ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງນະຄອນຫລວງຂອງລາວ-ຣັດເຊຍ ສືບຕໍ່ເພີ່ມທະວີການພົວພັນຮ່ວມມື

Nov 2, 2024

ສອງນະຄອນຫລວງຂອງລາວ-ຣັດເຊຍ ສືບຕໍ່ເພີ່ມທະວີການພົວພັນຮ່ວມມື
ການພົບປະສອງຝ່າຍລະຫວ່າງ ພະແນກການຕ່າງປະເທດນະຄອນຫຼວງວຽງຈັນ (ນວ) ນຳໂດຍ ທ່ານ ວົງໄຊ ພົມມີໄຊ, ຫົວໜ້າພະແນກການຕ່າງປະເທດ ນວ ແລະ ຄະນະຜູ້ແທນນະຄອນຫຼວງມົດສະກູ, ສ. ຣັດເຊຍ ນຳໂດຍ ທ່ານ ມາມຸຍໂລບ ເວຍເຊສລາບ ຮອງຫົວໜ້າພະແນກພົວພັນສາກົນ ແລະ ເສດຖະກິດພາຍນອກນະຄອນຫຼວງມົດສະກູ ຈັດຂຶ້ນວັນທີ 31 ຕຸລາ 2024 ຢູ່ສໍານັກງານປົກຄອງ ນວ ໃນໂອກາດທີ່ຄະນະຜູ້ແທນນະຄອນຫຼວງມົດສະກູເດີນທາງມາຢ້ຽມຢາມ ແລະ ຈັດງານສັບປະດາມົດ ສະກູຢູ່ ນວ ໃນວັນທີ 28 ຕຸລາ-1 ພະຈິກ 2024.
ສອງຝ່າຍໄດ້ທົບທວນຄືນເນື້ອໃນອະນຸມັນຍາວ່າດ້ວຍການຮ່ວມມືທີ່ ນວ ແລະ ນະ ຄອນຫຼວງມົດສະກູໄດ້ລົງນາມກັນວັນທີ 21 ພຶດສະພາ 2001 ແລກປ່ຽນບາງບົດຮຽນທີ່ສອງຝ່າຍໃຫ້ຄວາມສົນໃຈເຊິ່ງກັນ ແລະ ກັນ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການລົງທຶນຢູ່ນະຄອນຫຼວງຂອງຕົນ ແລະ ແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງສອງນະຄອນຫຼວງໃນໄລຍະຜ່ານມາ.
ການຮ່ວມມືລະຫວ່າງ ນວ ແລະ ນະຄອນຫຼວງມົດສະກູໃນຜ່ານມາຄື: ນະຄອນ ຫຼວງມົດສະກູ ໄດ້ສົ່ງປຶ້ມຮຽນພາສາຣັດເຊຍ ໂດຍບໍ່ເສຍຄ່າສໍາລັບຮຽນພາສາຣັດເຊຍໃຫ້ບັນດາໂຮງຮຽນ ແລະ ສະຖາບັນຊັ້ນສູງ ຂອງ ນວ ວັນທີ 25 ມີນາ 2024 ໄດ້ສົ່ງໂທ ລະເລກສະແດງຄວາມເສົ້າສະຫຼົດໃຈໃນນາມທ່ານເຈົ້າຄອງ ນວ ເຖິງທ່ານເຈົ້າຄອງນະ ຄອນຫຼວງມົດສະກູຕໍ່ເຫດການຍິງໂຈມຕີໂຮງສະແດງຄອນເສີດທີ່ເມືອງກຣາສະ ໂນໂກສກ໌ ເຂດນອກເມືອງມົດສະກູ ໄດ້ສົ່ງໜັງສືເຊີນສະບັບລົງວັນທີ 16 ກໍລະກົດ 2024 ໃນນາມທ່ານເຈົ້າຄອງ ນວ ໄປຍັງທ່ານເຈົ້າຄອງນະຄອນຫຼວງມົດສະກູ ເພື່ອເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ນວ ເພື່ອທົບທວນຄືນຜົນການພົວພັນຮ່ວມມືໃນຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າຕາມວັນເວລາທີ່ຝ່າຍມົດສະກູສະດວກ.
ສຳລັບແຜນການຮ່ວມມືໃນຕໍ່ໜ້າຝ່າຍ ນວ ໄດ້ສະເໜີໃຫ້ຝ່າຍນະຄອນຫຼວງມົດສະ ກູສືບຕໍ່ຊ່ວຍເຫຼືອທຶນການສຶກສາໃຫ້ ນວ 5 ທຶນຕໍ່ປີ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການລົງທຶນຂອງຣັດເຊຍມາສູ່ ນວ ກໍຄືລາວ ແລະ ສະເໜີໃຫ້ສືບຕໍ່ຈັດງານສັບປະດາ ນວ ຢູ່ມົດສະກູ ແລະ ມົດສະກູຢູ່ ນວ.
ບົນພື້ນຖານສາຍພົວພັນມິດຕະພາບຂອງສອງຊາດລາວ-ຣັດເຊຍເວົ້າລວມ, ເວົ້າສະເພາະ ນວ ແລະ ນະຄອນຫຼວງມົດສະກູ ທີ່ໄດ້ມີການພົວພັນ ແລະ ຮ່ວມມືກັນມາແຕ່ດົນນານ ມີຄວາມຄວາມມຸ້ງມາດປາຖະໜາຢ່າງຍິ່ງວ່າສອງນະຄອນຫຼວງຈະໄດ້ພ້ອມກັນເພີ່ມທະວີສາຍພົວພັນອັນສະໜິດແໜ້ນຢ່າງເລິກເຊີ່ງຂື້ນກວ່າເກົ່າ ເພື່ອຍົກບົດບາດສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງຊາດລາວ-ຣັດເຊຍ ເວົ້າລວມ ເວົ້າສະເພາະກໍ່ຄືລະຫວ່າງ ນວ ແລະ ນະຄອນຫຼວງມົດສະກູໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນາ.
ທີ່ມາ: ສົມ​ສ​ະ​ຫວັ​ນ, ວຽງຈັນໃໝ່