ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງສະພາ ລາວ-ກູບາ ເສີມຂະຫຍາຍສາຍພົວພັນດ້ານນິຕິກໍາ

Nov 4, 2024

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສາທາລະລັດ ກູບາ ຈັດຂຶ້ນໃນວັນທີ 3 ພະຈິກ 2024, ທີ່ຫ້ອງປະຊຸມຄະນະປະຈໍາສະພາແຫ່ງຊາດລາວ ໂດຍມີ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະ ທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ສະຫາຍ ເອສເຕບານລາໂຊ ເຮນານເດສ, ກໍາມະການກົມການ ເມືອງສູນກາງພັກກອມມູນິດກູບາ ປະທານສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສ ກູບາ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຕ້ອນຮັບ ສະຫາຍ ເອສເຕບານລາໂຊ ເຮນານເດສ ພ້ອມ ດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນຄົບຮອບ 50 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ. ກູ ບາ, ຊົມເຊີຍ ຕໍ່ສະຫາຍ ທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາ ແຫ່ງຊາດ ອໍານາດປະຊາຊົນ ສາທາລະນະລັດ ກູບາ ອີກເທື່ອໜຶ່ງ ໃນເດືອນ ເມສາ 2023 ທີ່ຜ່ານມາ, ພ້ອມທັງຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງສະຫາຍ ໃນຄັ້ງນີ້ ຊຶ່ງເປັນການຢ້ຽມ ຢາມ ສປປ ລາວ ເທື່ອທໍາອິດ ໃນນາມທີ່ເປັນປະທານສະພາແຫ່ງ ຊາດ ອໍານາດປະຊາຊົນ ແຫ່ງ ສ ກູບາ. ພິເສດ ສະຫາຍ ແລະ ຄະ ນະ ຍັງຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ກູ ບາ.
ສອງຝ່າຍ ໄດ້ຜັດປ່ຽນກັນ ລາຍງານສະພາບການເຄື່ອນໄຫວຕ່າງໆ ໃຫ້ກັນ ແລະ ກັນຊາບ. ການພົວພັນຮ່ວມມື ສອງປະເທດ ລາວ-ກູບ ໄດ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ການນໍາຂັ້ນຕ່າງໆນຳກັນ ຢ່າງເປັນປົກກະຕິ. ພິເສດ ໃນລະຫວ່າງ ວັນທີ 12-16 ກັນຍາ 2023, ສະຫາຍ ທອງລຸນ ສີລຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມທາງລັດຖະກິດ ຢູ່ ສ. ກູ ບາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ “ກຸ່ມ 77 ປະເທດ (G77) ແລະ ສປ ຈີນ”; ໃນລະຫວ່າງ ວັນທີ 28-30 ເມສາ 2023, ສະຫາຍ ໂຣເບີດໂຕ ໂມຣາເລສ໌ ໂອເຮດາ ກໍາມະການກົມການ ເມືອງສູນກາງພັກ ເລຂາທິການຄະນະຈັດຕັ້ງສູນກາງພັກກອມມູນິດກູບາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ຮ່ວມຈັດກອງປະຊຸມສໍາມະນາທິດສະດີ ແລະ ພຶດຕິກໍາຕົວຈິງ ລະຫວ່າງ ສອງພັກ ຄັ້ງທີ I,
ສປປ ລາວ ແລະ ສ ກູບາ ມີການຮ່ວມມືກັນໃນຂະແໜງການທີ່ສອງຝ່າຍມີທ່າແຮງເຊັ່ນ: ກະສິກໍາ, ສາທາລະນະສຸກ, ການສຶກ ສາ-ກິລາ, ວັດທະນະທໍາ, ຂ່າວສານ, ຂົງເຂດຕຸລາການ ແລະອື່ນໆ. ນອກນັ້ນ, ສອງປະເທດ ຍັງໄດ້ສະໜັບສະໜູນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນຕະຫຼອດມາ.
ສະຫາຍ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ສໍາລັບສະພາ ແຫ່ງຊາດລາວ ຊຸດທີ IX (ໄລຍະ 2021-2026) ມີສະມາຊິກທັງໝົດ 164 ທ່ານ, ຍິງ 36 ທ່ານ, ກວມ 21,95%, ມີ 9 ກໍາ ມາທິການ, 1 ຄະນະເລຂາທິການ; ສະພາປະຊາຊົນຂັ້ນແຂວງ ຊຸດທີ II ມີສະມາຊິກທັງໝົດ 492 ທ່ານ, ຍິງ 150 ທ່ານ, ກວມ 30,48%. ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 3 ພາລະບົດບາດຕົ້ນຕໍຄື: ດ້ານນິຕິບັນຍັດ, ຕົກລົງບັນຫາສຳຄັນພື້ນຖານ ຂອງປະເທດຊາດ ແລະ ການຕິດຕາມກວດກາ. ປັດຈຸບັນ, ສປປ ລາວ ໄດ້ສ້າງກົດໝາຍທັງໝົດ 167 ສະບັບ ກວມເອົາທຸກຂົງເຂດ ການປົກຄອງ-ຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ການຕ່າງປະເທດ. ສະພາແຫ່ງຊາດ ໄດ້ສໍາເລັດກອງປະຊຸມສະໄໝສາມັນຂອງຕົນແລ້ວ 7 ຄັ້ງ. ປັດຈຸບັນ, ພວມຂຸ້ນຂ້ຽວກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ຊຶ່ງຈະໄດ້ໄຂຂຶ້ນ ໃນວັນທີ 18 ພະຈິກນີ້. ພ້ອມນີ້, ພວກຂ້າພະເຈົ້າ ພວມສຸມໃສ່ການປັບປຸງລັດຖະທໍາມະນູນ ສະບັບປີ 2015 ຄາດຄະເນວ່າ: ຈະນໍາມາພິຈາລະນາ ແລະ ຮັບຮອງເອົາໃນປີ 2025.
ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃນໄລຍະຜ່ານມາ, ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ທີ່ໄດ້ລົງນາມ ໃນປີ 2019 ຢ່າງເປັນຮູບປະທໍາ.
ສະພາແຫ່ງຊາດລາວ ຊຸດທີ IX ໄດ້ແຕ່ງຕັ້ງຄະນະມິດຕະພາບລັດຖະສະພາ ກັບຕ່າງປະເທດ 20 ກວ່າຄະນະ. ໃນນັ້ນ, ມີຄະນະມິດຕະພາບລັດຖະສະພາ ລາວ-ກູບາ ໂດຍມີ ສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ເປັນປະທານ, ມີຮອງປະທານ ແລະ ກຳມະການ ທັງໝົດ 11 ສະຫາຍ ທີ່ເປັນສະມາຊິກສະພາແຫ່ງຊາດ ຢູ່ສູນກາງ ແລະ ບັນດາເຂດເລືອກຕັ້ງຈໍານວນໜຶ່ງ. ຄະນະມິດຕະພາບລັດຖະສະພາ ລາວ -ກູບາ ແມ່ນເປັນກົນໄກໜຶ່ງ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງ ເສີມການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ກໍຄືລະຫວ່າງປະຊາຊົນສອງຊາດ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ນອກຈາກນັ້ນ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະເໜີທິດທາງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃນຕໍ່ໜ້າຄື: ຈະສືບຕໍ່ລົງນາມຮ່ວມກັນຈັດຕັ້ງບົດບັນທຶກ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ອຳນາດປະຊາຊົນ ແຫ່ງ ສ ກູບາ ສະບັບໃໝ່ ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນ ໃນລະດັບປະທານສະພາ, ຮອງປະທານ, ກຳມາທິການ, ຄະນະເລຂາທິການ, ຄະນະມິດຕະ ພາບລັດຖະສະພາ ລາວ-ກູບາ ໄປພ້ອມກັບການແລກປ່ຽນຂໍ້ມູນ -ຂ່າວສານ, ບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດ ບາດດ້ານນິຕິບັນຍັດ ແລະ ຈັດສໍາມະນາໃນຫົວຂໍ້ຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ ຕາມເງື່ອນໄຂທີ່ເໝາະສົມ, ຈະສືບຕໍ່ຊຸກຍູ້ໃຫ້ລັດຖະບານ ຂອງ​ສອງ​ປະ​ເທດ ຈັດຕັ້ງປະຕິບັດ​ບັນດາ​ສັນຍາ, ສົນທິສັນຍາ, ຂໍ້ຕົກລົງ ແລະ ​ບົດ​ບັນທຶກຄວາມເຂົ້າໃຈ ທີ່ໄດ້ຕົກລົງ​ຮ່ວມ​ກັນ ໃຫ້ເປັນ​ຮູບ​ປະ​ທຳ ແລະ ມີປະສິດຜົນດີຂຶ້ນກວ່າເກົ່າ ເປັນຕົ້ນ ໃນຂົງເຂດການຄ້າ-ການລົງທຶນ, ສາທາລະນະສຸກ, ກະສິກໍາ, ສຶກສາ-ກິລາ, ທະນາຄານ ແລະ ຂົງເຂດຕຸລາການ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ກູບາ. ຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັນ ໃນການເຄື່ອນໄຫວໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ AIPA, IPU ແລະ ອື່ນໆ, ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ສາກົນ.
ໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມລົງນາມບົດບັນທຶກ ວ່າດ້ວຍການຮ່ວມມ ລະຫວ່າງ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະທານສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສ ກູບາ. ພ້ອມນີ້, ສະຫາຍ ໄຊສົມພອນ ພົມວິຫານ ຕາງໜ້າໃຫ້ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ມາຍັງພັກ, ສະພາແຫ່ງຊາດ ອຳນາດປະຊາຊົນ, ລັດຖະບານ ແລະ ປະຊາ ຊົນກູບາອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ປະຊາຊົນລາວ ທັງໃນໄລຍະຕໍ່ສູ້ເພື່ອເອກະລາດແຫ່ງຊາດ ກໍຄືໄລຍະແຫ່ງການປົກ ປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ພ້ອມທັງອວຍພອນມາບັງ ສະຫາຍ ເອສເຕບານລາໂຊ ເຮນານເດສ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສະຫງ່າ ຂອງສະ ຫາຍ ແລະ ມີຜົນສໍາເລັດ ໃນການຢ້ຽມຢາມລາວຄັ້ງນີ້, ອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ ກໍຄືການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດພວກເຮົາ ຈົ່ງແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ຂ່າວ: ແສງຈັນ, ໜັງສືພິມປະຊາຊົນ