ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງກະຊວງປ້ອງກັນປະເທດ ລາວ ແລະ ຣັດເຊຍ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

Nov 22, 2024

ວັນທີ 20 ພະຈິກ 2024 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ພົນໂທ ອາເລັກຊັນເດີ ໂຟມິນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດທີີ່ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນ-ບວກ ຄັ້ງທີ 11.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ນັບມື້ຈະເລີນງອກງາມ ແລະ ເລິກເຊິ່ງ ລະຫວ່າງ ສອງກອງທັບລາວ-ຣັດເຊຍ, ຣັດ ເຊຍ-ລາວ. ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ຕີລາຄາຄືນເຖິງຜົນສຳເລັດຂອງການຮ່ວມມືທາງດ້ານການທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕາງໜ້າໃຫ້ແກ່ກອງທັບ ແລະ ລັດຖະບານ ກ່າວສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ກໍຄືກອງທັບປະຊາຊົນລາວ ໃນຫຼາຍດ້ານຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການສ້າງພະນັກງານວິຊາການ-ວິຊາສະເພາະຂະແໜງການຕ່າງໆ ຢູ່ບັນດາໂຮງຮຽນຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ, ການຮ່ວມມືວຽກງານກວດກູ້ລະເບີດເພື່ອມະນຸດສະທຳ ຢູ່ ສປປ ລາວ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝເປັນກ້າວໆ.