ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງສະຖາບັນການສຶກສາຢູ່ສະຫວັນນະເຂດ ໄດ້ຮັບທຶນການສຶກສາຈາກ ເບຍລາວ ລວມ 23 ທຶນ

Feb 3, 2025

ໂຄງການເບຍລາວ ສານຝັນໃຫ້ນ້ອງຂອງ ບໍລິສັດ ເບຍລາວ ຈຳກັດ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ມະຫາວິທະຍາໄລສະຫວັນນະເຂດ (ມຂ) ແລະ ນັກສຶກສາວິທະຍາໄລຄູສະຫວັນ ນະເຂດ ປະຈຳສົກຮຽນ 2024 – 2025.
ພິທີມອບ-ຮັບທຶນໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ທີ່ວິທະຍາໄລຄູສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ, ທ່ານ ປອ ນາງ ເພັດສະໝອນ ຂັດຕິຍະວົງ ຄະນະບໍດີຄະນະພາສາ ແລະ ມະນຸດສາດ ມະຫາວິທະຍາໄລສະຫວັນນະເຂດ, ທ່ານ ພົມມາ ໄຊຍະວົງ ຮອງອຳນວຍການວິທະຍາໄລຄູສະຫວັນນະເຂດ, ພ້ອມ ດ້ວຍຄູ-ອາຈານ ແລະ ນັກສຶກສາ ທັງສອງສະຖາບັນເຂົ້າຮ່ວມ.
ທ່ານ ສິດທິໄຊ ເກດຕະວົງ ໃຫ້ຮູ້ວ່າ: ເບຍລາວເປັນບໍລິສັດຜະລິດເຄື່ອງດື່ມລາຍໃຫຍ່ຂອງປະເທດ ແລະ ເປັນບໍລິສັດທີ່ຖອກພັນທະໃຫ້ລັດຖະບານ ອັນດັນຕົ້ນໆຂອງປະເທດ. ຜ່ານການມອບທຶນ 14 ປີ ຄະນະຮັບຜິດຊອບໄດ້ມີການປະເມີນຄືນເຖິງໝາກຜົນທີ່ໄດ້ຮັບຈາກການມອບທຶນທີ່ເບຍລາວໄດ້ໃຫ້ການສະໜັບສະໜູນ ໄດ້ເກີດດອກອອກຜົນໜ້ອຍຫຼາຍປານໃດ ແລ້ວຈຶ່ງມີການປັບຮູບແບບຂອງການມອບທຶນໃຫ້ມີຄວາມກະທັດຫັດ, ມີປະສິດທິພາບດີຂຶ້ນ ແລະ ມີຄວາມຍືນຍົງ.
ສຳລັບທຶນທີ່ມອບໃຫ້ແກ່ນັກສຶກສາສົກປີ 2024-2025 ໃນຄັ້ງນີ້ລວມມູນຄ່າທັງໝົດ 151,800,000 ກີບ. ໃນນີ້ມອບໃຫ້ນັກສຶກສາມະຫາວິທະຍາໄລສະຫວັນນະເຂດ ຈຳນວນ 13 ທຶນ ລວມມູນຄ່າ 85,800,000 ກີບ ແລະ ມອບໃຫ້ວິທະຍາໄລຄູສະຫວັນນະເຂດ ຈຳນວນ 10 ທຶນ ລວມມູນຄ່າ 66,000,000 ກີບ.
ໂຄງການ ເບຍລາວ ສານຝັນໃຫ້ນ້ອງ ໄດ້ດຳເນີນມາແຕ່ປີ 2010 ຈົນມາຮອດປະຈຸບັນເປັນປີທີ 14 ມີນັກສຶກສາທີ່ໄດ້ຮັບທຶນທັງໝົດ 3,574 ທຶນ ເປັນມູນຄ່າລວມຫຼາຍກວ່າ 11.2​ ຕື້ກີບ. ບໍລິສັດ ເບຍລາວ ຈຳກັດ ມີຄວາມມຸ່ງໝັ້ນ ທີ່ຈະເປັນສ່ວນໜຶ່ງໃນການສົ່ງເສີມຄວາມຍືນຍົງ ໃນການພັດທະນາການສຶກສາໃຫ້ນັກສຶກສາລາວຕໍ່ໄປໃນອະນາຄົດ.