ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຕິງ ຊື້ ຊຽງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ; ການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືຂອງສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດພົບປະ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບກ້າວເຂົ້າ ສູ່ທັງລວງກວ້າງ ແລະ ລວງເລິກ ໃຫ້ເປັນຮູບປະທໍາຕົວຈິງ ຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະບານຈີນ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນສະໜິດສະໜົມ ຕໍ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຕະຫຼອດໄລຍະຜ່ານມາ.
ການພົບປະຄັ້ງນີ້, ທັງສອງຝ່າຍຕີລາຄາສູງ ຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງ ນັບມື້ນັບຫຼາຍຂຶ້ນ, ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງ ຂອງສອງປະເທດ ໂດຍສະເພາະ ສອງເລຂາທິການໃຫຍ່ ພົບກັນທີ່ປັກກິ່ງ ໃນທ້າຍປີ 2023 ທີ່ຜ່ານມາ; ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ, ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເຫັນໄດ້ຢ່າງຈະແຈ້ງວ່າ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ເຊິ່ງຜົນການພົບປະຂອງ ສອງເລຂາທິການໃຫຍ່ ໃນທ້າຍປີ 2023 ທີ່ຜ່ານມາ ໄດ້ຕົກລົງເປັນເອກະພາບ ພ້ອມກັນຍົກລະດັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຖານສູງ, ຄຸນນະພາບສູງ ແລະ ລະດັບສູງ ເພື່ອເປັນຕົວແບບ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ, ການຕົກລົງເປັນເອກະພາບຂອງການນໍາສູງສຸດ ໄດ້ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຮ່ວມມືສອງຝ່າຍ ຢ່າງຮອບດ້ານໃນຍຸກໃໝ່. ສໍາລັບການຮ່ວມກັນຈັດຕັ້ງປະຕິບັດຕົວຈິງ, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ເຫັນວ່າ ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ການຜັນຂະຫຍາຍຈັດຕັ້ງປະຕິບັດຕົວຈິງໄດ້ມີຫຼາຍອັນພົ້ນເດັ່ນ, ໄດ້ຟື້ນຟູການໄປມາຫາສູ່ກັນໂດຍກົງຂອງການນໍາຂັ້ນຕ່າງໆ, ມີການຟື້ນຟູການຝຶກອົບຮົມ, ການແລກປ່ຽນນັກສຶກສາ ແລະ ອື່ນໆ ໄດ້ສະແດງໃຫ້ພາກພື້ນ ແລະ ສາກົນ ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜນແຟ້ນຂອງສອງຝ່າຍ ນັບມື້ນັບກ້າວສູ່ລວງເລິກກວ່າເກົ່າ, ພ້ອມທັງ ເປັນການໂຄສະນາ ແລະ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດລາວ-ຈີນ, ຊຸກຍູ້ດ້ານວັດທະນາທໍາ, ການທ່ອງທ່ຽວ, ການຄ້າຊາຍແດນ, ການພົວພັນຮ່ວມມື ແລະ ດ້ານອື່ນໆຕື່ມອີກ.
ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ ລວມທັງ ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້ ໂດຍຫວັງຢ່າງຍິ່ງວ່າ ສອງຝ່າຍ ຈະຮ່ວມກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ກໍ່ຄື ອາຊຽນກັບຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມືຍຸດທະສາດຮອບດ້ານ.
ໃນຕອນທ້າຍ ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍ່ໄດ້ອວຍພອນໃຫ້ສະຫາຍຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະ ຫວັດດີພາບ.
ຫຼັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບໍລິສັດຫຸ້ນສ່ວນ ການສ້າງສາພະລັງງານຈີນ ຈຳກັດ; ໄດ້ນຳພາຄະນະ ໄປຢ້ຽມຢາມ ທັດສະນະສຶກສາ ຢູ່ໝູ່ບ້ານຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍການພັດທະນາການທ່ອງທ່ຽວ; ຢ້ຽມຢາມສະຖານີວິທະຍຸກະຈາຍສຽງ ແລະ ໂທລະ ພາບກວາງຊີ; ແລະ ຢ້ຽມຢາມສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໜານໜິງ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ






