ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງພາກສ່ວນ ປະກອບສ່ວນຊ່ວຍຕ້ານ ແລະ ແກ້ໄຂນໍ້າຖ້ວມຢູ່ແຂວງຈໍາປາສັກ

Sep 18, 2024

ວັນທີ 16 ກັນຍາ 2024 ຜ່ານມາ, ບໍລິສັດ ຊຸນດາ ການຄ້າ, ຂົນສົ່ງ, ຂາອອກ-ຂາເຂົ້າ ແລະ ຫ້ອງການພາສີປະຈໍາແຂວງ-ດ່ານພາສີວັງເຕົ່າ ໄດ້ມອບເງິນໃຫ້ແກ່ແຂວງຈໍາປາສັກ ເພື່ອປະກອບສ່ວນໃນການປະຕິບັດການຕ້ານ ແລະ ເພື່ອແກ້ໄຂ ບັນເທົາທຸກແກ່ຜູ້ປະສົບໄພ ຈາກໄພພິບັດນໍ້າຖ້ວມ ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໃນນີ້, ບໍລິສັດ ຊຸນດາ ການຄ້າ, ຂົນສົ່ງ, ຂາອອກ-ຂາເຂົ້າ ຈໍາກັດ ໄດ້ມອບເງິນ 200 ລ້ານກີບ, ມອບໂດຍ ທ່ານ ອາຕົງ ປະທານ ບໍລິສັດ ຊຸນດາ ການຄ້າ, ຕາງໜ້າຄະນະພັກ-ອົງການປົກຄອງແຂວງ ຮັບໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ສ່ວນຫ້ອງການພາສີແຂວງ-ດ່ານພາສີວັງເຕົ່າ ປະກອບສ່ວນຊ່ວຍເຫລືອ ເປັນເຄື່ອງບໍລິໂພກ ລວມມູນຄ່າ 12 ລ້ານກວ່າກີບ, ມອບໂດຍ ທ່ານ ພູຊ່ອງ ສົມຄິດ ຫົວໜ້າດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວົງເຕົ່າ ແລະ ຮັບໂດຍ ທ່ານ ອຸດົມສັກ ດີວິໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຮອງຫົວໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຂ່າວ-ພາບ: ພູທິບສະຫັວນ
May be an image of 11 people and text