ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງນາຍົກລັດຖະມົນຕີ ລາວ-ອົດສະຕຣາລີ ໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

Feb 27, 2026

ໃນຕອນບ່າຍຂອງວັນທີ 25 ກຸມພາ 2026, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ໄດ້ໂອ້ລົມທາງໂທລະສັບກັບ ທ່ານ ແອນໂທນີ ແອວ ບານີຊີ, ນາຍົກລັດຖະມົນຕີອົດສະຕຣາລີ ໂດຍການເຂົ້າຮ່ວມຂອງເຈົ້າໜ້າທີ່ອາວຸໂສຂອງທັງສອງຝ່າຍ.
ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງສອງປະເທດລາວ ແລະ ອົດສະຕຣາລີ ໃນຕະຫຼອດໄລຍະ 74 ປີຜ່ານມາ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຊຶ່ງໄດ້ມີການຍົກລະດັບເປັນຄູ່ຮ່ວມມືຮອບດ້ານ ໃນປີ 2024 ຜ່ານ ມາ, ກວມເອົາຫຼາຍຂົງເຂດ ເປັນຕົ້ນດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາຊັບ ພະຍາກອນມະນຸດ.
May be an image of one or more people May be an image of one or more people and eyeglasses
ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂະແໜງການອື່ນໆທີ່ສອງຝ່າຍມີ ທ່າແຮງຕື່ມອີກ. ພ້ອມນີ້ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສອງປະເທດ ໃນປີ 2027 ທີ່ຈະມາເຖິງນີ້ ຢ່າງມີຄວາມໝາຍເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ, ສອງຝ່າຍເຫັນດີໃຫ້ສືບຕໍ່ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນ ສູງ ແລະ ໃນຂັ້ນຕ່າງໆ ລວມທັງການຈັດຕັ້ງບັນດາກິດຈະກໍາ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມໃກ້ຊິດ ແລະ ການພົວພັນຮ່ວມມືອັນດີງາມ ລະຫວ່າງ ລາວ-ອົດສະຕຣາລີ ໃນຕະຫຼອດ 7 ທົດສະວັດຜ່ານມາ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ກໍລະນີການເສຍຊີວິດຂອງນັກ ທ່ອງທ່ຽວ ອົດສະຕຣາລີ 2 ຄົນ ໃນທ້າຍປີ 2024 ຜ່ານມາ ຊຶ່ງຝ່າຍອົດສະຕຣາລີ ໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບຝ່າຍອົດສະຕຣາລີ ໃນການແກ້ ໄຂຄະດີດັ່ງກ່າວເປັນຢ່າງດີ.
ຝ່າຍລາວໄດ້ສະແດງຄວາມເສຍໃຈຕໍ່ ລັດຖະບານ ແລະ ປະຊາຊົນອົດສະ ຕຣາລີ ກໍຄືຄອບຄົວຂອງ ຜູ້ເສຍຊີວິດ ແລະ ຢືນຢັນວ່າ ລັດຖະບານລາວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການດໍາເນີນຂະບວນການ ສືບສວນ-ສອບສວນຄະດີດັ່ງກ່າວ ໂດຍເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ ຢ່າງມີຄວາມຮັບຜິດຊອບສູງ ເພື່ອນໍາເອົາຜູ້ກະທໍາຜິດມາລົງໂທດ ອີງຕາມຂະບວນການຍຸຕິທໍາຂອງລາວ ພ້ອມທັງສະແດງຄວາມ ພ້ອມໃນການສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຝ່າຍອົດສະຕຣາລີ ເພື່ອເຮັດໃຫ້ບັນຫາດັ່ງກ່າວ ໄດ້ຮັບ ການແກ້ໄຂໂດຍໄວ, ມີຄວາມໂປ່ງໃສ ແລະ ເປັນທໍາ.