ໃນວັນທີ 12 ພະຈິກ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ທ່ານ ໂຮ່ ດຶກ ເຝິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 12-13 ພະຈິກ 2025.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກັນຢ່າງກົງໄປກົງມາ ດ້ວຍໄມຕີຈິດມິດຕະພາບ, ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ; ການນຳຂັ້ນສູງ ກໍຄື ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ມີການແລກປ່ຽນຢ້ຽມຢາມໄປມາຫາສູ່ກັນຢ່າງເປັນປົກປະຕິ, ສອງຝ່າຍໄດ້ເປັນເຈົ້າການປະສານສົມທົບກັນຢ່າງໃກ້ຊິດ ແລະ ຕັ້ງໜ້າຈັດຕັັ້ງຜັນຂະຫຍາຍ ຜົນການພົບປະສອງກົມການເມືອງ ກໍຄື ຂໍ້ຕົກລົງວ່າດ້ວຍການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2025 ຊຶ່ງໄດ້ຮັບໝາກຜົນ ແລະ ມີຄວາມຄືບໜ້າ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືທາງດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ເສດຖະກິດ-ການຄ້າ-ການລົງທຶນ ແລະ ອື່ນໆ.

ພ້ອມກັນນີ້, ສອງຝ່າຍໄດ້ເນັ້ນໜັກໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ ແລະ ຫວຽດນາມ, ສອງຝ່າຍເຫັນດີເປັນເອກະພາບ ໃນການຊຸກຍູ້ຕິດຕາມບັນດາກະຊວງ, ຂະແໜງການຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການພົບປະຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດຂອງສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຮູບປະທໍາຍິ່ງໆຂຶ້ນ ເຊັ່ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການທ່າເຮືອຫວຸງອາງ 1, 2,3, ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ໂຄງການອື່ນໆ. ພິເສດ ສອງຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາ ເພື່ອຊອກຫາວິທີແກ້ໄຂຮ່ວມກັນໂຄງການທີ່ຍັງຄົງຄ້າງ ເປັນຕົ້ນໂຄງການບໍ່ເກືອກາລີ ຢູ່ແຂວງຄຳມ່ວນ ແລະ ການປູກຢາງພາລາຂອງກຸ່ມບໍລິສັດຢາງພາລາຫວຽດນາມ. ນອກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມທັງເຂົ້າຮ່ວມພິທີສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ການເຂົ້າຮ່ວມການພົບປະ ລະຫວ່າງສອງກົມການເມືອງ; ການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຈະມີຂຶ້ນ ຢູ່ ສປປ ລາວ ໃນທ້າຍປີ 2025 ນີ້.

ໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ໂຮ່ ດຶກ ເຝິກ ພ້ອມດ້ວຍຄະນະ ຍັງຈະໄດ້ໄປຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ, ຊຶ່ງເປັນສັນຍາລັກແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການເພີ່ມພູນຄູນສ້າງຂຶ້້ນຢ່າງບໍ່ຢຸດຢັ້ງ.
ພາບ:ຂັນໄຊ


