ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງກະຊວງຮ່ວມກັນປຶກສາຫາລືກ່ຽວກັບໂຄງປະກອບລາຄາສິນຄ້າ

Jul 30, 2024

ວັນທີ​ 29​ ກໍລະກົດ​ 2024​, ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ​ປຶກສາຫາລື​ ແລະ​ ເຮັດວຽກຮ່ວມກັນຂອງ 2 ກະຊວງ ຄື: ກະຊວງອຸດສາຫະກໍາ ແລະ ການຄ້າ​ ແລະ ກະຊວງກະສິກໍາ ແລະ ປ່າໄມ້​ ໂດຍການເປັນປະທານຮ່ວມ​ ຂອງ ທ່ານ​ ລິນຄໍາ​ ດວງສະຫວັນ​ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້​ ແລະ​ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.
​ຈຸດປະສົງຂອງການປຶກສາຫາລືຄັ້ງນີ້ ແມ່ນປຶກສາຫາລືກ່ຽວກັບບັນຫາໂຄງປະກອບລາຄາສິນຄ້າ ໂດຍສະເພາະ ຫມູ​ ແລະ​ ເຂົ້າ​ ແລະ​ ການກຳນົດມາດຕະການຈໍາກັດສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ເພື່ອໃສ່ແກ້ໄຂບັນຫາເສດຖະກິດຂອງປະເທດໃຫ້ນັບມື້ດີຂຶ້ນ.
ຂໍ້ມູນ: ຂ່າວສານກະຊວງກະສິກຳ ແລະ ປ່າໄມ້