ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງບໍລິສັດ ມອບເງິນພັດທະນາແຂວງອັດຕະປື 1​ ຕື້ກີບ

Nov 20, 2024

ກຸ່ມບໍລິສັດ ໄຊຊະນະ ຈຳກັດຜູ້ດຽວ ແລະ ບໍລິສັດ HQ Mine Export–Import Co, LTD ໄດ້ມອບເງີນໃຫ້ແຂວງ​ ອັດຕະປື ຈຳນວນ 1 ຕື້ກີບ ເພື່ອສະໜັບສະໜູນວຽກງານພັດ ທະນາເສດຖະກິດ-ສັງຄົມ​ຂຂອງແຂວງ.
ພິທີມອບ-ຮັບ​ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 19​ ພະຈິກ​ 2024​ ນີ້ທີ່ຫ້ອງວ່າການປົກຄອງແຂວງ,​ ຕາງ ໜ້າອົງການປົກຄອງແຂວງຮັບໂດຍທ່ານ ລິດຄໍາ ໂຮມອິນຕາ ຫົວ ໜ້າຫ້ອງວ່າການປົກຄອງແຂວງ,​ ໂດຍຊ້ອງໜ້າທ່ານ ພົນໂທ​ ວັນທອງ​ ກອງ​ມະນີ​ ເຈົ້າແຂວງອັດຕະປື​ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.​
ການຊ່ວຍເຫຼືອຂອງກຸ່ມບໍລິສັດ ໄຊຊະນະ ຈຳກັດຜູ້ດຽວ ແລະ ບໍລິສັດ HQ Mine Export – Import Co, LTD​ ໃນຄັ້ງນີ້​ ຖືວ່າເປັນຊ່ວຍອັນສໍາຄັນເຂົ້າໃນການຍູ້ແຮງໃຫ້ແກ່ການພັດ ທະນາແຂວງອັດຕະປື ໃຫ້ມີການ​ພັດທະນາ​ ຂື້ນໄປເລື້ອຍໆ.​
ຂ່າວ-ພາບ: ວິໄລສັກ