ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງກອງທັບ ລາວ-ຣັດເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

Dec 18, 2024

ໃນວັນທີ 17 ທັນວາ 2024 ນີ້, ຢູ່ກົມພົວພັນຕ່າງປະເທດ ໄດ້ມີການພົບປະເຮັດວຽກ ລະຫວ່າງ ຄະນະຜູ້ແທນ ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ, ຝ່າຍລາວນຳໂດຍສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກ ນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ແລະ ຝ່າຍຣັດເຊຍນຳໂດຍ ສະຫາຍ ພັນ ເອກ ອາເລັກເຊ ໂປຣໂຄຣົບ ວິຊາການເອກ ຂອງກົມໃຫຍ່ຮ່ວມມືດ້ານການທະຫານສາກົນກະຊວງປ້ອງກັນປະເທດຣັດເຊຍ ເນື່ອງໃນໂອກາດທີ່ຄະນະຜູ້ແທນຣັດເຊຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆ ຂຶ້ນ, ພ້ອມດຽວ ກັນນີ້, ສອງຝ່າຍຍັງໄດ້ຕີລາຄາຄືນເຖິງຜົນສຳເລັດ ຂອງການຮ່ວມມືທາງດ້ານທະ ຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສ ຣັດ ເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແກ່ ສປປ ລາວ ກໍຄືກອງທັບປະຊາຊົນລາວ ໃນຫຼາຍດ້ານ ໃນຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສ້າງພະນັກງານ-ນັກຮົບ ຂະແໜງການຕ່າງໆ ຢູ່ບັນດາໂຮງຮຽນ ຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ, ການຊ່ວຍເຫຼືອພາຫະນະເຕັກນິກ ທາງດ້ານການທະຫານ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ເປັນກ້າວໆ.
ໂດຍ: ນາງ ວິໄລພອນ