ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງສະ​ພາ​ແຫ່ງ​ຊາດ ​ລາວ-ຫວຽດ​ນາມ ເພີ່ມ​ທະ​ວີ​ຮັດ​ແໜ້ນ​ການ​ຮ່ວມ​ມື​

Oct 18, 2024

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມ​ວິ​ຫານ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານສະພາແຫ່ງຊາດ ແຫ່ງ ສ​ປ​ປ ລາວ, ສະຫາຍ ເຈິນ ແທັງ ເໝີ້ນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນ ທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-18 ຕຸລາ​ 2024 ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫລື AIPA-45 ທີ່ ສ​ປ​ປ ລາວ​ເປັນ​ເຈົ້າ​ພາບ.
ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ຕຸ​ລາ ທີ່ ສະ​ພາ​ແຫ່ງ​ຊາດ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ພ້ອມ​ຄະ​ນະ, ຫລັງ​ຈາກ​ນັ້ນ ໄດ້​ມີ​ພິ​ທີ​ພົບ​ປະ​ສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.
ໃນ​ໂອ​ກາດ​ນີ້, ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງ​ທີ 45 ຫລື AIPA-45 ຊຶ່ງເປັນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງທໍາອິດໃນນາມປະທານສະພາແຫ່ງຊາດ ຂອງສະຫາຍ, ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າແກ່ສະພາແຫ່ງຊາດລາວ ໃນການເປັນປະທານ ໄອປາ ກໍຄື ເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ຍັງ​ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງຮອບດ້ານ ທີ່ປະ ຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໃນພາລະກິດພັດທະນາປະເທດຊາດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ (2021-2025). ພິເສດແມ່ນຜົນສໍາເລັດ ຂອງກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໃນກາງເດືອນສິງຫາຜ່ານມາ ທີ່ໄດ້ຕົກລົງຮັບຮອງເອົາຫລາຍບັນຫາສໍາຄັນຂອງຊາດ, ພິເສດ ແມ່ນການປັບປຸງບຸກລະຄາກອນທີ່ສໍາຄັນ ແລະ ວຽກງານອື່ນໆ.
ສະ​ຫາຍ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ໄດ້​ສະ​ແດງ​ຄວາມພາກພູມໃຈທີ່ເຫັນວ່າ ເຖິງວ່າສະພາບການໃນໂລກ, ພາກພື້ນ ມີຄວາມສັບສົນ, ສະຫລັບສັບຊ້ອນ ແລະ ຄາດເດົາໄດ້ຍາກ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ຍັງສືບຕໍ່ໄດ້ຮັບການພັດທະນາ, ກ້າວເຂົ້າສູ່ລວງເລິກ ແລະ ເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນການນໍາຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.
ສອງຝ່າຍ ໄດ້ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມໂດຍຮຸ່ນການນໍາທຳອິດ ຂອງສອງປະເທດ ແລະ ປັດຈຸບັນ ໄດ້ກາຍເປັນມໍລະດົກລວມທີ່ລໍ້າຄ່າ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງແຕ່ລະປະເທດ ແລະ ເປັນໜຶ່ງໃນບັນດາປັດໄຈແຫ່ງໄຊຊະນະການປະຕິວັດ ຂອງແຕ່ລະປະເທດ; ການຮ່ວມມືດ້ານການຄ້າ, ການ ລົງທຶນ, ສອງຝ່າຍ ສືບຕໍ່ຂະຫຍາຍຕົວ ໂດຍສະເພາະມູນຄ່າການຄ້າສອງສົ້ນ ໃນ 7 ເດືອນຕົ້ນປີ 2024 ບັນລຸ 1,1 ຕື້ໂດລາ ສະຫະລັດ ເພີ່ມຂຶ້ນ 17% ທຽບໃສ່ໄລຍະດຽວກັນ ຂອງປີ 2023, ຫວຽດນາມ ຈັດຢູ່ໃນອັນດັບແຖວໜ້າ ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ ລວມມີ 241 ໂຄງການ, ມູນຄ່າທຶນຈົດທະບຽນທັງໝົດ 5,47 ຕື້ໂດລາສະຫະລັດ, ຫວຽດນາມ ໄດ້ໃຫ້ການຊ່ວຍເຫລືອລ້າ ໃນປີ 2024 ມີມູນຄ່າ 719,237 ຕື້ດົງ.
ສຳ​ລັບ ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເສີມຂະຫຍາຍທາງກວ້າງ ແລະ ທາງເລິກສະເໝີມາ, ສອງຝ່າຍ ໄດ້ມີການພົວພັນຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະກັນ ເປັນຢ່າງດີ, ໄດ້ມີການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງໃນລະດັບຂັ້ນປະທານ, ຮອງປະທານສະພາແຫ່ງຊາດ, ຂັ້ນປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ ແລະ ຂັ້ນວິຊາການນໍາກັນ ເພື່ອແລກປ່ຽນຄໍາຄິດຄໍາເຫັນ, ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຕິດຕາມກວດກາ, ການຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ສອງປະເທດ.
ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້ສະແດງຄວາມຮູ້ບຸນ ຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ການສະໜັບສະໜູນອັນລໍ້າຄ່າ ໂດຍສະເພາະການຊ່ວຍເຫລືອໂຄງການກໍ່ສ້າງຕຶກສະພາແຫ່ງຊາດ ທີ່ເປັນຕົວແທນແຫ່ງສາຍພົວພັນທີ່ມີລັກສະນະພິເສດ ຂອງສອງປະເທດລາວ- ຫວຽດ ນາມ; ຍັງໄດ້ຊ່ວຍເຫລືອຊ່ຽວຊານທີ່ປຶກສາທາງດ້ານເນື້ອໃນ, ການກະກຽມການຈັດຕັ້ງກອງປະຊຸມ, ພ້ອມທັງຊ່ວຍດ້ານວັດຖຸອຸປະກອນເຄື່ອງໃຊ້ຕ່າງໆ ໃຫ້ແກ່ສະພາແຫ່ງຊາດລາວ ໃນການເປັນເຈົ້າພາບກອງປະຊຸມໃຫຍ່ສະມັດຊາລະຫວ່າງຊາດອາຊຽນ ຄັ້ງທີ 45.
ສະ​ຫາຍ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້ຖື​ໂອ​ກາດ​ນີ້ ຕາງໜ້າໃຫ້ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ ແລະ ທັນການ ແກ່ປະຊາຊົນລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ ສົມດັງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ບິແບ່ງກັນກິນ.”
ພາຍຫລັງ​ສຳ​ເລັດ​ການ​ພົບ​ປະ, ສະຫາຍ ໄຊສົມພອນ ພົມວິຫານ ແລະ ສະຫາຍ ເຈິນ ແທັງເໝີ້ນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງ​ນາມແລກປ່ຽນບົດບັນທຶກ ວ່າດ້ວຍການຮ່ວມມືຂອງສອງສະພາແຫ່ງຊາດລາວ-ຫວຽດນາມ.