ພິທີພົບປະສອງຝ່າຍ ລະຫວ່າງ ສໍານັກຂ່າວສານປະເທດລາວ (KPL) ແລະ ສໍານັກຂ່າວສານຫວຽດນາມ (VNA) ຈັດຂຶ້ນໃນວັນທີ 20 ພະຈິກ 2024 ໂດຍມີທ່ານ ວັນນະສິນ ສິມມະວົງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ ແລະ ທ່ານ ນາງ ຫວູ ຫວຽດ ຈາງ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານຫວຽດນາມ ພ້ອມດ້ວຍຄະນະ ທັງນີ້, ກໍເພື່ອຕີລາຄາຄືນການພົວພັນຮ່ວມມືກັນ ໃນດ້ານຕ່າງໆ ໃນໄລຍະຜ່ານມາ ລວມເຖິງທິດທາງແຜນການໃນຕໍ່ໜ້າ ແລະ ພ້ອມກັນຊອກຫາບັນດາເງື່ອນໄຂ ເພື່ອບັນລຸຕາມອະນຸສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ສໍານັກຂ່າວສານປະເທດລາວ ແລະ ສໍານັກຂ່າວສານຫວຽດນາມ ແນໃສ່ຊຸກຍູ້ໃຫ້ການຮ່ວມມືຮອບດ້ານ ລະຫວ່າງສອງສໍານັກຂ່າວ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ໂອກາດນີ້, ທ່ານ ວັນນະສິນ ສິມມະວົງ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງສອງສໍານັກຂ່າວສານປະເທດລາວ ແລະ ສຳນັກຂ່າວສານຫວຽດນາມ ຊຶ່ງຢູ່ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ກໍຄື ສອງສຳນັກຂ່າວສານປະເທດລາວ ແລະ ຫວຽດນາມ ທີ່ນັບມື້ນັບຈະເລີນງອກງາມ. ຕະຫລອດໄລຍະຜ່ານມາ, ທັງສອງສຳນັກຂ່າວສານ ໄດ້ເຮັດສຳເລັດພາລະບົດບາດ ແລະ ໜ້າທີ່ຈຸດສຸມຂອງຕົນ ໃນຖານະເປັນອົງການຖະແຫລງຂ່າວທາງການ ຂອງລັດຖະບານ ສາມາດຕອບສະໜອງຂໍ້ມູນຂ່າວສານ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນຍຸກດີຈິຕອນ. ພ້ອມນີ້, ການຮ່ວມມືດ້ານວິຊາການ ລະຫວ່າງສອງສຳນັກ ໄດ້ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນ ເປັນກ້າວໆມາ, ເປັນຕົ້ນ ການຍົກລະດັບການແລກປ່ຽນຂໍ້ມູນຂ່າວສານ, ຮູບພາບ, ດ້ານເຕັກນິກ ແລະ ບຳລຸງຍົກລະດັບດ້ານວິຊາສະເພາະ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ການເມືອງ ຂອງແຕ່ລະຝ່າຍໄດ້ເປັນຢ່າງດີ, ມີການສືບຕໍ່ຊຸກຍູ້ການໂຄສະນາເຜີຍແຜ່, ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເວົ້າລວມເວົ້າສະເພາະ ກໍຄື ສອງສໍານັກຂ່າວສານ ຂອງສອງປະເທດ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.
ທ່ານ ວັນນະສິນ ສິມມະວົງ ຍັງໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອທາງດ້ານວິຊາການ-ເຕັກນິກ ຈາກຂ່າວສານຫວຽດນາມ ໂດຍການສ້າງໜ້າເວັບເພຈ ອາຊຽນ 2024 ໃຫ້ສໍານັກຂ່າວສານປະເທດລາວ ເພື່ອຮັບໃຊ້ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ ກ່ຽວກັບອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ (2024https://kpl.gov.la/asean2024) ເລີ່ມເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 1 ມັງກອນ 2024 ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ບັນດາປະເທດ ອາຊຽນ ໄດ້ຮູ້ຈັກເຫດການສໍາຄັນຕ່າງໆ ໃນວາລະກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ. ນອກຈາກນີ້, KPL ຍັງໄດ້ຮັບອຸປະກອນເຄື່ອງມື ສື່ສານຈາກຂ່າວສານຫວຽດນາມ ເພື່ອຮັບໃຊ້ສະເພາະວຽກງານອາຊຽນໃນປີ 2024 ອີກຈໍານວນໜຶ່ງ.
ທ່ານ ນາງ ຫວູ ຫວຽດ ຈາງ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ຂອງສຳນັກຂ່າວສານປະເທດລາວ ໃນການປະຕິບັດໜ້າທີ່ເປັນກະບອກສຽງອັນແຫລມຄົມ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະ ໂຄສະນາເຜີຍແຜ່ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ-ລາວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືກັນ ລະຫວ່າງສອງສໍານັກຂ່າວສານຫວຽດນາມ-ລາວ ໃນໄລຍະຜ່ານມາ ທີ່ໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ, ພ້ອມນີ້, ສໍານັກຂ່າວສານຫວຽດນາມ ຈະຄຽງບ່າຄຽງໄຫລ່ ສືບຕໍ່ພົວພັນຮ່ວມມື ກັບສຳນັກຂ່າວສານປະເທດລາວ ໃນການປະຕິບັດໜ້າທີ່ ເປັນຂົວຕໍ່ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຕາມພາລະບົດບາດ, ສິດ ແລະ ໜ້າທີຂອງຕົນ. ພ້ອມນີ້, ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສຳນັກຂ່າວສານຫວຽດນາມ ໃຫ້ຄະນະຜູ້ແທນສຳນັກຂ່າວສານປະເທດລາວ ຮັບຊາບຕື່ມອີກ.
ໃນໂອກາດດຽວກັນ, ສອງຝ່າຍ ຍັງໄດ້ເຊັນບົດບັນທຶກການພົບປະສອງຝ່າຍ ແລະ ເຫັນດີເປັນເອກະພາບ ຕໍ່ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ (ເອກະສານ/ຮູບພາບ) ເພື່ອຂະຫຍາຍການເຜີຍແຜ່ຂໍ້ມູນຂ່າວສານໃນທຸກຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ຂອງແຕ່ລະປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ; KPL ຈະສືບຕໍ່ຊ່ວຍ TTXVN ໃນການແຈກຢາຍວາລະສານ ຂ່າວພາບ ຫວຽດນາມ ເປັນພາສາລາວ ໃຫ້ປະຊາຊົນລາວ ແລະ ຂະຫຍາຍກຸ່ມເປົ້າໝາຍແຈກຢາຍ ໄປເຖິງສະຖາບັນການສຶກສາຕ່າງໆ; ສືບຕໍ່ໂຄສະນາບັນດາໜ້າເວັບໄຊ ຂ່າວສານທາງເອເລັກໂຕຣນິກຂອງກັນ ແລະ ກັນ; KPL ຈະສືບຕໍ່ຊ່ວຍເຫລືອຫ້ອງການ ຜູ້ຕາງໜ້າສໍານັກຂ່າວສານຫວຽດນາມ ຢູ່ນະຄອນຫລວງວຽງຈັນ ໃນການອໍານວຍຄວາມສະດວກ ຕໍ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ສະໜອງເອກະສານສໍາຄັນຕ່າງໆ ເພື່ອປະກອບສ່ວນເຂົ້າໃນການວຽກງານໂຄສະນາ ກ່ຽວກັບ ສປປ ລາວ ແລະ ພ້ອມກັນໂຄສະນາໃນໂອກາດວັນສໍາຄັນຕ່າງໆ ຂອງສອງພັກ-ລັດ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນເລິກເຊິ່ງ; ສອງຝ່າຍເຫັນດີ ຮ່ວມກັນສ້າງແຜນເຄື່ອນໄຫວຖ່າຍພາບຢູ່ບັນດາແຂວງຂອງ ສປປ ລາວ ໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ຈັດວາງສະແດງຮູບພາບຢູ່ລາວ; TTXVN ຈະສືບຕໍ່ນໍາສະເໜີຂໍ້ມູນຂ່າວສານ, ແນະນໍາກ່ຽວກັບບັນດາຜົນງານຂອງລາວ ກໍຄືສາຍພົວພັນອັນສະໜິດແໜ້ນຂອງສອງປະເທດ ໂດຍມອບໃຫ້ ຫ້ອງການຜູ້ຕາງໜ້າສໍານັກຂ່າວສານຫວຽດນາມ ຢູ່ນະຄອນຫລວງວຽງຈັນ ສົມທົບກັບບັນດາເພື່ອນຮ່ວມງານຂອງ KPL ສ້າງແຜນການລະອຽດເພື່ອຜັນຂະຫຍາຍ.
ທີ່ມາ: ຂປລ





