ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງຊາຍໜຸ່ມກໍ່ເຫດຄາຕະກຳຊີງຊັບ ແລ້ວຖິ້ມຜູ້ເຄາະຮ້າຍລົງໜອງ

Mar 18, 2025

ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 25 ຕຸລາ 2024 ຜ່ານມາ ເກີດເຫດຄາຕະກໍາ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ. ຜູ້ເສຍຊີວິດ ຊື່ ທ້າວ ດາວວອນ ອາຍຸ 42 ປີ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ.
ຜ່ານການສອບສວນ ພົບວ່າ: ທ້າວ ດາວວອນ ໄດ້ພົວພັນກັບກຸ່ມໄວລຸ້ນທີ່ດື່ມນໍ້າກະທ່ອມຫລາຍກຸ່ມ ເຈົ້າໜ້າທີ່ຈຶ່ງໄດ້ຄັດຈ້ອນເປົ້າໝາຍຫາຜູ້ກໍ່ເຫດ ຈຶ່ງສາມາດກໍານົດໄດ້ເປົ້າໝາຍຄື: 1. ທ້າວອານຸຊາ ອາຍຸ 21 ປີ ພັກເຊົາຢູ່ ບ້ານໂນນແກ້ວ ເມືອງສີໂຄດຕະບອງ, ຜູ້ທີ 2 ທ້າວ ຊຸບເປີ ອາຍຸ 20 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ. ພາຍຫລັງທີ່ກໍານົດເປົ້າໝາຍແລ້ວ ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ນຳຈັບຕົວພວກກ່ຽວໄດ້ໃນວັນທີ 22 ທັນວາ 2024 ຈຶ່ງໄດ້ສອບສວນພວກກ່ຽວໃນຂໍ້ຫາຄາຕະກໍາ ແລະ ດໍາເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.
ທ້າວອານຸຊາ ໄດ້ຮັບສາລະພາບວ່າ: ມື້ເກີດເຫດ ທ້າວດາວອນ ຜູ້ເສຍຊີວິດ ໄດ້ໂທຫາ ໃຫ້ມາດື່ມນໍ້າກະທ່ອມນໍາກັນ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ. ຫລັງຈາກນັ້ນ ທ້າວ ດາວວອນ ໄດ້ຍ່າງໄປເຮືອນຄົວ ເພື່ອຊອກແນວແຕ່ງກິນ ທັງສອງຖືໂອກາດ ທ້າວ ດາວວອນ ບໍ່ຢູ່ລັກເບິ່ງເງິນໃນບັນຊີຢູ່ໂທລະສັບຂອງ ທ້າວ ດາວວອນ ຈຶ່ງລັກໂອນເອົາເງິນຈໍານວນ 120,000 ບາດ ຍ້ອນຜ່ານມາເຄີຍຮູ້ເລກລະຫັດບັນຊີຂອງກັນ.
ພາຍຫລັງໂອນເງິນແລ້ວ ທັງສອງໄດ້ເອົາໂຖນໍ້າກ້ອນຕີຫົວທ້າວດາວວອນ ແຕ່ທ້າວ ດາວວອນ ລຸກແລ່ນໜີໄດ້ ທັງສອງຈຶ່ງໄດ້ດຶງຈົນທ້າວ ດາວວອນ ລົ້ມລົງພື້ນ ພ້ອມມືໄປຈັບເອົາມີດ ແຕ່ທ້າວ ອານຸຊາ ຍາດໄວ້ທັນ ແລະ ໄດ້ແທງຄໍທ້າວ ດາວວອນ 1 ບາດ ແທງທ້ອງ ຫລາຍບາດ ເຮັດໃຫ້ທ້າວດາວວອນ ເສຍຊີວິດ.
ຈາກນັ້ນ, ທັງສອງໄດ້ເອົາສົບທ້າວດາວອນລົງໃສ່ຖັງ ແລະ ໄດ້ອະນາໄມບ່ອນເກີດເຫດ ພາຍຫລັງມ້ຽນແລ້ວໄດ້ເອົາສົບທ້າວດາວວອນ ໄປຖິ້ມລົງໜອງທີ່ຢູ່ຫຼັງເຮືອນ ເພື່ອທໍາລາຍຫຼັກຖານ ແລະ ໄດ້ພາກັນມາປ່ຽນເຄື່ອງຫລົບໜີ.