງໝໍພາກສະໜາມ, ຮູ້ໄດ້ວິທີການແຍກຄົນເຈັບທີ່ເປັນພະຍາດຕິດແປດ, ວິທີການການເກັບຂໍ້ມູນຂອງພະຍາດທີ່ມັກລະບາດຢູ່ພາກສະໜາມ, ວິທີຈັດການກັບພະຍາດຕິດແປດ ແລະ ປ້ອງກັນພະຍາດລະບາດຢູ່ພາກສະໜາມ.
ສະຫາຍ ພັນໂທ ສອນແກ້ວ ພົມມະສອນ ຍັງໃຫ້ຮູ້ອີກວ່າ: ໃນຕະຫລອດໄລຍະການຝືກຊ້ອມເຫັນໄດ້ວ່າ ບັນດານັກຫັດແອບຝືກຊ້ອມແມ່ນມີຄວາມຕັ້ງໃຈ, ມີຄວາມຫ້າວຫັນ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ເດັດດ່ຽວປະຕິບັດຄໍາສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ, ເຮັດໃຫ້ການຝຶກຊ້ອມແຕ່ລະບາດກ້າວ ດຳເນີນໄປຕາມແຜນການຂອງຂັ້ນເທິງວາງໄວ້.
ຂ່າວ: ບິກໄຊ ສົມພູ






