ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງບໍລິສັດ ລາວ-ຣັດເຊຍ ລົງນາມ ຮ່ວມມືດ້ານການທ່ອງທ່ຽວ

Nov 5, 2024

ບໍລິສັດທ່ອງທ່ຽວ ພັດທະນາ ຈຳປາໃໝ່ ຈາກ ສປປ ລາວ ແລະ ສະມາຄົມບໍລິສັດທ່ອງທ່ຽວ ແຫ່ງ ສາທາລະນະລັດ ຕາຕາສຖານ ສະຫະພັນ ຣັດເຊຍ ໄດ້ເຊັນສັນຍາຮ່ວມມື ດ້ານການທ່ອງ ທ່ຽວ ແລະ ຮັບ-ສົ່ງ ນັກທ່ອງທ່ຽງ ໃນວັນທີ 4 ພະຈິກ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມຂອງ ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ທ່ອງທ່ຽວ ພັດທະນາ ຈໍາປາໃໝ່ ແລະ ທ່ານ ລາມີ ມິດຕາກົບ (Ramil Miftakhov) ປະທານສະມາຄົມບໍລິສັດທ່ອງທ່ຽວ, ສາທາລະນະລັດ ຕາຕາສຖານ, ສະຫະພັນຣັດເຊຍ.
ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ຮູ້ວ່າ: ການເຊັນສັນ ຍາຮ່ວມມື ໃນຄັ້ງນີ້, ຈະເຮັດໃຫ້ບໍລິສັດທ່ອງທ່ຽວ ພັດທະນາ ຈຳປາໃໝ່ ແລະ ສະມາຄົມ ບໍລິສັດທ່ອງທ່ຽວ ຂອງ ສາທາລະນະ ລັດ ຕາຕາສຖານ ມີການແລກປ່ຽນນັກທ່ອງທ່ຽວຮ່ວມກັນ ໃນອະນາຄົດອັນໃກ້ໆນີ້ ເຊິ່ງນັກທ່ອງທ່ຽວຣັດເຊຍ ເປັນນັກທ່ອງ ທ່ຽວທີ່ມີຄຸນນະພາບ ແລະ ໃຊ້ຈ່າຍສູງ, ໃນແຕ່ລະປີ ຊາວຣັດເຊຍ ໄດ້ເດີນທາງ ໄປທ່ອງທ່ຽວຕ່າງປະເທດ ເປັນຈໍານວນຫລາຍ. ໃນນີ້ ເດີນທາງມາທ່ຽວ ບັນດາປະເທດ ອາຊຽນ ນັບມື້ນັບເພີ່ມຂຶ້ນ.
ສໍາລັບ ສປປ ລາວ ໃນປີ 2022 ມີນັກທ່ອງທ່ຽວຣັດເຊຍ ມາທ່ອງທ່ຽວ ສປປ ລາວ ຈໍານວນ 4.410 ເທື່ອຄົນ ແລະ ໃນປີ 2023 ມີຈໍານວນ 44.345 ເທື່ອຄົນ ສະແດງໃຫ້ເຫັນວ່າ ສະຫະພັນຣັດເຊຍ ໄດ້ມີນະໂຍບາຍ ເພື່ອຊຸກຍູ້ ສົ່ງເສີມ ດ້ານການທ່ອງທ່ຽວ ຮ່ວມກັບ ສປປ ລາວ ຢ່າງຕໍ່ເນື່ອງ.
ທ່ານ ນາງ ສອນທິດາ ອຸນາພົມ ໃຫ້ຮູ້ອີກວ່າ: ການເດີນທາງ ມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຄະນະກໍາມະທິການ ດ້ານການທ່ອງທ່ຽວ ສາທາລະນະລັດ ຕາຕາສຖານ ສະຫະພັນຣັດເຊຍ ໃນຄັ້ງນີ້ ເປັນຂໍ້ລິເລີ່ມ ໃນການ ຮ່ວມມືທີ່ດີ ເພື່ອສ້າງໂອກາດ ໃຫ້ຫົວໜ່ວຍທຸລະກິດ ບໍລິການ ການທ່ອງທ່ຽວ ລະຫວ່າງ ລາວ-ຣັດເຊຍ-ຣັດເຊຍ-ລາວ ຮ່ວມ ກັນຊອກຮູ້ ແລະ ຂຸດຄົ້ນທ່າແຮງ ດ້ານການທ່ອງທ່ຽວເຊິ່ງກັນ ແລະ ກັນ ໃນການແລກປ່ຽນ ຮັບ-ສົ່ງນັກທ່ອງທ່ຽວ, ພ້ອມທັງ ເປັນການປະກອບສ່ວນ ສໍາຄັນເຂົ້າໃນການຮ່ວມມືດ້ານການ ທ່ອງທ່ຽວຂອງສອງຝ່າຍ.
ຂ່າວ: ທະນູທອງ
ພາບ: ຂັນໄຊ