ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງອົງການນິຕິບັນຍັດ ລາວ-ອາຊັກໄບຊັນ ເພີ່ມທະວີການຮ່ວມມື

Oct 20, 2024

ທ່ານ ຄຳແພງ ວິລະພັນ ປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວພົບປະກັບທ່ານ ຊົວ ຣາມິສ ໂອກລູ ຊູກູຣອບ (Zaur Ramiz Oglu SHUKUROV) ສະມາຊິກລັດຖະສະພາແຫ່ງສາທາ ລະນະລັດ ອາຊັກໄບຊານ ພ້ອມຄະນະໃນວັນທີ 19 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.
ທ່ານປະທານກໍາມາທິການກົດໝາຍສະພາແຫ່ງຊາດລາວ ໄດ້ກ່າວວ່າ: ການພົບປະຄັ້ງນີ້ຈະເປັນໂອກາດອັນດີໃຫ້ພວກເຮົາໄດ້ປຶກສາຫາລື ເພື່ອຊຸກຍູ້ເພີ່ມທະວີການພົວພັນກໍຄືສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດລາວ -ອາຊັກໄບຊັນ ກໍຄື ສອງອົງການນິຕິບັນຍັດຂອງສອງປະເທດໃຫ້ນັບມື້ນັບຂະຫຍາຍຍິ່ງໆຕົວຂຶ້ນ.
ສປປ ລາວ ແລະ ອາຊັກໄບຊານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 22 ພຶດສະພາ 1995. ນັບແຕ່ນັ້ນເປັນຕົ້ນມາ, ສອງປະເທດໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມນໍາກັນ ແລະ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ໄປສູ່ຂົງເຂດການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ການຕ່າງປະເທດ, ການພັດທະນາຊັບພະຍາກອນມະນຸດ, ສອງຝ່າຍ ຍັງໄດ້ສ້າງຕັ້ງສະມາຄົມມິດຕະພາບນໍາກັນໃນເດືອນກຸມພາ 2022. ພິເສດໄດ້ເຊັນສັນຍາຍົກເວັ້ນວີຊ່າສະເພາະຜູ້ຖືໜັງສືຜ່ານແດນທາງການທູດໃນປີ 2017, ເຊັນບົດບັນທຶກການປຶກສາຫາລືລະຫວ່າງສອງກະຊວງການ ຕ່າງປະເທດລາວ-ອາຊັກໄບຊານໃນປີ 2017 ແລະ ບົດບັນທຶກການຮ່ວມມືລະຫວ່າງພັກປະຊາຊົນ ປະຕິວັດລາວ ແລະ ພັກອາຊັກໄບຊານໃນປີ 2018; ພ້ອມນີ້ທ່ານຍັງໄດ້ລາຍງານກ່ຽວກັບສະພາບການພົ້ນເດັ່ນຂອງ ສປປ ລາວໃນ 6 ເດືອນຕົ້ນປີ 2024 ເສດຖະກິດສືບຕໍ່ຂະຫຍາຍຕົວ ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດບັນລຸໄດ້ໃນລະດັບ 4.7%, ປັດຈຸບັນ, ສປປ ລາວ ກຳລັງດຳເນີນການປັບປຸງລັດຖະທຳມະໜູນ ສະບັບປີ 2015 ຄາດວ່າຈະໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕົ້ນປີ 2025 ທີ່ຈະມາເຖິງນີ້, ສະພາແຫ່ງຊາດລາວ ແລະ ລັດຖະສະພາອາຊັກໄບຊານໄດ້ມີການພົວພັນ ແລະ ຮ່ວມມືທີ່ດີນໍາກັນ ເຖິງແມ່ນວ່າຍັງບໍ່ທັນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນເທົ່າທີ່ຄວນ ແຕ່ກໍໄດ້ມີການແລກປ່ຽນຂໍ້ມູນຂ່າວສານ, ສົ່ງສານອວຍພອນ, ສານຊົມເຊີຍໃນໂອກາດວັນສຳຄັນຕ່າງໆ ແລະ ມີການພົບປະນໍາກັນໃນໂອກາດກອງປະຊຸມລັດຖະສະພາລະດັບພາກພື້ນ ແລະ ສາກົນ ແລະ ໄດ້ມີຄໍາເຫັນສະເໜີບາງທິດທາງແຜນການ ການພົວພັນ ແລະ ຮ່ວມມື ໃນຕໍ່ໜ້າລະຫວ່າງສອງອົງການນິຕິບັນຍັດດັ່ງນີ້: ສະເໜີໃຫ້ສອງອົງການນິຕິບັນຍັດພວກເຮົາມີການແລກປ່ຽນຄະນະຜູ້ແທນນຳກັນ ທີ່ຕິດພັນກັບການແລກປ່ຽນປະສົບການທີ່ດີໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ແລະ ບັນຫາອື່ນໆທີ່ມີຄວາມສົນໃຈຮ່ວມກັນ; ສະເໜີຊຸກຍູ້ໃຫ້ມີການແລກປ່ຽນໄປມາຫາສູ່ລະຫວ່າງປະຊາຊົນດ້ວຍກັນ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ທ່າແຮງຂອງສອງປະເທດ ແລະ ສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.